ລັດຖະບານລາວ ຮັບປະກັນໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ


ລັດຖະບານ ບລາວ ໄດ້ມີແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ດັ່ງນີ້: ນໍາພາປະເທດຊາດ ໃຫ້ສາມາດບັນລຸເງືີ່ອນໄຂ ການຫລຸດພົົ້ນອອກຈາກ ສະຖານະພາບຄວາມດ້ອຍພັດທະນາ (LDC), ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs), ຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວ; ຮັບປະກັນການພັດທະນາໄປຕາມທິດຍືນຍົງ, ສົມດຸນ ແລະ ສີຂຽວ; ຮັບປະກັນໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ສົມດຸນກວ່າເກົ່າ.
ຂໍ້ມູນດັ່ງກ່າວ, ແມ່ນໄດ້ລາຍງານຈາກບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ແຜນການປະຈໍາປີ 2021 ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020 ທີ່ຫໍປະຊຸມສະພາແຫ່ງຊາດຫລັກ 6 ນະຄອນຫລວງວຽງຈັນ.
ສຳລັບທິດທາງລວມແມ່ນ ຮັບປະກັນໃຫ້ມີສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສ້າງສັງຄົມສາມັກຄີປອງດອງ, ປອດໄພ, ສີວິໄລ ແລະ ຍຸຕິທໍາ; ປະຕິຮູບໂຄງສ້າງເສດຖະກິດ ເພື່ອຍູ້ເສດຖະກິດໃຫ້ສືບຕໍ່ຂະຫຍາຍຕົວ ດ້ວຍຄຸນນະພາບທີ່ດີຂຶ້ນ ດ້ວຍການ ປະຕິຮູບ ໂຄງສ້າງເສດຖະກິດໃຫ້ມີຄວາມ ສົມດຸນຕາມຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ; ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບດີຂຶ້ນຕື່ມ ເພື່ອເປັນປັດໄຈຊຸກຍູູ້ ການພັດທະນາ ເສດຖະກິດ-ສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ.