15 ຄຸນປະໂຫຍດຂອງໝາກກ້ຽງ ທີ່ໃຫ້ຫລາຍກ່ວາວິຕາມິນ C
October 28, 2020 - 4:19 PM
ໝາກກ້ຽງ ມີແຮ່ທາດ ແລະ ວິຕາມິນຫລາຍ ປະກອບໄປດ້ວຍ ວິຕາມິນ C, ວິຕາມິນ A, ວິຕາມິນ B, ວິຕາມິນ D, ທາດການຊຽມ, ເກືອແຮ່, ໂຊດຽມ, ໂປຕັສຊຽມ, ຟົສຟໍ, ທາດເຫລັກ, ໄຍອາຫານ, ເບຕ້າແຄໂຣທີນ ແລະ ຄໍລາເຈັນ. ໝາກກ້ຽງຫາຊື້ໄດ້ງ່າຍ ມີໃຫ້ກິນຕະຫລອດປີ ແລະ ມີລາຄາບໍ່ແພງຫລາຍ. ໝາກກ້ຽງມີວິຕາມິນ C ຫລາຍ ເຊິ່ງເປັນສານຕ້ານອະນຸມູນອິດສະລະທີ່ຊ່ວຍຕ້ານພະຍາດພາຍໃນຮ່າງກາຍໄດ້ ໝາກກ້ຽງຈຶ່ງມີປະໂຫຍດຕໍ່ສຸຂະພາບຢ່າງຫລາກຫລາຍ ເຊັ່ນ :
- ປ້ອງກັນພະຍາດມະເຮັງ : ໝາກກ້ຽງມີວິຕາມິນ C ຫລາຍ ເຊິ່ງວິຕາມິນ C ຈະເຮັດໜ້າທີ່ເປັນສານຕ້ານອະນຸມູນອິດສະລະຊ່ວຍປ້ອງກັນການເກີດແຊນມະເຮັງ ແລະ ປິ່ນປົວພະຍາດມະເຮັງຫລາຍຊະນິດ ໂດຍສະເພາະພະຍາດມະເຮັງລຳໄສ້, ມະເຮັງກະເພາະອາຫານ, ມະເຮັງທີ່ເກີດຈາກປະຕິກິລິຍາເຄມີໃນຮ່າງກາຍ ແລະ ມະເຮັງທີ່ເກີດຈາກສານພິດກໍ່ມະເຮັງຈາກສິ່ງແວດລ້ອມ.
- ປ້ອງກັນການຂາດວິຕາມິນ : ໝາກກ້ຽງມີສັບພະຄຸນເປັນຢາບຳລຸງຮ່າງກາຍ ຫາກກິນໝາກກ້ຽງສົດ 100 ກຣາມ ຈະໄດ້ຮັບເບຕ້າແຄໂຣທີນເຖິງ 82 ໄມໂຄຣກຣາມ ແລະ ວິຕາມິນ C 42 ມິນລີກຣາມ ຫລື ດື່ມນຳ້ໝາກກ້ຽງພຽງ 1 ຈອກຕໍ່ມື້ ກໍພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍຕໍ່ມື້ແລ້ວ.
- ຊ່ວຍບຳລຸຸງຜິວ : ໝາກກ້ຽງມີວິຕາມິນຫລາຍ ເຊິ່ງເຮັດໃຫ້ໜ້າໃສ, ບໍ່ເຮັດໃຫ້ເກີດຮອຍຫ່ຽວໄດ້ງ່າຍ, ຜິວບໍ່ແຫ້ງ, ນຽນໃສກ້ຽງງາມ. ໝາກກ້ຽງສາມາດເສີມສ້າງຄໍລາເຈັນໃນຮ່າງກາຍໄດ້. ການກິນໝາກກ້ຽງເປັນປະຈຳຈຶ່ງຊ່ວຍໃຫ້ຜິວມີຄວາມຫົດຢືດ, ບໍ່ແຫ້ງແຕກ ແລະ ຊ່ວຍເຮັດໃຫ້ນານເຖົ້າໄດ້.
- ຊ່ວຍຫລຸດຮອຍຫ່ຽວກ່ອນໄວ : ເບຕ້າແຄໂຣທີນໃນໝາກກ້ຽງມີສັບພະຄຸນເປັນສານຕ້ານອະນຸມູນອິດສະລະທີ່ຊ່ວຍໃຫ້ຜິວອ່ອນກ່ວາອາຍຸ, ຕ້ານອະນຸມູນອິດສະລະ ທີ່ຈະມາທຳລາຍແຊນຜິວໜັງຂອງເຮົາໃຫ້ຫ່ຽວຍານ ທີ່ເປັນສາເຫດຂອງການເກີດຮອຍຫ່ຽວແຫ່ງໄວ, ຊ່ວຍເສີມສ້າງຄໍລາເຈັນເຮັດໃຫ້ຜິວບໍ່ຫ່ຽວ, ບໍ່ເກີດຮອຍດຳຮອຍດ່າງໄດ້ງ່າຍ. ເບຕ້າແຄໂຣທີນຈະຊ່ວຍຊະລໍຄວາມເສື່ອມໃນຮ່າງກາຍ ເຮັດໃຫ້ຜິວໜັງ ແລະ ເສັ້ນຜົມມີສຸຂະພາບດີ ທັງຍັງເຮັດໃຫ້ຜິວໜັງຫລອດເລືອດ ແລະ ເສັ້ນເລືອດຝອຍແຂງແຮງ.
