ໂຄວິດ-19 ເປັນເຫດໃຫ້ ຫຸ່ນຍົນ ຍາດງານຄົນ
ຜົນການຄົ້ນຄ້ວາ ໂດຍ ເວີນ ອີໂຄໂນມິກ ຟໍຣຳ (WEF) ເປີດເຜີຍຈາກການສຳຫຼວດຂອງບໍລິສັດ ລາຍໃຫ່ຍທີ່ສຸດໃນໂລກ 300 ແຫ່ງພົບວ່າ ຫຸ່ນຍົນ ຈະເຂົ້າມາທົດແທນການຈ້າງງານ 85 ລ້ານຕຳແໜ່ງ ສຳລັບທຸລະກິດຂະໜາດໃຫ່ຍ ແລະ ຂະໜາດກາງ ອີກ 5 ປີຂ້າງໜ້າ ດ້ວຍສະຖານະການໂຄວິດ-19 ເພາະນາຍຈ້າງກ່ວາ 50% ຕຽມເລັ່ງໃຊ້ລະບົບຄອມພິວເຕີໃນບາງຕຳແໜ່ງງານ ໂດຍສະເພາະງານກິດຈະວັດປະຈຳ ແລະ ງານທີ່ໃຊ້ມື ຈະເຮັດໃຫ້ຄວາມບໍ່ເທົ່າທຽມກັນຮຸນແຮງຂຶ້ນ ຈຶ່ງຈຳເປັນຕ້ອງພັດທະນາທັກສະເກົ່າ ເພື່ອຮັບມືກັບການປ່ຽນແປງໃໝ່ ຂະນະດຽວກັນພາກລັດກໍຕ້ອງເຂົ້າມາດູແລກຸ່ມແຮງງານເຫຼົ່ານີ້.
ຢ່າງໃດກໍຕາມ ນາງ ຊາອາເດຍ ຊາຮີດິ ກຳມະການຜູ້ຈັດການWEF ເຜີຍວ່າ ການປະຕິບັດຫຸ່ນຍົນກໍຈະເຮັດໃຫ້ເກີດການສ້າງງານ 97 ລ້ານຕຳແໜ່ງ ເພາະຕ້ອງອາໄສການເຮັດວຽກຂອງມະນຸດເຊັ່ນ: ການໂຄສະນາ, ການຕັດສິນໃຈ, ຫຼັກຂອງເຫດ ແລະ ຜົນ, ການສື່ສານ ແລະ ການໂຕ້ຕອບ ໃນກຸ່ມທຸລະກິດສີຂຽວ ບົດບາດໃໝ່ດ້ານວິສາວະກຳ ການປະຕິບັດໜ້າທີ່ຂອງ ເອໄອ ຫຼື ບັນຫາປະດິດ ການພັດທະນາສິນຄ້າ ແລະ ລະບົບ ຄຣາວ ຄອມພິວເຕີ.