ຕວກກີ ຊວນປະຊາຊົນຫ້າມໃຊ້ສິນຄ້າ ຝຣັ່ງ
ປະທານາທິບໍດີ ເຣເຊປ ທາຍຢິບ ເອໂດກັນ ຂອງຕວກກີ ອອກມາຮຽກຮ້ອງໃຫ້ປະຊາຊົນເມື່ອວັນທີ 26 ຕຸລານີ້ວ່າ ໃຫ້ປະຊາຊົນຍົກເລີກການໃຊ້ສິນຄ້າທີ່ເປັນຂອງຝຣັ່ງ ແລະ ຂໍໃຫ້ສະຫະພາບເອີຣົບ ລະງັບວາລະການປະຊຸມ ຕໍ່ຕ້ານຊາວມຸດສະລິມ ຂອງປະທານາທິບໍດີ ເອມມານູເອລ ມາຄຣອງ ຂອງ ຝຣັ່ງ ຊຶ່ງເປັນວັນທີ 3 ຕິດຕໍ່ກັນແລ້ວ ທີ່ທ່ານ ເອໂດກັນ ອອກມາໂຈມຕີທ່ານ ມາຄຣອງ ຂອງຝຣັ່ງ ຕັ້ງແຕ່ບອກໃຫ້ໄປກວດກາສະພາບຈິດ ແລະ ຍັງກ່າວໂຈມຕີທີ່ ຝຣັ່ງເອີ້ນຕົວນັກການທູດຂອງຕົນປະຈຳຢູ່ຕວກກີກັບຄືນປະເທດ ຫຼັງທ່ານ ມາຄຣອງ ໃຫ້ຄຳໝັ້ນວ່າ ຈະປາບປາມກຸ່ມມຸດສະລີມຫົວຮຸນແຮງ ທັງຂູ່ວ່າ ຈະຢຶດພື້ນທີ່ຊຸມຊົນຊາວມຸດສະລີມ ໃນປະເທດຈາກເຫດ ຂ້າຕັດຫົວ ເພາະນຳເອົນພາບກະຕຸນສາດສະດາມູຮຳມັດ ມາປະກອບການຮຽນການສອນກ່ຽວກັບເສລີພາບໃນການເວົ້າ.
ຝຣັ່ງ ຖືວ່າເປັນປະເທດທີ່ນຳເຂົ້າສິນຄ້າລາຍໃຫ່ຍອັນດັບ 10 ຂອງຕວກກີ ແລະ ເປັນຕະຫຼາດສົ່ງອອກລາຍໃຫ່ຍອັນດັບ 7 ຂອງຕວກກີ, ສ່ວນຕວກກີນຳເຂົ້າສິນຄ້າຈາກ ຝຣັ່ງ ເປັນກຸ່ມສິນຄ້າທີ່ຂາຍດີທີ່ສຸດໃນຕວກກີ ແຕ່ທັງສອງປະເທດຕ່າງມີຂໍ້ຂັດແຍ່ງໃນຫຼາຍເລື່ອງ ນັບທັງບັນຫາຂອງ ຊີຣີ ກັບ ລີເບຍ ຂໍ້ຜິດພາດທາງທະເລ ເມດີເຕີເຣນຽນ ທາງຟາກຝັ່ງຕາເວັນອອກ ແລະ ຄວາມຂັດແຍ່ງໃນພື້ນທີ່ ນາກໍໂນ ຄາຣາບັກ ເມື່ອບໍ່ດົນມານີ້ ສະຖານທູດຂອງຝຣັ່ງ ໃນກຸງ ອັງກາຣາ ປະກາດເຕືອນຊາວ ຝຣັ່ງ ທີ່ອາໄສ ແລະ ຕຽມເດີນທາງໄປຕວກກີໃຫ້ລະມັດລະວັງຕົວ ພ້ອມທັງຫຼີກລ່ຽງການໂຮມຊຸມນຸມ ຫຼື ການເດີນປະທ້ວງໃດໆ ທີ່ສາທາລະນະນຳອີກ.