ບຸນທາດຫລວງປີນີ້ ເປັນພຽງເຮັດຕາມຮີດຕາມຄອງ
ໂດຍ: ທິດກໍ່າ
ສຳລັບບຸນນະມັດສະການພະທາດຫລວງປະຈຳປີ 2563 ຫລືວ່າ ປະຈຳປີ 2020 ຈະເປັນພຽງເຮັດໃຫ້ໄດ້ຕາມຮີດຕາມຄອງເທົ່ານັ້ນ, ເອີ້ນວ່າຮີດບໍ່ໃຫ້ໝອງຄອງບໍ່ໃຫ້ເສົ້າ. ອັນສາເຫດກໍຍ້ອນວ່າສະພາບຄວາມເປັນມາຂອງປະເທດເຮົາຍັງຢູ່ໃນຂັ້ນຕອນການປະຕິບັດມາດຕະການຜ່ອນຜັນ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19. ອີກປະການໜຶ່ງ ກໍເພື່ອປະຕິບັດຕາມແຈ້ງການຂອງຫ້ອງວ່າການສູນກາງພັກ ເຊິ່ງເຫັນດີໃຫ້ມີການຈັດງານບຸນນະມັດສະການພະທາດຫລວງໃນປີ 2020 ໂດຍຖືເອົາປະເພນີເປັນຕົ້ນຕໍ. ສ່ວນວ່າການຈັດງານຕະຫລາດນັດ ແລະ ງານມະຫໍລະສົບຄົບງັນຕ່າງໆນັ້ນ ແມ່ນໃຫ້ໂຈະໄວ້ກ່ອນ ເພາະຢ້ານມີບັນຫາຂອງຕົ້ນເຫດການແຜ່ລະບາດຂອງໂຄວິດ-19 ຢ້ານວ່າມັນມາຮອບສອງຈະໜັກໜ່ວງ ແລະ ອັນຕະລາຍເໝືອນດັ່ງປະເທດມຽນມາດຽວນີ້ໄດ້ກາຍເປັນອັນດັບສອງຂອງບັນດາປະເທດໃນກຸ່ມອາຊຽນໄປແລ້ວ. ປັດຈຸບັນ ຈຳນວນຕົວເລກຜູ້ຕິດເຊື້ອໂຄວິດ-19 ຢູ່ມຽນມາມີເຖິງ 30 ພັນກວ່າຄົນແລ້ວ.
ອີງຕາມການຖະແຫລງຂ່າວຂອງຄະນະຮັບຜິດຊອບງານບຸນຄັ້ງວັນທີ 21 ຕຸລາ 2020 ຜ່ານມາວ່າ: ສະເພາະບຸນທາດຫລວງປີນີ້ຈະຈັດພຽງ 3 ມື້ເທົ່ານັ້ນ ຄືວັນທີ 29-31 ຕຸລາ 2020 ເຊິ່ງກົງກັບມື້ອອກໃໝ່ 13 ຄໍ່າ ຫາ 15 ຄໍ່າ ຫລື ເອີ້ນກັນຢ່າງໜຶ່ງວ່າເດືອນ 12 ເພັງຂອງລາວເຮົານັ້ນເອງ. ສຳລັບເນື້ອໃນລາຍການລະອຽດໃນໄລຍະມື້ບຸນ 3 ວັນນັ້ນກໍມີດັ່ງນີ້: ວັນທີ 29 ຕຸລາ 2020 ເວລາ 8:00 ໂມງ ເປັນຕົ້ນໄປ ຈະມີການຫ້າງຫາກະກຽມຕົບແຕ່ງປະດັບປະດາສະຖານທີ່ທາງດ້ານນອກ ແລະ ດ້ານໃນກົມມະລຽນ. ເວລາ 16:00 ໂມງ ຈະມີພິທີສູດປະລິດຕະມຸງຄຸນ ແລະ ເວລາ 20:00 ໂມງ ມີພິທີວຽນທຽນແຫ່ຜາສາດເຜິ້ງ ແລະ ມີການຄົບງັນຕາມປະເພນີ. ວັນທີ 30 ຕຸລາ 2020 ເວລາ 13:00 ໂມງ ເຕົ້າໂຮມຜາສາດເຜິ້ງຈາກ 4 ຕົວເມືອງຢູ່ວັດໜອງບອນ, ເວລາ 13:30 ໂມງ ຫາ 18:00 ໂມງ ເຄື່ອນຂະບວນແຫ່ຜາສາດເຜິ້ງສູ່ກົມມະລຽນພະທາດຫລວງ, ໃນນັ້ນ ຈະມີຂະບວນການແຫ່ທັ້ງບັ້ງ, ດົນຕີພື້ນເມືອງ, ເມື່ອຮອດພະທາດຫລວງແລ້ວແຫ່ອ້ອມພະທາດ 3 ຮອບ, ຖວາຍຜາສາດເຜິ້ງ, ຟັງທຳມະເທສະໜາ 1 ກັນ ແລະ ຄົບງັນຕາມຮີດຄອງປະເພນີ. ວັນທີ 31 ຕຸລາ 2020 ກົງກັບມື້ເພັງ 15 ຄໍ່າ ເວລາ 7:30 ໂມງ ມີພິທີໄຫວ້ພະຮັບສິນ, ຟັງທຳມະເທສະໜາ, ຖວາຍສັງຄະທານ, ຄາລະວະ, ໃຫ້ພອນຢາດນ້ຳ, ພິທີຕັກບາດ ແລະ ບິນທະບາດຂອງພະສົງສາມະເນນ. ເວລາ 12:00 ໂມງ ເປັນຕົ້ນໄປ ເຕົ້າໂຮມກິລາຕີຄີ. ເວລາ 19:00 ໂມງ ພິທີວຽນທຽນຢູ່ກົມມະລຽນພະທາດຫລວງ, ຈູດບັ້ງໄຟບູຊາພະທາດຫລວງ ແລະ ຄົບງັນຕາມປະເພນີຈົນກວ່າເຖິງເວລາກໍານົດກໍເປັນອັນວ່າຈົບງານບຸນນະມັດສະການພະທາດຫລວງສຳລັບປີ 2020. ກໍໝາຍຄວາມວ່າ ສຳລັບບຸນທາດຫລວງປະຈຳປີນີ້ ຖືວ່າບໍ່ມີຕະຫລາດນັດ, ບໍ່ມີມະໂຫລີດົນຕີເສບບໍລິການຂາຍອາຫານ ແລະ ເຄື່ອງດື່ມຕ່າງໆຢ່າງຄຶກຄັກເໝືອນດັ່ງປີຜ່ານໆມາ, ຍິ່ງໄປກວ່ານັ້ນ ຕາມແຫລ່ງຂ່າວຍັງບອກວ່າ ຫ້າມຂາຍຮອດເຂົ້າຫລາມ ແລະ ປີ້ງໄກ່ວ່າຊັ້ນ.
