ປະເທດທີ່ລັດຖະບານຍີ່ປຸ່ນ ຫຼຸດລະດັບການເຕືອນໄພ ການເດີນທາງດ້ານສາທາລະນະສຸກ
ຍີ່ປຸ່ນຜ່ອນຜັນລະດັບການເຕືອນໄພວິກິດໂຣກໂຄວິດ-19 ຂອງຫຼາຍປະເທດເຊັ່ນ: ສິງກະໂປ, ໄທ, ຫວຽດນາມ, ຈີນ ແລະ ເກົາຫຼີໄຕ້ ເນື່ອງຈາກສະຖານະການໃນປະເທດເຫຼົ່ານັ້ນ ດີຂຶ້ນຕາມລຳດັບ.
ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 30 ຕຸລານີ້ ວ່າ ທ່ານ ໂທຊິມິດສີ ໂມເດງິ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ຖະແຫຼງເມື່ອວັນສຸກນີ້ວ່າ ທີ່ປະຊຸມຄະນະລັດຖະມົນຕີ ໃຫ້ຫຼຸດລະດັບການເຕືອນໄພການເດີນທາງກັບປະເທດຈາກລະດັບ 3 ຊຶ່ງເປັນຂັ້ນຮອງສູງສຸດ ລົງມາຢູ່ທີ່ລະດັບ 2 ເນື່ອງຈາກວິກິດການແຜ່ລະບາດຂອງໂຄວິດ-19 ໃນພື້ນທີ່ເຫຼົ່ານັ້ນ ດີຂຶ້ນຢ່າງຕໍ່ເນື່ອງ ພົນລະເມືອງສາມາດເດີນທາງໄປມາໄດ້ ແຕ່ຂໍໃຫ້ເປັນການເດີນທາງ ດ້ວຍວັດຖຸປະສົງ ທີ່ຈຳເປັນ ຫຼື ຮີບດ່ວນເທົ່ານັ້ນ.
ປະເທດທີ່ລັດຖະບານຍີ່ປຸ່ນ ຫຼຸດລະດັບການເຕືອນໄພ ການເດີນທາງດ້ານສາທາລະນະສຸກໃນຄັ້ງນີ້ ໄດ້ແກ່ ໄທ, ໄຕ້ຫວັນ, ສິງກະໂປ, ນິວຊີແລນ, ບຣູໄນ, ຫວຽດນາມ, ຈີນ, ເກົາຫຼີໄຕ້ ແລະ ອອສເຕເລຍ.
ໃນຂະນະທີ່ສະຖິຕິຢ່າງເປັນທາງການກ່ຽວກັບການແຜ່ລະບາດຂອງໂຄວິດ-19 ໃນຍີ່ປຸ່ນ ໂດຍກະຊວງສາທາລະນະສຸກໃນກຸງໂຕກຽວ ຢືນຢັນຜູ້ຕິດເຊື້ອສະສົມຢ່າງໜ້ອຍ 98.852 ຄົນ ປົວຫານດີແລ້ວ 91.322 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 1,733 ຄົນ. ຢ່າງໃດກໍຕາມສະຖິຕິທີ່ບໍ່ເປັນທາງການ ໂດຍສຳນັກຂ່າວຫຼາຍແຫ່ງຂອງຍີ່ປຸ່ນ ລະບຸຈຳນວນຜູ້ຕິດເຊື້ອສະສົມ ໃນປະເທດ 100.000 ຄົນ.