ເປີດໃຫ້ ປະຊາຊົນບັນດາເຜົ່າສະເໜີຄໍາຄິດຄໍາເຫັນໄປຍັງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII
ຖືເປັນໂອກາດດີຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ ທີ່ຢາກປະກອບຄໍາຄິດຄໍາເຫັນ ຫລື ສະເໜີ ບັນຫາທີ່ກ່ຽວພັນກັບການພັດທະນາດ້ານຕ່າງໆ ໃນທ້ອງຖິ່ນຂອງຕົນ, ເນື່ອງຈາກສະພາແຫ່ງຊາດ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຂຶ້ນຢ່າງເປັນທາງການ ໃນວັນທີ 27 ຕຸລາ 2020 ແລະ ຈະດໍາເນີນໄປຮອດວັນທີ 17 ພະຈິກ 2020 ນີ້.
ໃນໂອກາດຖະແຫລງຂ່າວ ກ່ຽວກັບການດໍາເນີນກອງປະຊຸມດັ່ງກ່າວ ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ເມື່ອບໍ່ດົນມານີ້, ໄດ້ຂໍເຊີນມາຍັງພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມນີ້, ເຊິ່ງຄະນະເລຂາທິການສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີ ໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມຜ່ານຊ່ອງທາງດັ່ງນີ້: ໂທລະສັບບໍ່ເສຍຄ່າ ໝາຍເລກ: 156, ໂທລະສານ ໝາຍເລກ: 021 413528, ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662 ແລະ ສົ່ງອີເມວ: [email protected]
ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ຕື່ມວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພິຈາລະນາຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2020 ແລະ ແຜນການປະຈໍາປີ 2021, ພິຈາລະນາຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາສົກປີ 2020 ແລະ ແຜນການປະຈໍາປີ 2021. ທາບທາມຮ່າງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII, ແຜນງົບປະມານແຫ່ງລັດ 5 ປີ (2016-2020), ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ພິຈາລະນາຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫລວງວຽງຈັນ. ພິຈາລະນາຮັບຮອງບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (2021-2025), ການຈັດຕັ້ງປະຕິບັດແຜນການປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ແຜນການປະຈໍາປີ 2021. ພິຈາລະນາຮັບຮອງບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2019. ພິຈາລະນາຮັບຮອງບົດລາຍງານການກວດກາຕາມຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງອົງການກວດກາລັດຖະບານ. ພິຈາລະນາຮັບຮອງບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ແຜນການປະຈໍາປີ 2021. ພິຈາລະນາຮັບຮອງບົດລາຍງານຂອງສານປະຊາຊົນສຸງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2020), ແຜນການປະຈໍາປີ 2021. ພິຈາລະນາຮັບຮອງບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການປະຈໍາປີ 2020 ແລະ 2021. ທາບທາມຮ່າງທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສະພາແຫ່ງຊາດຊຸດທີ IX. ພິຈາລະນາຮັບຮອງບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການແກ້ໄຂຜົນການກວດສອບ ແລະ ຜົນການກວດກາໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຈັດເກັບລາຍຮັບ. ພິຈາລະນາຮັບຮອງບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງ, ການບໍລິການໃນຮ້ານບັນເທິງ ແລະ ຮ້ານກິນດື່ມ. ນອກນີ້ ຈະພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍຈໍານວນ 5 ສະບັບ ຄື: ຮ່າງກົດຫມາຍສ້າງໃໝ່ມີ 4 ສະບັບ ປະກອບມີ: ຮ່າງກົດໝາຍວ່າດ້ວຍຊັ້ນນັກການທູດ. ຮ່າງກົດຫມາຍວ່າດ້ວຍຊາວໜຸ່ມລາວ. ຮ່າງກົດຫມາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ຮ່າງກົດຫມາຍວ່າດ້ວຍການສຶກສາຊັ້ນສູງ ແລະ ກົດໝາຍປັບປຸງໃໝ່ 1 ສະບັບ ຄື: ຮ່າງກົດ ໝາຍວ່າດ້ວຍການປັບປຸງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ.
Comment
Comments are closed.