7 ສັນຍານເຕືອນພະຍາດມະເຮັງ ຮູ້ກ່ອນແກ້ໄຂທັນ
October 26, 2020 - 5:03 PM
- ລະບົບຂັບຖ່າຍຜິດປົກກະຕິ, ມີການປ່ຽນແປງໃນການຂັບຖ່າຍອາຈົມ ແລະ ຍ່ຽວ.
- ບາດແຜຊຳ້ເຮື້ອທີ່ປິ່ນປົວບໍ່ເຊົາ.
- ເລືອດໄຫລຜິດປົກກະຕິຕາມທະວານໃດໆຂອງຮ່າງກາຍ.
- ຄຳພົບກ້ອນຢູ່ເຕົ້ານົມ ຫລື ພາກສ່ວນອື່ນໆຂອງຮ່າງກາຍ.
- ໄຝ, ຂີ້ແມງວັນ ຫລື ຂີ້ກະຕອດ ທີ່ເກີດການປ່ຽນແປງຢ່າງຜິດປົກກະຕິ ຫລື ມີເລືອດອອກ.
- ກືນອາຫານລຳບາກ ຫລື ລະບົບການຍ່ອຍອາຫານຜິດປົກກະຕິ.
- ມີອາການໄອທີ່ຜິດປົກກະຕິ ເຊັ່ນ : ໄອປົນເລືອດ, ໄອຊຳ້ເຮື້ອ ຫລື ສຽງແຫບ.
ຫາກທ່ານມີອາການເຫລົ່ານີ້ຫລາຍກ່ວາ 2 ອາທິດ ຄວນໄປໂຮງໝໍເພື່ອຮັບການກວດ.
ການມີສຸຂະພາບແຂງແຮງເປັນສິ່ງທີ່ໃຜໆກໍລ້ວນແຕ່ປາຖະໜາ ໂດຍສະເພາະຢ່າງຍິ່ງການຫລີກເວັ້ນຈາກພະຍາດຮ້າຍດັ່ງ ມະເຮັງ ທີ່ເປັນສາເຫດການເສຍຊີວິດອັນດັບ 1 ຂອງປະຊາກອນໂລກ, ແຕ່ການເບິ່ງແຍງດູແລສຸຂະພາບຢ່າງດຽວອາດຍັງບໍ່ພຽງພໍ. ດັ່ງນັ້ນ, ການກວດສຸຂະພາບ ຫລື ການກວດຫາພະຍາດມະເຮັງ ຈຶ່ງເປັນວິທີການທີ່ດີທີ່ສຸດໃນການປ້ອງກັນການເກີດພະຍາດ ທັງຜູ້ທີ່ມີຄວາມສ່ຽງ ແລະ ບໍ່ມີຄວາມສ່ຽງ ເຊິ່ງການກວດພົບມະເຮັງຕັ້ງແຕ່ໄລຍະທຳອິດນັ້ນກໍຖືເປັນປັດໄຈສຳຄັນທີ່ມີຜົນຫລາຍຕໍ່ຄວາມສຳເລັດຂອງການປິ່ນປົວພະຍາດມະເຮັງ.