ຝຣັ່ງກຽມລັອກດາວອີກເທື່ອໜຶ່ງ ຫລັງໂຄວິດ-19 ລະບາດໜັກ
ປະທານາທິບໍດີ ເອັມມານູເອລ ມາຄຣົງ ຂອງຝຣັ່ງ ປະກາດທາງການກຽມລັອກດາວປະເທດອີກ ເພື່ອຮັບມືສະຖານະການການລະບາດຂອງໂຄວິດ-19 ຮອບໃໝ່ທີ່ຮຸນແຮງຂຶ້ນ ສົ່ງຜົນໃຫ້ຝຣັ່ງກາຍເປັນ 1 ໃນ 8 ປະເທດທີ່ມີຜູ້ຕິດເຊື້ອສະສົມເຖິງຫລັກລ້ານຄົນ (1.280.346 ຄົນ), ເສຍຊີວິດແລ້ວ 35.834 ຄົນ ໂດຍແຄວ້ນທີ່ພົບຜູ້ຕິດເຊື້ອຫລາຍທີ່ສຸດໃນປະເທດຄື ແຄວ້ນອີລ ເດິ ຟຣອງ (ປະມານ 5,3 ໝື່ນຄົນ) ຖັດມາແມ່ນແຄວ້ນກຣອງແຕສ ແລະ ແຄວ້ນໂອແວ-ໂຣນາລ (ປະມານ 1,9 ໝື່ນຄົນ).
ໂດຍພາຍໃຕ້ມາດຕະການລັອກດາວທີ່ຈະເລີ່ມຕົ້ນໃຊ້ໃນວັນທີ 29 ຕຸລານີ້ ພົນລະເມືອງທີ່ຕ້ອງການເດີນທາງໄປເມືອງອື່ນໆຈຳເປັນຕ້ອງໄດ້ຮັບໃບອະນຸຍາດຈາກທາງການ, ທຸລະກິດຫ້າງຮ້ານທີ່ບໍ່ຈຳເປັນ, ເທັກ ແລະ ຮ້ານອາຫານຈະຢຸດໃຫ້ບໍລິການຊົ່ວຄາວ. ຂະນະທີ່ສະຖາບັນການສຶກສາຈະຍັງເປີດຕໍ່ໄປ, ພົນລະເມືອງຍັງເດີນທາງໄປເຮັດວຽກ ຫລື ຢ້ຽມຢາມຄົນເຈັບໄດ້. ທ່ານ ມາຄຣົງ ຍັງເຕືອນວ່າ: ຖ້າທຸກຄົນບໍ່ຊ່ວຍກັນຢຸດການແຜ່ລະບາດຂອງໂຄວິດ-19 ໃນຄັ້ງນີ້ ໃນໄລຍະກາງເດືອນພະຈິກ ຕຽງຄົນເຈັບໃນຫ້ອງສຸກເສີນອາດເຕັມໄປດ້ວຍຜູ້ຕິດເຊື້ອໂຄວິດ-19.