ວຸດທິສະພາສະຫະລັດເພີ່ມໂຄຕາຝ່າຍຂວາໃນສານສູງ
ວຸດທິສະພາສະຫະລັດມີມະຕິສຽງສ່ວນຫຼາຍຮັບຮອງຜູ້ພິພັກສາຍິງ ທີ່ປະທານາທິບໍດີ ໂດນັລທຣຳ ສະເໜີຊື່ເຂົ້າສູ່ຂະບວນການປະມານ 1 ເດືອນກ່ອນເຖິງການເລືອກຕັ້ງຜູ້ນຳສະຫະລັດໃຫ້ດຳລົງຕຳແໜ່ງຕຸລາການສານສູງຄົນໃໝ່ ເພີ່ມສັດສ່ວນຂອງຝ່າຍຂວາ ໃນອົງຄະນະສານສູງສຸດຂອງປະເທດ.
ສຳນັກຂ່າວຕ່າງປະເທດຈາກກຸງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 26 ຕຸລາວ່າ ວຸດທິສະພາສະຫະລັດມີມະຕິໃນການປະຊຸມເມື່ອວັນຈັນ ດ້ວຍສຽງສ່ວນຫຼາຍ 52 ຕໍ່ 48 ສຽງ ເປັນໄປຕາມສັດສ່ວນຂອງພັກຣີ ພັບຣິກັນ ແລະ ພັກ ເດໂມແຄຣດ ຮັບຮອງ ທ່ານນາງ ເອມີ ໂຄນີ ບາເຣດ ໃຫ້ດຳລົງຕຳແໜ່ງຕຸລາການສານສູງສຸດ ແລະ ເປັນຜູ້ພິພາກສາຍິງຄົນທີ 5 ໃນປະຫວັດສາດຂອງສະຫະລັດ ຊຶ່ງໄດ້ຮັບການຂັດເລືອກໃຫ້ເຂົ້າສູ່ສານສູງສຸດຂອງປະເທດແທນທ່ານນາງ ຣູຊບາເດີ ກີນສະເບີກ ຊຶ່ງໄດ້ເສຍຊີວິດໃນຕຳແໜ່ງ ເມື່ອກາງເດືອນກັນຍາ ທີ່ຜ່ານມາ ໂດຍການເຂົ້າສູ່ທຳນຽບສານສູງສຸດຂອງ ກິນສະເບີກ ເພີ່ມໂຄຕາຝ່າຍອະນຸລັກນິຍົມເປັນ 6 ຕໍ່ 3 ສຽງ.