24 ຕຸລາ 1945 ວັນສະຫະປະຊາຊາດ ຄົບຮອບ 75 ປີ
October 24, 2020 - 12:15 PM
ອົງການສະຫະປະຊາຊາດ ສ້າງຕັ້ງຂຶ້ນ ໃນວັນທີ 24 ຕຸລາ 194 ເຊິ່ງແມ່ນອົງການຫວ່າງປະເທດອັນມີຄວາມມຸ່ງໝາຍທີ່ກ່າວໄວ້ເພື່ອໃຫ້ຄວາມສະດວກແກ່ຄວາມຮ່ວມມືໃນກົດໝາຍ, ຄວາມໝັ້ນຄົງຫວ່າງປະເທດ ເປັນຕົ້ນແມ່ນການພັດທະນາການເງິນ. ຂະບວນການທາງການເມືອງ, ສິດທິມະນຸດ ແລະການບັນລຸສັນຕິພາບໂລກ.
ສຳລັບ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ UN ໃນປີ 1955 ຫຼື ຄົບຮອບ 65 ປີ ໃນປຮ 2020. ຕະຫຼອດໄລຍະ 65 ປີທີ່ ເຂົ້າຮ່ວມ ໄດ້ຕັ້ງໝັ້ນໃນອຸດົມການຂອງອົງການສະຫະປະຊາຊາດ ພ້ອມທັງໄດ້ພັດທະນາປະເທດ ໄປຕາມທິດທາງເປົ້າໝາຍ ທັງຍາດໄດ້ຜົນສໍາເລັດໃນຫຼາຍໆດ້ານ ເພື່ອໃຫ້ກາຍເປັນປະເທດທີ່ມີຄວາມອຸດົມມັ່ງຄັງ ແລະ ຍືນຍົງ.