ພົນລະເມືອງ 24.450 ຄົນ ຢູ່ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໜັກຈາກໄພພິບັດນ້ຳຖ້ວມ
ເຂົ້ານາຫລາຍພັນເຮັກຕາທັງເມືອງວິລະບູລີ, ເຊໂປນ, ຈຳພອນ, ສອງຄອນ, ໄກສອນ ພົມວິຫານ ແລະ ອື່ນໆ ຖືກນໍ້າຖ້ວມສ່ວນສະພາບການໃນຫລາຍເມືອງຂອງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຈາກສະພາບຝົນຕົກຫລາຍວັນ, ເຂົ້ານາ ຫລາຍພັນເຮັກຕາ ທັງເມືອງວິລະບູລີ, ເຊໂປນ, ຈຳພອນ, ສອງຄອນ, ໄກສອນ ພົມວິຫານ ແລະອື່ນໆ ຖືກນໍ້າຖ້ວມ, ກຳລັງ ປກຊ, ປກສ ກໍຄື ອົງການຈັດຕັ້ງທາງປົກຄອງບ່ອນມີເງື່ອນໄຂໄດ້ພາກັນລົງຊ່ວຍປະຊາຊົນ ໃນການເກັບກູ້ເອົາເຂົ້າ ແລະ ສັດ ໄປໄວ້ບ່ອນສູງ.
ໃນໄລຍະຕົ້ນເດືອນ ຕຸລາ 2020, ປະຊາຊົນເມືອງຈຳພອນ ແລະ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖວ້ມ ເຊິ່ງເຮັດໃຫ້ເຮືອນຊານບ້ານຊ່ອງ, ໂຮງຮຽນ, ໄຮ່ນາ, ເນື້ອທີ່ການຜະລິດ ແລະ ສັດລ້ຽງ ເສຍຫາຍຫລາຍສົມຄວນ.
ບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມ ພາກເໜືອຂອງປະເທດລາວດ້ວຍກໍາລັງອ່ອນພ້ອມດຽວກັນຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພັດຜ່ານຢູ່ແຂວງ ພາກກາງ ແລະ ພາກໃຕ້ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອ ຍັງມີກໍາລັງແຮງພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ຕື່ມອີກ.
ສຳລັບລະດັບແມ່ນໍ້າສາຂາແກ້ງກອກ (ເຊຈໍາພອນ) , ແກ້ງໂດນ, ເຊໂປນ ແລະ ລະຫານໍ້າ (ເຊບັ້ງຫຽງ) ແຂວງ ສະຫວັນນະເຂດ ແມ່ນຍັງສູງກາຍເຂດອັນຕະລາຍ. ສ່ວນສະພາບຢູ່ເມືອງຊົນນະບູລີ ຈາກຝົນຕົກນັບຕັ້ງແຕ່ວັນທີ 7-19 ຕຸລາ 2020 ເຮັດໃຫ້ແມ່ນໍ້າເຊຊັງຊອຍ, ເຊກຸມກາມ, ເຊທ່າມວກ ແລະ ເຊບັງຫຽງ ໄຫລນອງເຂົ້າຖ້ວມບ້ານເຮືອນ ແລະ ເນື້ອທີ່ການຜະລິດຂອງປະຊາຊົນທີ່ຢູ່ລ້ອງແມ່ນໍ້າເຊດັ່ງກ່າວ ຈຳນວນ 40 ບ້ານ, ເນື້ອທີ່ຖືກຖ້ວມ 5.735 ເຮັກຕາ, ມີພົນລະເມືອງ 24.450 ຄົນ ຍິງ 12.388 ຄົນ, ຫລັງຄາຖືກຖ້ວມ 3.668 ຫລັງຄາ, ສວນພືດ 176 ເຮັກຕາ… ອົງການຈັດຕັ້ງມະຫາຊົນ ເມືອງວິລະບູລີ ປະກອບມີ ຊາວໜຸ່ມ, ກຳມະບານ, ແມ່ຍິງ, ກຳລັງ ປກສ, ປກຊ ໄດ້ລົງຊ່ວຍປະຊາຊົນໃນການເກັບກູ້ເຂົ້ານາ, ເຂົ້າໄຮ່ ທີ່ຖືກນໍ້າຖ້ວມ ໃນເຂດກຸ່ມບ້ານທີ 5 ບ້ານນາເມືອງແສນ ແລະ ບ້ານນາຊຽງແລ.
ສ່ວນສະພາບການໃນຫລາຍເມືອງຂອງສະຫວັນນະເຂດທີ່ໄດ້ຮັບຜົນກະທົບຈາກສະພາບຝົນຕົກຫລາຍວັນ, ເຂົ້ານາ ຫລາຍພັນເຮັກຕາ ທັງເມືອງວິລະບູລີ, ເຊໂປນ, ຈຳພອນ, ສອງຄອນ, ໄກສອນ ພົມວິຫານ ແລະອື່ນໆ ຖືກນໍ້າຖ້ວມ, ກຳລັງ ປກຊ, ປກສ ກໍຄື ອົງການຈັດຕັ້ງທາງປົກຄອງບ່ອນມີເງື່ອນໄຂໄດ້ພາກັນລົງຊ່ວຍປະຊາຊົນ ໃນການເກັບກູ້ເອົາເຂົ້າ ແລະ ສັດ ໄປໄວ້ບ່ອນສູງ.
ປັດຈຸບັນນີ, ການນຳໃຊ້ງົບປະມານ ໃນການບໍລິຫານບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ປະສົບໄພ, ພາຫະນະຮັບໃຊ້ທີ່ມີກໍເກົ່າ ແລະ ຊຸດໂຊມຫລາຍ ເຮືອບາງລຳໃຊ້ງານບໍໄດ້ ແລະ ການນຳໃຊ້ກຳລັງ ແຮງງານກໍບໍ່ພຽງພໍ. ສະນັ້ນການຕອບສະໜອງ ຕາມຄວາມຮຽກ ຮ້ອງຕ້ອງ ການ ຂອງປະຊາຊົນຜູ້ປະສົບ ໄພໃນຄັ້ງນີ້ຍັງຊັກຊ້າ ບໍ່ທັນກັບສະພາບ ການເຮັດໃຫ້ເຂົ້ານາປີຂອງປະຊາຊົນ ຖືກຈົມນ້ຳເປັນຈຳນວນຫລວງຫລາຍ. ພ້ອມກັນນີ້, ຂໍສະເໜີສິ່ງທີ່ຈຳເປັນມາແກ້ໄຂໃນເວລາສຸກເສີນເປັນຕົ້ນ: ເຂົ້າສານ, ນ້ຳດື່ມ, ນ້ຳມັນແອັດຊັງ, ນ້ຳມັນກາຊວນ, ຢາປົວພະຍາດ ເຄື່ອງບໍລິໂພກ-ອຸປະໂພກ ແລະ ອື່ນໆ.