ແຂວງໄຊຍະບູລີ ປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານການນຳຂັ້ນສູງຂອງເມືອງປາກລາຍ
ພີທີປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານການນຳຂັ້ນສູງຂອງເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 27 ຕຸລານີ້, ໂດຍການເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ.
ໃນພິທີ ທ່ານ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1123/ຈຂ.ຊຍ, ວ່າດ້ວຍ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ສະບັບເລກທີ 1126/ຈຂ.ຊຍ, ວ່າດ້ວຍການແຕ່ງຕັ້ງ ເຈົ້າເມືອງ ປາກລາຍ ແລະ ມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 714/ຄພຂ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາພັກເມືອງປາກລາຍ ຄື: ຍົກຍ້າຍ ທ່ານ ສົມຈິດ ຈັນທະວົງ, ກໍາມະການປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ປາກລາຍ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ ໄຊຍະບູລີ, ແຕ່ງຕັ້ງທ່ານ ກອງສີ ວົງສີ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ໄຊສະຖານ ເປັນເຈົ້າເມືອງ ປາກລາຍ, ພ້ອມທັງບົ່ງຕົວແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງປາກລາຍ.
ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ
ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງໄຊຍະບູລີ ໄດ້ເນັ້ນໃຫ້ສືບຕໍ່ການປະຕິບັດວຽກງານສູ້ຊົນສືບຕໍ່ປັບປຸງວຽກງານຂັ້ນຕໍ່ໄປໃຫ້ດີຂຶ້ນຕື່ມ, ສືບຕໍ່ແກ້ໄຂບັນດາວຽກງານທີ່ຍັງຄົງຄ້າງ, ເພື່ອປັບປຸງກໍ່ສ້າງໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໜາຍ, ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃຫ້ກົມກຽວ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນ ແລະ ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບໜ້າວຽກຕົວຈິງ, ເພື່ອພ້ອມກັນກ້າວໜ້າປັບປຸງໃຫ້ວຽກງານມີລັກສະນະການຫັນປ່ຽນ ແລະ ເພື່ອພັດທະນາເມືອງປາກລາຍໃຫ້ດີຂຶ້ນເລື້ອຍໆ.
ຍົກຍ້າຍ ທ່ານ ສົມຈິດ ຈັນທະວົງ, ກໍາມະການປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ປາກລາຍ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ ໄຊຍະບູລີ, ແຕ່ງຕັ້ງທ່ານ ກອງສີ ວົງສີ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ໄຊສະຖານ ເປັນເຈົ້າເມືອງ ປາກລາຍ