ການກະທຳຜິດຍ້ອນຄວາມມຶນເມົາ ກົດໝາຍບໍ່ຍົກໂທດ
![ການກະທຳຜິດຍ້ອນຄວາມມຶນເມົາ ກົດໝາຍບໍ່ຍົກໂທດ - LPN 72 - ການກະທຳຜິດຍ້ອນຄວາມມຶນເມົາ ກົດໝາຍບໍ່ຍົກໂທດ ການກະທຳຜິດຍ້ອນຄວາມມຶນເມົາ ກົດໝາຍບໍ່ຍົກໂທດ - LPN 72 - ການກະທຳຜິດຍ້ອນຄວາມມຶນເມົາ ກົດໝາຍບໍ່ຍົກໂທດ](https://www.laophattananews.com/wp-content/uploads/2020/10/LPN-72.png)
ທຸກຄົນອາດຈະເຄີຍເຂົ້າຮ່ວມ, ເຄີຍເຫັນ ຫຼື ເຄີຍໄດ້ສໍາຜັດກັບເຫດການຕົວຈິງຢູ່ໃນວົງສຸລາບາຢອງງານຊຶ່ງເຕັມໄປດ້ວຍບັນກາດທີ່ດີ ແລະ ບໍ່ດີ ເປັນມິດ ແລະ ບໍ່ເປັນມິດ ຫຼື ເປັນ ທັງງານເຮັດໃຫ້ມິດກາຍເປັນສັດຕູ ແລະ ເຮັດໃຫ້ສັດຕູກາຍເປັນມິດ ທັງຫມົດນັ້ນແມ່ນຂຶ້ນກັບບຸກຄະລິກກະພາບຂອງຜູ້ຮ່ວມວົງດື່ມສຸລາ. ໂດຍສະເພາະ, ໃນການເວົ້າຈາພາທີ ມີອັນກໍເຂົ້າຫູຊ້າຍອອກຫູຂວາ ມີອັນກໍຖືກ ມີ ອັນກໍຜິດ ຖ້າບໍ່ມີບັ້ງອົດບັ້ງທົນກໍນໍາໄປສູ່ຄວາມເຈັບປວດມີອັນແຕກແຍກມີອັນເສຍຫາຍຕາມມາ, ແຕ່ທີ່ຫນ້າເສົ້າໃຈແມ່ນງານບາງງານກາຍເປັນສະຖານທີ່ສ້າງວີລະກໍທີ່ບໍ່ຫນ້າຍົກຍ້ອງຂອງບາງບຸກຄົນ ເປັນຕົ້ນ ເກີດມີການທໍາຮ້າຍຮ່າງກາຍເຊິ່ງກັນ ແລະ ກັນ ມີການຄາຕະກໍາ ມີການລ່ວງລະເມີດ ທາງ ເພດ ແລະ ປາກົດການຫຍໍ້ທໍ້ອື່ນໆຕາມມາ.
ການເມົາເຫຼົ້າ ຫຼື ເມົາຢາເສບຕິດດ້ວຍຄວາມສະຫມັກໃຈ ບໍ່ພຽງແຕ່ຈະເປັນເລື່ອງ ທີ່ຜິດຕໍ່ສິນທໍາເທົ່ານັ້ນ, ແຕ່ກົດຫມາຍຍັງໄດ້ກໍານົດໄວ້ເປັນຄວາມຜິດອີກດ້ວຍ. ອັນໄດ້ແກ່ຢາເສບຕິດທີ່ເສບເຂົ້າໄປແລ້ວຈະກໍອັນຕະລາຍຕໍ່ຊີວິດ ຮ່າງກາຍກຽດຊື່ສຽງຊັບສິນຂອງບຸກຄົນອື່ນ ແລະ ນໍາມາຊຶ່ງຄວາມສູນເສຍ ແລະ ມີຜົນສະທ້ອນອັນໃຫຍ່ຫຼວງຕໍ່ສັງຄົມໂດຍກົງ ຖ້າຫາກການມືນເມົານັ້ນເປັນເຫດໃຫ້ຜູ້ນັ້ນຄວບຄຸມສະຕິ ຫຼື ບັນຊາການກະທໍາຂອງຕົນເອງບໍ່ໄດ້ ແລະ ໄດ້ສ້າງ ຄວາມວຸ້ນວາຍ ຫຼື ໄດ້ມີການກະທໍາທີ່ຝ່າຝືນກົດຫມາຍກໍຈະເປັນສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາຫນັກຂຶ້ນ.
