ການພັດທະນາເສດຖະກິດ-ສັງຄົມແຂວງຫລວງພະບາງ ຍັງມີສີ່ງທ້າທາຍຫລາຍດ້ານ
5 ປີຜ່ານມາ ປະສົບຫລາຍບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ສົ່ງຜົນໃຫ້ການພັດທະນາເສດຖະກິດ-ສັງຄົມຂອງຫລາຍປະເທດ ໂດຍສະເພາະແມ່ນການລະບາດຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ການພັດທະນາເສດຖະກິດ-ສັງຄົມແຂວງຫລວງພະບາງພົບຄວາມຫຍຸ້ງຍາກເປັນບໍ່ໜ້ອຍເຊັ່ນ: ເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດຫລຸດລົງຈາກ 8,4% ໃນປີ 2016 ມາເປັນ 7,7% ໃນປີ 2019 ແລະ ປີ 2020 ນີ້ ຄາດວ່າຈະຢູ່ໃນລະດັບ 4,46%.
ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫລວງພະບາງ ໃຫ້ຮູ້ວ່າ: ເຖິງຈະພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ ແຕ່ອົງການປົກຄອງແຂວງໄດ້ສຸມທຸກກຳລັງແຮງ ແລະ ທຶນຮອນເຂົ້າໃນການປັບປຸງພື້ນຖານໂຄງລ່າງ ເພື່ອຮັບໃຊ້ໃຫ້ແກ່ການຜະລິດກະສິກຳ ແລະ ວາງມາດຕະການຕ່າງໆ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ຫຼຸດຜ່ອນຜົນກະທົບຕ່າງໆ ຮັບປະກັນໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ອັນພົ້ນເດັ່ນແມ່ນຄອບຄົວທຸກຍາກຫລຸດລົງ 1 ພັນກວ່າຄອບຄົວ, ບ້ານທຸກຍາກຫລຸດລົງ 27 ບ້ານ, ມີຄອບຄົວພັດທະນາກວມ 63,91%, ມີບ້ານພັດທະນາກວມ 42,98% ເພີ່ມຂຶ້ນ 5 ບ້ານ.