ເຊໂປນກະທົບຫລາຍກວ່າ 317 ຕື້ກວ່າກີບ ຫລາຍພາກສ່ວນເລັ່ງໃຫ້ຄວາມຊ່ວຍເຫລືອ
ອີງຕາມກາລາຍງານຂອງຂ່າວທ້ອງຖິ່ນເມືອງເຊໂປນ ແຂວງສະຫວັນນະເຂດ ວັນທີ 23 ຕຸລາ ນີ້ ໃຫ້ຮູ້ວ່າ: ຜົນກະທົບຈາກໄພນໍ້າຖ້ວມ ໃນທົ່ວເມືອງເຊໂປນ ຄັ້ງນີ້ ມີ 47 ບ້ານ, 2.500 ກວ່າຫຼັງຄາເຮືອນ, 2.700 ກວ່າຄອບຄົວ, 15.600 ກວ່າຄົນ (ຍິງ 7.800 ກວ່າຄົນ), ປະຊາຊົນ ທີ່ຖືກອົບພະຍົກ ມີ 29 ບ້ານ, 2.000 ກວ່າຄອບຄົວ, 12.000 ກວ່າຄົນ, ສ່ວນຜົນເສຍຫາຍ ມີຄົນເສຍຊີວິດ 1 ຄົນ, ເຮືອນເປ່ເພ-ໄຫຼນໍ້າ 109 ຫຼັງ, ຜົນຜະລິດເສຍຫາຍ ນາ 1.764 ເຮັກຕາ, ສວນປູກເຂົ້າ 498 ເຮັກຕາ, ໜອງປາ 271 ໜອງ, ຄວາຍ 5 ໂຕ, ງົວ 68 ໂຕ, ແບ້ 148 ໂຕ, ໝູ 18 ໂຕ, ນອກນັ້ນ ຍັງມີເສັ້ນທາງ, ລະບົບໄຟຟ້າໃຊ້, ພື້ນຖານໂຄງລ່າງ ການສຶກສາ, ສາທາລະນະສຸກ ແລະ ອື່ນໆ, ຊຶ່ງລວມມູນຄ່າເສຍຫາຍທັງໝົດ ໃນທົ່ວເມືອງ 317 ກວ່າຕື້ກີບ.
ປັດຈຸບັນ ໄດ້ມີພາກສ່ວນກ່ຽວຂ້ອງຕ່າງໆໃຫ້ການຊ່ວຍເຫືອບັນເທົາທຸກ ຈຳນວນໜຶ່ງ ແຕ່ກໍຍັງມີຄວາມຕ້ອງການຄວາມຊ່ວຍເຫລືອຈຳນວນຫລາຍ ເປັນຕົ້ໜແມ່ນສະບຽບອາຫານ, ເຄື່ອງນຸ່ງຮົ່ມ ເປັນຕົ້ນ.