ປີນີ້ລາວວາງຄາດໝາຍການໃຫ້ວັກຊີນໃຫ້ບັນລຸ 95% ໃນທົ່ວປະເທດ
October 28, 2020 - 1:59 PM
ຮອງຫົວໜ້າໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດ ສູນສຸຂະພາບແມ່ ແລະ ເດັກ ກະ ຊວງສາທາລະນະສຸກ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດການໃຫ້ວັກຊີນກັນພະຍາດແບບຕະລຸມບອນຈຸດປະສົງກໍເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ມີການລະບາດຂອງພະຍາດທີ່ສາມາດກັນໄດ້ດ້ວຍວັກຊີນ, ຫລຸດຜ່ອນອັດຕາການເຈັບ, ການຕາຍໃນເດັກນ້ອຍອາຍຸລຸ່ມ 5 ປີ ແລະ ປີນີ້ໄດ້ວາງຄາດໝາຍໄວ້ໃຫ້ບັນລຸ 95% ຂຶ້ນໄປ.
ປັດຈຸບັນ, ທົ່ວປະເທດເຮົາສາມາດຄວບຄຸມໄດ້ 60 ກວ່າສ່ວນຮ້ອຍ. ສະນັ້ນ ກໍເປັນສິ່ງທ້າທາຍ ແລະ ມີຄວາມຈຳເປັນວ່າແຕ່ລະເມືອງຈະຕ້ອງໄດ້ສຸມໃສ່ແຕ່ລະບ້ານ, ເຂດທີ່ມີອັດຕາການປົກຄຸມການໃຫ້ວັກຊີນກັນຍະຍາດຕ່ຳໃຫ້ເຂົ້າຮອດເຂົ້າເຖິງ. ການໃຫ້ບໍລິການດັ່ງກ່າວໄດ້ທົ່ວເຖິງ ເຊິ່ງການຈັດຕັ້ງປະຕິບັດໄດ້ເລີ່ມມາແລ້ວແຕ່ເດືອນ 9 ຈົນໄປເຖິງທ້າຍປີ 2020 ເພື່ອສຸມໃສ່ໃຫ້ໄດ້ຢ່າງໜ້ອຍ 3 ຮອບ ໂດຍມີຈຸດສຸມໃນບັນດາເມືອງທີ່ໄດ້ກຳນົດ.