ຂີ້ເຫຍື້ອ ປາລາສະຕິກ ຖິ້ມລົງໃນ ເມດີເຕີ້ເຣນຽນເພີ່ມຂຶ້ນ 2 ເທົ່າ ໃນອີກ 20 ປີ
ສະຫະພາບ ລະຫວ່າງປະເທດ ເພື່ອການຮັກສາທຳມະຊາດ ຫຼື ໄອຢູຊີເອັນ ລະບຸວ່າ ຂີ້ເຫຍື້ອ ປາລາສະຕິກ ເກືອບເຖິງ 230.000 ໂຕນຖືກຖິ້ມລົງສູ່ທະເລ ເມດີເຕີເຣນຽນ ທຸກໆປີ ແລະ ຕົວເລກດັ່ງກ່າວ ອາດເພີ່ມຂຶ້ນເຖິງ 2 ເທົ່າໃນອີກ 20 ປີຂ້າງໜ້າ.
ໄອຢູຊີເອັນ ລະບຸວ່າ: ອີຢິບ, ອີຕາລີ ແລະ ຕວກກີ ເປັນປະເທດທີ່ມີການຖິ້ມຂີ້ເຫຍື້ອປາລາສະຕິກລົງສູ່ທະເລ ເມດີເຕີເຣນຽນ ຫຼາຍທີ່ສຸດ. ໂດຍມີປັດໄຈມາຈາກປະຊາກອນຈຳນວນຫຼາຍທີ່ອາໄສຢູ່ລຽບແຄມຝັ່ງ ທະເລ ແລະ ມີຫານບໍລິຫານຈັດການຂີ້ເຫຍື້ອ ທີ່ບໍ່ມີປະສິດທິພາບ.
ຢ່າງໃດກໍຕາມ ຖ້າພິຈາລະນາຈາກບໍລິມາດຂີ້ເຫຍື້ອ ປາລາສະຕິກຕໍ່ຫົວປະຊາກອນ ມອນເຕເນໂກຣ ບອສເນຍ ແລະ ເຮີເຊໂກວີນາ ແລະ ນອດມາມາຊີໂດເນຍ ເປັນປະເທດທີ່ມີການຖິ້ມຂີ້ເຫຍືອລົງສູ່ທະເລຫຼາຍທີ່ສຸດ.
ລາຍງານຍັງລະບຸວ່າ: ປັດຈຸບັນອາດຈະມີຂີ້ເຫຍືອປາລາສະຕິກນັບຫຼາຍລ້ານໆໂຕນ ທີ່ສະສົມຢູ່ໃນພື້ນທະເລ ເມດີເຕີເຣນຽນ ແລະ ຖ້າຫາກການຖິ້ມຂີ້ເຫຍື້ອປາລາສະຕິກລົງສູ່ທະເລຍັງຢູ່ໃນລະດັບນີ້ຕໍ່ໄປ ປະເມີນວ່າ ຈະມີຂີ້ເຫຍື້ອປາລາສະຕິກທີ່ຖືກຖິ້ມລົງທະເລເຖິງ 500.000 ໂຕນຕໍ່ປີພາຍໃນປີ 2040.