9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້

9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້ - Time fo an Adventure 2020 10 27T180440 - 9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້
9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້ - kitchen vibe - 9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້

ໄລຍະ 9 ເດືອນຕົ້ນປີ 2020 ກະຊວງການເງິນ ສາມາດປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 13.563 ຕື້ກີບ ທຽບໃສ່ໄລ ຍະດຽວກັນຂອງປີຜ່ານມາຫລຸດລົງ 15%. ສ່ວນລາຍຮັບຈາກການຊ່ວຍເຫລືອລ້າ ປະຕິບັດໄດ້ 1.111 ຕື້ກີບ ເນື່ອງຈາກສະພາບການພາຍໃນ ແລະ ຕ່າງປະເທດບໍ່ເອື້ອອຳນວຍ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 27 ຕຸລາ 2020 ນີ້ວ່າ: ສະພາບການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນຕົ້ນປີ 2020, ເຖິງວ່າລັດຖະບານ ໄດ້ມີຄວາມພະ ຍາຍາມສູງໃນການອອກມາດຕະການຊຸກຍູ້ຕ່າງໆກໍຕາມ ແຕ່ດ້ວຍສະພາບການພາຍໃນ ແລະ ຕ່າງປະ ເທດບໍ່ເອື້ອອຳນວຍ, ເຮັດໃຫ້ມີຄວາມຈຳເປັນຕ້ອງໄດ້ສະເໜີແຜນດັດແກ້ເບື້ອງຕົ້ນ ທັງດ້ານລາຍຮັບ, ລາຍຈ່າຍ ແລະ ດັດແກ້ການຂາດດຸນ ເພີ່ມຂຶ້ນຈາກ 3,77% ມາເປັນ 5,8% ຕໍ່ GDP. ຜ່ານການຈັດຕັ້ງປະ ຕິບັດຕົວຈິງ ສາມາດປະຕິບັດລາຍຮັບໄດ້ 14.674 ຕື້ກີບ (ລາຍຮັບສູນກາງ ແລະ ທ້ອງຖິ່ນ), ໃນນັ້ນ ລາຍຮັບພາສີ ແລະ ສ່ວຍສາອາກອນ 11.917 ຕື້ກີບ, ລາຍຮັບບໍ່ແມ່ນພາສີ ແລະ ສວຍສາອາກອນ 1.619 ຕື້ກີບ ແລະ ການປະກອບສ່ວນຂອງສັງຄົມ 27 ຕື້ກີບ.

9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້ - Visit Laos Visit SALANA BOUTIQUE HOTEL - 9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້

ສ່ວນດ້ານລາຍຈ່າຍປະຕິບັດໄດ້ 17.902 ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້, ເຊິ່ງໂດຍລວມແລ້ວການປະຕິບັດລາຍຈາຍສ່ວນໃຫຍ່ ແມ່ນສຸມໃສ່ເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍເປັນບູລິມະສິດ, ສ່ວນລາຍຈ່າຍບໍລິຫານ ແລະ ດັດສົມສົ່ງເສີມ ແມ່ນຍັງສືບຕໍ່ປະຕິບັດມາດຕະການຄຸ້ມຄອງລາຍຈ່າຍຢ່າງຮັດກຸມ ແລະ ປະຢັດມັດທະຍັດ ແນໃສ່ເພື່ອຮັບປະກັນສະພາບຄ່ອງໃນລະບົບງົບປະ ມານ ແລະ ໃນໄລຍະ 9 ເດືອນມີການຂາດດຸນງົບປະມານ 3.228 ຕື້ກີບ.

9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້ - 3 - 9 ເດືອນ ກະຊວງການເງິນ ປະຕິບັດລາຍຮັບໄດ້ 14.674 ຕື້ກີບ ເທົ່າກັບ 64,57% ຂອງແຜນດັດແກ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!