- ປ້ອງການເລືອດອອກຕາມເຟັນແຂ້ວ : ໝາກກ້ຽງມີວິຕາມິນ C ຫລາຍ ຈະຊ່ວຍປິ່ນປົວອາການເລືອດອອກຕາມເຟັນແຂ້ວໄດ້.
- ແກ້ກະຫາຍນຳ້ : ການດື່ມນຳ້ໝາກກ້ຽງຈະຊ່ວຍແກ້ອາການກະຫາຍ, ເພີ່ມຄວາມສົດຊື່ນຫ້າວຫັນ, ເຮັດໃຫ້ຮ່າງກາຍສົດຊື່ນແຈ່ມໃສ.
- ເສີມສ້າງກະດູກ : ໝາກກ້ຽງມີທາດການຊຽມ ແລະ ວິຕາມິນ D ໃກ້ຄຽງກັບນົມ. ທາດການຊຽມທີ່ໄດ້ຈາກໝາກກ້ຽງຈະໄປເສີມສ້າງກະດູກ ແລະ ແຂ້ວ ຍິ່ງໄດ້ຮັບວິຕາມິນ C ແລະ ວິຕາມິນ D ທີ່ພຽງພໍຈະຊ່ວຍເພີ່ມຂະບວນການເສີມສ້າງກະດູກ ແລະ ແຂ້ວໃຫ້ໄດ້ຜົນດີຍິ່ງຂຶ້ນ.
- ຊ່ວຍບຳລຸງສາຍຕາ : ເນື່ອງຈາກໝາກກ້ຽງມີວິຕາມິນ C ຫລາຍ ເຊິ່ງຊ່ວຍບຳລຸງສາຍຕາໃຫ້ມີສຸຂະພາບດີ, ແຂງແຮງ, ປ້ອງກັນການເກີດອາການຕາຟາງໄດ້.
- ປ້ອງກັນອຳມະພຶກ – ອຳມະພາດ : ຫາກກິນໝາກກ້ຽງເປັນປະຈຳທຸກມື້ຈະເຮັດໃຫ້ຫລຸດຄວາມສ່ຽງການເປັນອຳມະພຶກ – ອຳມະພາດໄດ້.
- ຊ່ວຍໃນການຂັບຖ່າຍ : ໝາກກ້ຽງມີກາກໄຍອາຫານຫລາຍ ຫາກກິນໝາກກ້ຽງເປັນປະຈຳຈະຊ່ວຍປ້ອງກັນອາການຖ່າຍຍາກ ເພາະກາກໄຍໃນໝາກກ້ຽງຊ່ວຍໃນການຂັບຖ່າຍໄດ້ດີ, ມີສັບພະຄຸນເປັນຢາລະບາຍອ່ອນໆ, ຊ່ວຍປ້ອງກັນພະຍາດລຳໄສ້ອັກເສບ ແລະ ຊ່ວຍລ້າງສານພິດໃນຮ່າງກາຍໄດ້ນຳ.
- ຊ່ວຍຫລຸດຄວາມເຄັ່ງຄຽດ : ຄົນທີ່ມີຄວາມເຄັ່ງຄຽດ, ນອນບໍ່ຫລັບ, ກ່ອນນອນໃຫ້ລອງກິນໝາກກ້ຽງ 2 ໜ່ວຍກ່ອນນອນ ຕິດຕໍ່ກັນຫລາຍໆມື້ ຈະສາມາດຄາຍຄວາມເຄັ່ງຄຽດລົງໄດ້.
- ຊ່ວຍປ້ອງກັນການເກີດພະຍາດຫົວໃຈ : ໝາກກ້ຽງມີສານອາຫານທີ່ຊ່ວຍຫລຸດຄໍເລສເຕີໂຣນ ສາມາດປ້ອງກັນຫລອດເລືອດຫົວໃຈຕີບໄດ້.
- ເປັນຢາດົມ : ເນື່ອງຈາກເປືອກໝາກກ້ຽງມີນຳ້ມັນຫອມລະເຫີຍ ຈຶ່ງຊ່ວຍແກ້ອາການວິນຫົວໄດ້, ເຮັດໃຫ້ຮ່າງກາຍຮູ້ສຶກຜ່ອນຄາຍ ແລະ ຊ່ວຍກະຕຸ້ນລະບົບປະສາດໄດ້ດີ.
- ຊ່ວຍຫລຸດຄໍເລສເຕີໂຣນ : ເປືອກໝາກກ້ຽງມີສານທີ່ຊ່ວຍຫລຸດຄໍເລສເຕີໂຣນ, ຫລຸດລະດັບນຳ້ຕານໃນເລືອດ ແລະ ຊ່ວຍກອງສານພິດໃນຕັບ.
- ໃຊ້ເປັນຢາກັນຍຸງ : ໂດຍເອົາເປືອກໝາກກ້ຽງແຫ້ງມາຈຸດໄຟຈົນມີກິ່ນຫອມ ໃຊ້ໄລ່ຍຸງໄດ້. ນຳ້ມັນຫອມລະເຫີຍໃນເປືອກໝາກກ້ຽງຈະສົ່ງກິ່ນຫອມ ເຊິ່ງຍຸງບໍ່ມັກ ເຮັດໃຫ້ໄລ່ຍຸງໄດ້.