ຄວາມຫມາຍຂອງການມືນເມົາດ້ວຍຄວາມສະຫມັກໃຈຫມາຍເຖິງສານທີ່ມີລິດຕໍ່ຈິດປະສາດກໍໃຫ້ເກີດຜົນກະທົບຕໍ່ຈິດໃຈລວມທັງສິ່ງທີ່ມີລັກສະນະໃນການລະງັບປະສາດດ້ວຍການເສບ, ດ້ວຍວິທີໃດກໍຕາມບໍ່ວ່າຈະເປັນການນໍາເຂົ້າທາງປາກ, ທາງຮູດັງ ຫຼື ທາງອະໄວຍະວະອື່ນ ເຊັ່ນ: ສີດເຂົ້າໃນຮ່າງກາຍ ເຮັດໃຫ້ເກີດອາການມືນເມົາເຖິງຂັ້ນທີ່ເຮັດໃຫ້ບຸກຄົນນັ້ນຂາດສະຕິສໍານຶກຈົນບໍ່ສາມາດບັນຊາການກະທໍາຂອງຕົນເອງໄດ້, ແລ້ວໄປກະທໍາຜິດທາງອາຍາ ຊຶ່ງປະມວນ ກົດຫມາຍອາຍາບໍ່ໃຫ້ຖືເອົາ ເຫດຂອງຄວາມມືນເມົາດ້ວຍຄວາມສະຫມັກໃຈເປັນຂໍ້ອ້າງ ແກ້ຕົວ ເພື່ອໃຫ້ຫຼຸດພົ້ນຈາກຄວາມຮັບຜິດ ຊອບຄວາມເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.
ເຫດຜົນທີ່ປະມວນກົດຫມາຍອາຍາບໍ່ຍອມຍົກເອົາສາເຫດຂອງຄວາມມືນເມົາດ້ວຍຄວາມສະຫມັ ໃຈມາເປັນຂໍ້ແກ້ຕົວນັ້ນ ເພາະສິ່ງມືນເມົາເປັນສາເຫດອັນສໍາຄັນທີ່ກໍໃຫ້ເກີດຄວາມເສຍຫາຍໂດຍກົງຕໍ່ຊີວິດຮ່າງກາຍ ແລະ ຊັບສິນ. ບາງຄັ້ງເຖິງຂັ້ນນ໋ອງ ຊະຍາກໍາທີ່ຮ້າຍແຮງ ຖ້າຫາກປະມວນກົດຫມາຍຍອມໃຫ້ຍົກເວັ້ນເອົາຄວາມມືນເມົາດ້ວຍຄວາມສະຫມັກໃຈມາເປັນຂໍ້ແກ້ຕົວໃຫ້ພົ້ນຈາກ ຄວາມຮັບຜິດຊອບທາງອາຍາ ແລະ ການລົງໂທດ, ຊຶ່ງຈະກາຍເປັນການສະຫນັບສະຫນູນ ຫຼື ສົ່ງເສີມໃຫ້ມີການກະທໍາຜິດຈາກສາເຫດດັ່ງກ່າວນີ້ເພີ່ມຂຶ້ນ ເນື່ອງຈາກຜົນປະໂຫຍດທາງສ່ວນຕົວຂອງຜູ້ກະທໍາຜິດໃນແງ່ຫນຶ່ງການທີ່ກົດຫມາຍບໍ່ຍອມໃຫ້ຍົກເອົາເຫດການຂອງການມືນເມົາມາເປັນຂໍ້ແກ້ຕົວ ກໍເທົ່າວ່າເປັນການປາບປາມ ແລະ ສະກັດກັ້ນສັນດານຜູ້ທີ່ມີນິໄສມັກມືນເມົາໃຫ້ມີສະຕິລະວັງຕົວບໍ່ໃຫ້ຕົນມືນເມົາຈົນເຖິງຂັ້ນຄວບຄຸມສະຕິຂອງຕົນເອງບໍ່ໄດ້ເພາະຖ້າເກີດຄວາມມືນເມົາແລ້ວກະທໍາຄວາມຜິດ ກໍ່ບໍ່ສາມາດທີ່ຈະຍົກເອົາເປັນຂໍ້ແກ້ຕົວໄດ້ ສັງລວມແລ້ວ ຖ້າບຸກຄົນໃດ ຫາກໄດ້ກະທໍາຜິດ ໃນເວລາມືນເມົາ ຈະພາ ໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ ໂດຍບໍ່ຕ້ອງສົງໄສ.