Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ

Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ - Ant Group - Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ
Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ - kitchen vibe - Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ

Ant Group ບໍລິສັດ​ດ້ານ​ເຕັກ​ໂນ​ໂລ​ຊີ​ການ​ເງິນ (ຟິນ​ເທັກ) ຂອງ​ທ່ານ ​ແຈັກ ມ່າ ມະຫາ​ເສດຖີ​ຊາວ​ຈີນ ຜູ້​ສ້າງຕັ້ງອາລີ​ບາ​ບາ ອາດ​ມີ​ມູນ​ຄ່າ​ໃນ​ຕະຫລາດ​ຫລັກ​ຊັບ​ເຖິງ 34.500 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ການສະ​ເໜີ​ຂາຍ​ຫຸ້ນ​ໃຫ້​ປະຊາຊົນ​ຄັ້ງທຳ​ອິດ (IPO) ຫລັງ​ມີ​ກຳນົດ​ເລີ່​ມ​ເປີດ​ການ​ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ​ຊັບ​ຢູ່​ນະຄອນ​ຊຽງ​ໄຮ້​ໃນ​ອາທິດ​ນີ້ ​ແລະ ຈະ​ໄປ​​ເປີດ​ການ​ຂາຍ​ຫຸ້ນ​ຢູ່​ຕະຫລາດ​ຫລັກ​ຊັບ​ໃນ​ຮົງ​ກົງ​ວັນ​ທີ 5 ພະຈິກ.

​ໂດຍ​ມູນ​ຄ່າ​ດັ່ງກ່າວ​ອາດ​ຖື​ເປັນ​ການ​ຂາຍ​ຫຸ້ນ​ໃຫ້​ປະຊາຊົນ​ຄັ້ງທຳ​ອິດ (IPO) ທີ່​ມີ​ມູນ​ຄ່າ​ສູງ​ທີ່​ສຸດ​ໃນ​ໂລກ ​ແຊງ​ໜ້າ​ບໍລິສັດ​ອາຣາມ​ໂກ (Aramco) ບໍລິສັດ​ນ້ຳມັນ​ຂອງ​ຊາ​ອຸ​ດິອາຣະ​ເບຍ ທີ່​ສ້າງ​ສະຖິຕິ​ເປີດ​ຂາຍ​ຫຸ້ນ​ຄັ້ງທຳ​ອິດ​ໃນ​ປີຜ່ານມາ ​ໂດຍ​ມີ​ມູນ​ຄ່າ 29.400 ລ້ານ​ໂດ​ລາ​ສະຫະລັດ.

Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ - Visit Laos Visit SALANA BOUTIQUE HOTEL - Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ

ການ​ເປີດ​ຂາຍ​ຫຸ້ນ​ຂອງ Ant Group ມີ​ບໍລິສັດ​ດ້ານ​ການ​ລົງທຶນ​ລາຍ​ໃຫຍ່​ຈຳນວນ​ຫລາຍ​ໃຫ້​ຄວາມ​ສົນ​ໃຈ​ເຊັ່ນ: ​ເທ​ມາ​ເສັກ ​ໂຮ​ນດິ້ງ (Temasek Holding) ຂອງ​ສິງກະ​ໂປ ລວມທັງ​ໜ່ວຍ​ການ​ລົງທຶນ​ຂອງ​ສະຫະລັດ ອາຣັບ ​ເອມິ​ເຣດ ​ເຊິ່ງຖ້າ​ມີ​ຜູ້​ສົນ​ໃຈ​ຈຳນວນ​ຫລາຍ Ant Group ອາດ​ພິຈາລະນາ​ໃຫ້​ຜູ້​ຈັດ​ຈຳໜ່າຍ​ຫລັກ​ຊັບ​ຈັດ​ສັນ​ຫຸ້ນ​ໃຫ້​ຜູ້​ລົງທຶນ​ຫລາຍ​ກວ່າ​ທີ່​ບໍລິສັດ​ສະ​ເໜີ​ຂາຍ (Green Shoe) ​ເພີ່ມ​ອີກ.

