ສະຫະປະຊາຊາດຕ້ອງຍົກເລີກການປະຊຸມທາງໄກເພາະຍ້ອນໂຄວິດ-19
ອີງຕາມຕົວເລກສະຖິຕິຂອງອົງການ Worldometers ວັນທີ 28 ຕຸລານີ້ລາຍງານວ່າ ໃນຂະນະນີ້ ຜູ້ຕິດເຊື້ອສະສົມໂຄວິດ-19 ທົ່ວໂລກ ຫຼາຍກ່ວາ 44 ລ້ານຄົນ, ໃນນີ້ມີຜູ້ເສຍຊີວິດແລ້ວ 1.17 ຄົນ.
ສະເພາະສະຫະລັດມີຜູ້ຕິດເຊື້ອເພີ່ມຫຼາຍກ່ວາ 71.000 ຄົນ ເຮັດໃຫ້ຕົວເລກສະສົມຂອງຜູ້ຕິດເຊື້ອໃນສະຫະລັດເພີ່ມເປັນຫຼາຍກ່ວາ 9 ລ້ານກໍລະນີ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ 963 ຄົນ , ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 232.000 ສົບ. ຕໍ່ຈາກນັ້ນກໍແມ່ນ ອິນເດຍ ແລະ ບຣາຊີລ.
ໃນຂະນະທີ່ໃນເອີຣົບ ຕ້ອງປະເຊີນກັບການແຜ່ລະບາດຢ່າງໜັກຮອບໃໝ່ ແລະ ພາກພື້ນທີ່ມີຄວາມໜັກໜ່ວງທີ່ສຸດທີ່ໜີບໍ່ພົ້ນກໍຄື ອາເມລິກາລາຕີນ ແລະ ແຖບ ກາຣີເບ.
ສຳລັບ ອາຊີ, ອີຣານ ພົບຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນເກືອບ 7.000 ຄົນ ແລະ ຜູ້ເສຍຊີວິດ 346 ຄົນ ຊຶ່ງເປັນການເພີ່ມຂຶ້ນສູງສຸດໃນວັນທີ 27 ຕຸລາຜ່ານມາ ຂອງບັນດາຊາດມຸດສະລີມ. ຕົວເລກຜູ້ຕິດເຊື້ອສະສົມເກືອບແຕະ 582.000 ຄົນ ແລະ ເສຍຊີວິດ 33.300 ສົບ.
ຕໍ່ສະຖານະການດັ່ງກ່າວ, ກອງປະຊຸມທາງໄກຂອງສະຫະປະຊາຊາດໃນວັນທີ 27 ຕຸລາຕ້ອງຍົກເລີກໄປ ຫຼັງມີຊາດສະມາຊິກໜຶ່ງລາຍງານວ່າ ມີສະມາຊິກເຂົ້າຮ່ວມ 5 ຄົນຕິດເຊື້ອໂຄວິດ-19. ຊຶ່ງເປັນຄັ້ງທຳອິດທີ່ ສະຫະປະຊາຊາດຕ້ອງຍົກເລີກກອງປະຊຸມ ນັບແຕ່ລະດູແລ້ງຂອງປີທີ່ຜ່ານມາເປັນຕົ້ນມາ.