ຕຸລາຍັງຄານໍ້າຖ້ວມ ຂໍໃຫ້ນໍ້າໃຈຈົ່ງລົ້ນໄຫລ
ໂດຍ: ມຶກບໍ່ແຫ້ງ
ໄພນໍ້າຖວ້ມໃນເດືອນຕຸລານັ້ນບໍ່ແມ່ນເລື່ອງທີ່ເກີດເລື້ອຍປານໃດໃນເມື່ອກ່ອນ, ມາຮອດປີ 2020 ບວກກັບພະຍາດລະບາດທົ່ວໂລກນັ້ນຖ້ວມຍັງມາໄຫຼຖ້ວມທົ່ງນາທີ່ເຂົ້າກຳລັງສຸກເຫຼືອງເຮື່ອໃນເດືອນຕຸລາຕື່ມອີກແລ້ວພວກເຮົາໄດ້ຮຽນຮູ້ຫຍັງແດ່?
ມາຮອດປັດຈຸບັນເຫັນວ່າພວກເຮົາອາດບໍ່ສາມາດຄາດກະເດົາໄດ້ວ່າເດືອນໃດຝົນຈະຕົກຫຼືບໍ່ ຫຼືຍາມໃດນໍ້າຈະຖ້ວມ. ນໍ້າຖ້ວມເຂດພາກໃຕ້ຂອງລາວໃນປັດຈຸບັນໂດຍສະເພາະແຂວງສະຫວັນນະເຂດໄດ້ເຮັດໃຫ້ ຜົນກະທົບຢ່າງໜັກໜ່ວງ, ຫຼາຍເຂດທີ່ບໍ່ເຄີຍຖ້ວມກໍຖ້ວມເຊິ່ງເປັນການຊໍ່ສະແດງໃຫ້ ເຫັນວ່າຄວາມສ່ຽງຕໍ່ໄພພິບັດສູ່ມື້ນີ້ແມ່ນມີຢູ່ທຸກບ່ອນ.
ໃນຂະນະທີ່ ປະຊາຊົນຫຼາຍເມືອງຂອງແຂວງສະຫວັນນະເຂດກຳລັງພາກັນຈັກຕອກເພື່ອກະກຽມ ການເກັບກູ້ເຂົ້ານາປີທີ່ກຳລັງສຸກເຫຼືອງເຊິ່ງເປັນຄວາມຫວັງອັນສຳຄັນຂອງປີທີ່ມີການລະບາດພະຍາດໂຄວິດ 19 ເຮັດໃຫ້ການຊອກເງິນຫາຄຳກໍຫຍຸ້ງຍາກຢູ່ແລ້ວແລະຄວາມຫວັງອັນສຸດທ້າຍແລະສຳຄັນນີ້ ກໍໄດ້ພັງທະລາຍລົງອີກຍ້ອນນໍ້າຖ້ວມນາໃນຂະນະເຂົ້າກຳລັງຈະເປັນກ່ຽວຫຼຽວໄປທາງໃດກໍຊໍ້າເຫັນແຕ່ນໍ້າ.
ພາບການລຸຍນໍ້າເພື່ອເກັບກ່ຽວເຂົ້າໃນນາ, ພາບເຫັນປະຊາຊົນງອຍຫຼັງຄາເຮືອນນັ້ນຊ່າງເປັນ ເລື່ອງທີ່ໜ້າເສົ້າໃຈໃນສະພາບເສດຖະກິດຕົກຕໍ່າໜຳຊໍ້າຖືກໄພພິບັດມາຕື່ມເຮັດປະຊາຊົນຕ້ອງໄດ້ຮັບຄວາມລຳບາກຂຶ້ນເປັນທະວີຄູນ.
ແຕ່ແນວໃດກໍຕາມພວກເຮົາຍັງພ້ອມພຽງຮຽງໜ້າກັນໃນການຊ່ວຍຜູ້ປະສົບໄພຄັ້ງນີ້, ອ້າຍນ້ອງທະຫານທີ່ເປັນຮົ້ວຂອງຊາດແລ່ນເຂົ້າຕະລຸມບອນກ່ອນໝູ່ ທັງກ່ຽວເຂົ້າຊ່ວຍປະຊາຊົນ, ທັງຮອບອູ້ມເອົາແມ່ຍິງ, ຜູ້ເຖົ້າແລະເດັກນ້ອຍໜີນໍ້າຍ້າຍໄປບ່ອນປອດໄພ, ການລາຍງານຂ່າວຜ່ານທາງອອນລາຍໄດ້ຊ່ວຍໃຫ້ປະຊາຊົນໄດ້ຮັບຂ່າວສານໄດ້ວ່ອງໄວແລະຂົນຂວາຍໃຫ້ການຊ່ວຍເຫຼືອຢ່າງກວ້າງຂວາງ.