​ໂດຍ​ຫຸ້ນ​ທີ່ Ant Group ນຳ​ມາ​ແບ່ງ​ຂາຍ​ໃນ​ຕະຫລາດ​ຫລັກ​ຊັບ​ຊຽງ​ໄຮ້​ ​ແລະ ຮົງ​ກົງ ຄິດ​ເປັນ 11% ຂອງ​ມູນ​ຄ່າ​ທັງ​ໝົດ ​ເຊິ່ງຈະ​ສົ່ງ​ຜົນ​ໃຫ້​ມູນ​ຄ່າ​ຂອງ​ບໍລິສັດ Ant Group ມີ 320.000 ລ້ານ​ໂດ​ລາ​ສະຫະລັດ ​ແຊງ​ໜ້າ​ບໍລິສັດ​ດ້ານ​ການ​ເງິນ​ລາຍ​ໃຫຍ່​ຂອງ​ໂລກ​ຄື JPMorgan ​ແລະ Bank of America ​ເຊັ່ນ​ດຽວ​ກັບ​ມູນ​ຄ່າ​ຊັບ​ສິນ​ຂອງ​ທ່ານ ​ແຈັກ ມ່າ ທີ່​ຈະ​ເພີ່ມ​ຂຶ້ນ​ເປັນ 2,5 ຕື້ບາດ ຂຶ້ນ​ແທ່ນ​ມະຫາ​ເສດຖີ​ທີ່​ລວຍ​ທີ່​ສຸດ​ໃນ​ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ.

ສໍາລັບ Ant Group ​ເປັນ​ບໍລິສັດ​ດ້ານ​ການ​ເງິນ ຜູ້​ໃຫ້​ບໍລິການ​ລະບົບ​ຈ່າຍ​ເງິນ​ອາລີ​ເພລ (Alipay) ​ເຊິ່ງມີ​ຜູ້​ໃຊ້​ບໍລິການ​ຢູ່​ຈີນ​ຫລາຍ​ກວ່າ 1 ພັນ​ລ້ານ​ຄົນ. ຂະນະ​ດຽວ​ກັນ ຍັງ​ເຮັດ​ທຸລະ​ກິດ​ດ້ານ​ການ​​ໃຫ້​ເງິນ​ກູ້, ປະກັນ​ໄພ ​ແລະ ການ​ຈັດການ​ຊັບ​ສິນ​ນຳ​ອີກ.

ທ່ານ ​ແຈັກ ມ່າ ຍັງ​ຍອມຮັບ​ວ່າ: ການ​ຂາຍ​ຫຸ້ນ​ມູນ​ຄ່າ​ມະຫາສານ​ແບບ​ນີ້ ​ເຮັດ​ໃຫ້​ທ່ານ​ບໍ່​ກ້າ​ຄິດ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອີກ 3 ຫລື 5 ປີ​ຕໍ່ໜ້າ, ​ເຊັ່ນ​ດຽວ​ກັບ​ນັກວິ​ເຄາະ​ຈຳນວນ​ຫລາຍ​ເບິ່ງ​ວ່າ: ການ​ເຂົ້າຕະຫລາດ​ຫລັກ​ຊັບ​ຈີນ​ຂອງ Ant Group ​ເຮັດ​ໃຫ້​ຕະຫລາດ​ຫຸ້ນ​ໃນ​ປະ​ເທດ​ຈີນ ລວມທັງ​ອາຊີ​ກັບ​ມາ​ຄຶກຄັກ​ອີກ.

Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ - 5 - Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ
Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ - 4 - Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ
Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ - 3 - Ant Group ຟິນເທັກຂອງ ແຈັກ ມ່າ ອາດລະດົມທຶນໄດ້ 34.500 ລ້ານໂດລາ ຈາກການຂາຍຫຸ້ນໃຫ້ປະຊາຊົນຄັ້ງທຳອິດ