ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ

ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ -                       1 - ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ
ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ - kitchen vibe - ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ

Nikkei Asian Review ລາຍງານວ່າ ສາຍການບິນ AirAsia Group ເຊິ່ງຕັ້ງຢູ່ໃນມາເລເຊຍ ກຳລັງຈະປິດການດຳເນີນງານໃນຍີ່ປຸ່ນ ໂດຍຈະມີການປະກາດກຳໜົດຢ່າງເປັນທາງການໃນຕົ້ນອາທິດໜ້າ ເນື່ອງຈາກຊາຍແດນລະຫ່ວາງປະເທດສ່ວນຫລາຍຍັງຄົງປິດຈາກການແຜ່ລະບາດຂອງໂຄວິດ – 19.

ລາຍງານລະບຸໂດຍອ້າງຄຳເວົ້າຈາກແຫ່ລງຂ່າວວ່າ ກຳມະການຂອງ AirAsia ໄດ້ພົບກັນເມື່ອວັນຈັນທີ່ຜ່ານມາຢູ່ສຳນັກງານໃຫຍ່ຂອງສາຍການບິນໃກ້ສະໜາມບິນນາໆຊາດກົວລາລຳເປີ ໄດ້ຕັດສິນໃຈຍຸຕິການດຳເນີນງານຂອງ AirAsia Japan ເຊິ່ງເປັນບໍລິສັດຮ່ວມທຶນລະຫ່ວາງ AirAsia ແລະ ພັນທະມິດຍີ່ປຸ່ນ.

ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ - Visit Laos Visit SALANA BOUTIQUE HOTEL - ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ

ຕາມການຢັ້ງຢືນຂອງຕະຫລາດຫລັກຊັບຂອງສາຍການບິນເມື່ອເດືອນກັນຍາ 2020 ທີ່ຜ່ານມາ AirAsia ຖືຫຸ້ນ 66,91% ໃນ AirAsia Japan. ຂະນະທີ່ອີກຫຸ້ນ 33% ເປັນຂອງພັນທະມິດໃນຍີ່ປຸ່ນ ໃນບໍລິສັດ ໄດ້ແກ່ : Rakuten ອີຄອມເມີດເຈົ້າໃຫຍ່ຂອງຍີ່ປຸ່ນ, ກອງທຶນໂຄງສ້າງພື້ນຖານ Octave Japan, ຜູ້ຜະລິດເຄື່ອງສຳອາງ Noevir Holdings ແລະ ຜູ້ຜະລິດອຸປະກອນກິລາ Alpen.

ຄາດວ່າຈະມີການປະກາດໃນວັນຈັນໜ້າ ສຳລັບການປິດໂຕລົງຂອງທຸລະກິດໃນຍີ່ປຸ່ນ ເຊິ່ງກ່ອນໜ້ານີ້ AirAsia ເຄີຍລົ້ມເຫລວໃນຄວາມພະຍາຍາມຄັ້ງທຳອິດໃນການສ້າງສາຍການບິນລາຄາປະຢັດໃນຍີ່ປຸ່ນ, ການຮ່ວມທຶນກັບສາຍການບິນ All Nippon Airways ຂອງ ANA Holdings ລົ້ມເຫລວພາຍໃນເວລາພຽງ 1 ປີຫລັງຈາກທີ່ AirAsia Japan ເປີດໂຕໃນເດືອນສິງຫາ ປີ 2012 ສຳລັບການດຳເນີນທຸລະກິດໃນປັດຈຸບັນຂອງ AirAsia Japan ນັ້ນຫາກໍເປີດເມື່ອປີ 2017. ໃນການສຳພາດກັບ Nikkei Asian Review ໃນເດືອນກໍລະກົດ 2020 ທ່ານ ໂທນີ ເຟີນັນເດສ ຜູ້ກໍ່ຕັ້ງ AirAsia ໄດ້ໃຫ້ສຳພາດວ່າ  AirAsia ຈຳເປັນຕ້ອງໄດ້ຮັບເງິນທຶນ 2 ພັນລ້ານຣິງກິດ ເພື່ອເຮັດໃຫ້ທຸລະກິດຍັງສາມາດກ້າວໄປຕໍ່ແບບສະບາຍໆໄດ້.

“ຖ້າໄດ້ 1 ພັນລ້ານຣິງກິດ ເຮົາຈະຢູ່ໄດ້ແບບສະບາຍໆ”- ເຟີນັນເດສ ກ່າວໃນສຳນັກງານກົວລາລຳເປີຂອງເຂົາ “ແຕ່ຖ້າເຮົາຫາເງິນໄດ້ 2 ພັນລ້ານຣິງກິດ ເຮົາກໍຈະຢູ່ໃນສະຖານະທີ່ສະບາຍຫລາຍ” ທັງນີ້ ສາຍການບິນຕັ້ງເປົ້າທີ່ຈະໃຫ້ເງິນທຶນສ່ວນໜຶ່ງມາຈາກການອອກຫຸ້ນ ເຊິ່ງຄາດວ່າຈະສຳເລັດໃນໄລຍະ 4 ເດືອນຕໍ່ຈາກນີ້.

ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ - 4 - ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ
ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ - 3 - ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ
ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ - 5 - ແອເອເຊຍ ກຽມປິດກິດຈະການໃນຍີ່ປຸ່ນ ຫລັງສູ້ວິກິດໂຄວິດ -19 ບໍ່ໄຫວ