ທັງການນຳຮ່ວມກັບກັບປະຊາຊົນໃນການຮັບມືກັບໄພພພິບັດອັນຄາດບໍ່ເຖິງນີ້ ຢ່າງຂຸ້ນຂ້ຽວແລະທັງໃຫ້ກຳລັງໃຈກັນໃນຍາມລຳບາກ.
ການຮັບມືກັບໄພພິບັດໂດຍສະເພາະນໍ້າຖ້ວມກາຍເປັນວຽກທີ່ເກີດທຸກປີໂດຍສະເພາະນັບແຕ່ 2017-2018 ເປັນຕົ້ນມາເຊິ່ງເປັນການຢໍ້າເຕືອນພວກເຮົາວ່າຄວາມເຂັ້ມແຂງໃນການຮັບມືໃນສະຖານະການແບບ ນີ້ຕ້ອງໄດ້ຮັບການປັບປຸງ, ບໍ່ວ່າຈະເປັນວຽກການເຕືອນໄພ, ການໃຫ້ການຊ່ວຍເຫຼືອຢ່າງຮີບດ່ວນແລະທົ່ວເຖິງ, ບາງຄົວເຮືອນມີທັງເດັກນ້ອຍ, ຜູ້ເຖົ້າ, ຜູ້ເສຍອົງຄະແລະແມ່ຍິງພວກເຮົາຄວນໃຫ້ ບູລິມະສິດເຂົາເຈົ້າແນວໃດ? ແລ້ວຄວກະກຽມອຸປະກອນຫຍັງແດ່ ແລະໃຜຮັບຜິດຊອບ.
ພາຍຸທີ່ພາໃຫ້ຝົນຕົກໜັກນັ້ນໄດ້ຮັບການແຈ້ງເຕືອນຈາກກົມອຸຕຸນິຍົມແລະອຸທົກກະສາດທີ່ຂ້ອນຂ້າງຊັດເຈນຂຶ້ນນັບມື້, ມີການເຜີຍແຜ່ ຂໍ້ມູນຜ່ານຫຼາຍຊ່ອງທາງທີ່ໄດ້ແຈ້ງຂໍ້ມູນຕ່າງໆກ່ຽວກັບດິນຟ້າ ອາກາດພວກເຮົາຈົ່ງໃຫ້ ຄວາມສົນໃຈແລະມີສະຕິໃນການລະມັດລະວັງຫຼາຍຂຶ້ນກວ່າເກົ່າ, ມີການວາງແຜນລ່ວງໜ້າ ໃຫ້ດີກວ່າເກົ່າ.
ເວົ້າເລື່ອງການຈັດການນໍ້າຫຼາຍປະເທດເຊັ່ນສປຈີນຖ້າເຂື່ອນໄຟຟ້າປ່ອຍນໍ້າອອກຈາກເຂື່ອນໃນຂະນະທີ່ ນໍ້າກຳລັງຖ້ວມແລະຝົນຕົກໜັກນັ້ນຜິດກົດໝາຍ. ເມື່ອຮູ້ແລ້ວວ່າຝົນຈະຕົກໜັກພາຍຸຈະມາໂດຍການຕິດຕາມການພະຍາກອນອາກາດຢ່າງໃກ້ຊິດແລ້ວເຂື່ອນຕ້ອງໄດ້ ປ່ອຍນໍ້າອອກຈາກອ່າງເກັບນໍ້າກ່ອນຝົນຈະມາຮອດເຊິ່ງອັນນີ້ ພວກເຮົາກໍຄວນພິຈາລະນາຄືນເຖິງການຈັດຕັ້ງປະຕິບັດໃນປັດຈຸບັນໃນປະເທດເຮົາທີ່ຫຼາຍເຂື່ອນໄດ້ປ່ອຍນໍ້າອອກໃນຂະນະທີ່ນໍ້າກຳລັງນອງເຊິ່ງຍິ່ງເພີ່ມຄວາມສ່ຽງໃຫ້ກັບປະຊາຊົນຢູ່ໃຕ້ເຂື່ອນແລ້ວເຮົາຊິເອົາຫຍັງມາເວົ້າວ່າ “ເຮັດເຂື່ອນເພື່ອຕ້ານແລ້ງຕ້ານຖ້ວມ?”