ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ

ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ -                                                                                       - ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ
ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ - kitchen vibe - ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ

ໃນ​ໂອກາດຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ຊ໋ອງ ເບີນາດ ຄາຣາສໂກ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ພາຍຫລັງສໍາເລັດໜ້າທີ່ການທູດຢູ່ ສປປ ລາວ ​ເປັນ​ເວລາ 3 ປີ. ​ໃນ​ເຊົ້າວັນ​ທີ 29 ຕຸລາ​ນີ້ ທີ່​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ​ກະຊວງ​ດັ່ງກ່າວ ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ ​ແລະ ປະຊາຊົນ​ລາວ ມອບ​ຫລຽນ​ກາ​ມິດຕະພາບ​ໃຫ້​ທ່ານ​ທູດ ຊ໋ອງ ​ເບີ​ນາດ ຄາຣາສ​ໂກ ​ເພື່ອ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ​ແລະ ຈາລຶກ​ຄຸນງາມຄວາມດີ​ຂອງ​ທ່ານ​ທີ່​ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ໃນນັ້ນ ຜົນງານອັນພົ້ນເດັ່ນແມ່ນການປະກອບສ່ວນຊຸກຍູ້ການຊ່ວຍເຫລືອທາງການ ເພື່ອການພັດທະນາ  (ODA) ຂອງອົດສະຕຣາລີ​ໃຫ້ແກ່ ສປປ ລາວ ສະເລ່ຍ 40-50 ລ້ານໂດລາອົດສະຕຣາລີ ໃນແຕ່ລະປີ ລວມທັງການຊ່ວຍເຫລືອຕ້ານ​ໄພພິບັດຕ່າງໆເຊັ່ນ: ໄພພິບັດນໍ້າຖ້ວມ ຢູ່ແຂວງອັດຕະປື ໃນປີ 2018; ໄພນໍ້າຖ້ວມແຂວງພາກກາງ ແລະ ພາກໃຕ້ ໃນປີ 2019 ແລະ ພິເສດແມ່ນການຊ່ວຍເຫລືອລັດຖະບານລາວໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນມູນຄ່າ 4,8 ລ້ານໂດລາອົດສະຕຣາລີ ລວມທັງການປະກອບສ່ວນຊຸກຍູ້ ແລະ ອໍານວຍຄວາມສະດວກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ.

ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ - 011 300x229 - ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ

ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ - Visit Laos Visit SALANA BOUTIQUE HOTEL - ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ

ໃນໂອກາດນີ້, ທ່ານ ຊ໋ອງ ເບີນາດ ຄາຣາສໂກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະກະຊວງການຕ່າງປະເທດລາວທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານການທູດຂອງຕົນຢູ່ ສປປ ລາວ ໃຫ້ມີປະສິດທິຜົນເປັນຢ່າງດີ ແລະ ຢືນຢັນຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ອົດສະຕຣາລີ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ - 3 - ລັດຖະບານລາວ ມອບຫລຽນກາມິດຕະພາບໃຫ້ທ່ານທູດອົດສະຕຣາລີປະຈຳລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!