10 ຂໍ້ຄິດ ທີ່ຈະປ່ຽນທຸກໃຫ້ເປັນສຸກ

10 ຂໍ້ຄິດ ທີ່ຈະປ່ຽນທຸກໃຫ້ເປັນສຸກ -                       22 - 10 ຂໍ້ຄິດ ທີ່ຈະປ່ຽນທຸກໃຫ້ເປັນສຸກ
10 ຂໍ້ຄິດ ທີ່ຈະປ່ຽນທຸກໃຫ້ເປັນສຸກ - kitchen vibe - 10 ຂໍ້ຄິດ ທີ່ຈະປ່ຽນທຸກໃຫ້ເປັນສຸກ
  1. ການມີຄວາມສຸກ ບໍ່ແມ່ນວ່າເຮົາຈະຕ້ອງໄປຢືນໃນຈຸດທີ່ສູງທີ່ສຸດ ຫລື ຈຸດທີ່ໃຜບອກວ່າງາມທີ່ສຸດ ພຽງແຕ່ເຮັດໃຈປ່ອຍວາງ ແລະ ມີຄວາມສຸກໃນຈຸດທີ່ຢືນຢູ່ກໍພໍ ແລະ ເຮົາຈະພົບວ່າຄວາມສຸກນັ້ນບໍ່ໄດ້ຢູ່ໃກ້ພຽງຍື້ເຖິງ ແຕ່ຄວາມສຸກຢູ່ໃກ້ພຽງເຮົາຢຸດຍື້.
  2. ເມື່ອເຮົາມີສະຕິ ເລື່ອງບໍ່ໜ້າມີຄວາມສຸກ ເຮົາກໍມີຄວາມສຸກໄດ້, ແຕ່ເມື່ອໃດທີ່ເຮົາຂາດສະຕິ ເລື່ອງທີ່ບໍ່ໜ້າທຸກ ກໍເຮັດໃຫ້ເຮົາທຸກໄດ້.
  3. ປ່ຽນຄຳນິນທາ ໃຫ້ເປັນຄະຕິສອນໃຈວ່າ ເຖິງເຮົາຈະເຮັດດີປານໃດ ຄົນທີ່ບໍ່ມັກເຮົາ ເຂົາກໍຍັງນິນທາເຮົາຄືເກົ່າ.
  4. ລອງພິຈາລະນາໃນຊີວິດເຮົາເບິ່ງ ວ່າເລື່ອງໃດແດ່ທີ່ເຮັດໃຫ້ເຮົາເປັນທຸກຢູ່ຕອນນີ້ ເມື່ອພິຈາລະນາໃຫ້ດີແລ້ວ ໃຫ້ຖືເບົາຕໍ່ມັນ, ພະຍາຍາມຢ່າສົນໃຈກັບມັນຫລາຍ.
  5. ຄົນທີ່ທຸກຈະທຸກໜັກກ່ວາເກົ່າ ຖ້າເອົາຄວາມທຸກໄປປຽບທຽບກັບຄົນທີ່ກຳລັງສຸກ, ແຕ່ຖ້າເຮັດຄວາມເຂົ້າໃຈວ່າບໍ່ມີໃຜດອກທີ່ສຸກຕະຫລອດເວລາ ແລະ ບໍ່ມີໃຜດອກທີ່ທຸກທັ້ງຊີວິດ ທຸກທີ່ໜັກກໍຈະເລີ່ມເບົາລົງທັນທີ.
  6. ຄົນເຮົາຮັກກັນຍ້ອນຂໍ້ດີ ແຕ່ຊຳ້ພັດຕ້ອງມາເລີກລາກັນຍ້ອນຂໍ້ເສຍ ແລະ ບໍ່ຍອມປັບຄວາມເຂົ້າໃຈກັນ ໂດຍທີ່ຮູ້ວ່າຄູ່ຮັກທີ່ບໍ່ມີຂໍ້ເສຍເລີຍນັ້ນໃນໂລກນີ້ບໍ່ມີ.
  7. ຄວາມສຸກບໍ່ໄດ້ໝາຍຄວາມວ່າເຮົາຕ້ອງມີທຸກຢ່າງ ແຕ່ຢູ່ບ່ອນການຍອມຮັບຂອງເຮົາວ່າບໍ່ມີຫຍັງໄດ້ດັ່ງໃຈເຮົາໄປໝົດ ເມື່ອຍອມຮັບໄດ້ ເຮົາກໍຈະມີຄວາມສຸກໃນປັດຈຸບັນ.
  8. ຈະຫ້າມແນວໃດສາຍນຳ້ກໍຕ້ອງປ່ຽນທິດ ຈະຖ່ວງດຶງແນວໃດຊີວິດກໍຕ້ອງປ່ຽນແປງ.
  9. ການພົບພໍ້ຄົນຮັກທີ່ດີນັ້ນອາດເປັນເລື່ອງທີ່ບໍ່ແນ່ນອນ ແຕ່ຖ້າພົບກັນແລ້ວ ການທີ່ຕ້ອງຈາກລາກັນນັ້ນເປັນເລື່ອງທີ່ແນ່ນອນ.
  10. ບໍ່ມີໃຜໃນໂລກນີ້ບໍ່ເຄີຍມີຄວາມທຸກ ການຈະຜ່ານທຸກນັ້ນຕ້ອງອາໄສກຳລັງໃຈ ແລະ ການຮູ້ຈັກປ່ອຍວາງ, ບອກຕົນເອງວ່າເວລາທີ່ຜ່ານມານັ້ນເປັນບົດຮຽນ ເວລາທີ່ເຫລືອຢູ່ເປັນໂອກາດໃຫ້ເລີ່ມຕົ້ນໃໝ່.

 

10 ຂໍ້ຄິດ ທີ່ຈະປ່ຽນທຸກໃຫ້ເປັນສຸກ - 3 - 10 ຂໍ້ຄິດ ທີ່ຈະປ່ຽນທຸກໃຫ້ເປັນສຸກ
10 ຂໍ້ຄິດ ທີ່ຈະປ່ຽນທຸກໃຫ້ເປັນສຸກ - Visit Laos Visit SALANA BOUTIQUE HOTEL - 10 ຂໍ້ຄິດ ທີ່ຈະປ່ຽນທຸກໃຫ້ເປັນສຸກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!