ແນວໃດກໍຕາມ, ສິ່ງທີ່ໜ້າເປັນຫ່ວງນັ້ນ ກໍຄືຄວາມສະຫງົບປອດໄພໃນງານບຸນ ແລະ ຫລັງຈາກເລີກບຸນໄປແລ້ວ ກໍຂໍໃຫ້ເດີ່ນພະທາດຫລວງມີແຕ່ຄວາມສະອາດຈົບງາມ. ຫວັງຢ່າງຍິ່ງວ່າທາງຄະນະກຳມະການບຸນຈະມີແຜນປ້ອງກັນ ແລະ ຈຳກັດສິ່ງເຮິະຮ້າຍພາຍຫລັງແລ້ວບຸນ ກໍຄືໃນໄລຍະຄົບງັນຕາມຮີດຄອງປະເພນີຢ່າງຈົບງາມ ແລະ ເຂັ້ມງວດ.
ກ່າວເຖິງບຸນນະມັດສະການພະທາດຫລວງໃນຫລາຍໆປີຜ່ານມາ ພວກເຮົາເຄີຍໄດ້ຮັບຜົນປະໂຫຍດ ແລະ ເຄີຍເຫັນຫລາຍອັນຫລາຍຢ່າງທີ່ໃຫ້ຜົນດີຫລາຍກວ່າສິ່ງຫຍໍ້ທໍ້. ອັນທີ່ເຮົາເຄີຍໄດ້ຮັບຜົນປະໂຫຍດນັ້ນ ມັນມີມາກມາຍທັງດ້ານເສດຖະກິດ ແລະ ສັງຄົມວັດທະນະທຳ. ສະເພາະໃນແງ່ເສດຖະກິດນັ້ນແມ່ນໄດ້ລາຍຮັບເປັນກອບເປັນກຳໃຫ້ຜູ້ປະກອບການຄ້າຂາຍໃນງານບຸນ ເປັນຕົ້ນເລີ່ມແຕ່ບໍລິສັດຜູ້ປະມູນ, ພາກລັດກໍມີລາຍໄດ້ຈາກການເກັບພັນທະອາກອນຕ່າງໆຈາກຜູ້ປະມູນ ແລະ ຜູ້ປະກອບການທຸລະກິດຄ້າຂາຍ ແລະ ການບໍລິການອື່ນໆ ອັນເປັນການສ້າງລາຍຮັບໃຫ້ລັດ, ລວມໝູ່ ແລະ ບຸກຄົນໄດ້ເປັນຢ່າງດີ. ສ່ວນວ່າອັນຫຍໍ້ທໍ້ທີ່ເຄີຍເຫັນຜ່ານມານັ້ນ ແມ່ນການຍາດຊີງກັນຈັບຈ່ອງທີ່ດິນ ເພື່ອຕັ້ງຮ້ານຂາຍເຄື່ອງ. ໃນປີຜ່ານມາມີຫລາຍລາຍເມື່ອຊື້ທີ່ດິນໄປແລ້ວ ພາກັນໄປຂາຍຕໍ່ໃຫ້ຜູ້ອື່ນໆເປັນສອງສາມທົບ ອັນເປັນການຂູດຮີດຕໍ່ຜູ້ຊື້ປາຍທາງ ແລະ ເປັນເຫດໃຫ້ລາຄາສິນຄ້າບາງຢ່າງໃນງານບຸນຖີບຕົວສູງຂຶ້ນເປັນທົບສອງທົບ. ແຕ່ສະເພາະປີນີ້ຄາດວ່າອາດຈະບໍ່ເປັນຄືດັ່ງຫລາຍປີຜ່ານໆມາແຕ່ປະການໃດ.
ເວົ້າຄວາມຈິງແລ້ວ ໃນແຕ່ລະປີ ເມື່ອເຖິງຍາມບຸນພະທາດຫລວງແລ້ວ ຜູ້ປະກອບການທຸລະກິດທັງຫລາຍໃຜກໍມີເງິນມີເງິນຄໍາຍ້ອນເຊັ່ນ: ການປະມູນຊື້ເນື້ອທີ່ດິນ, ຍ້ອນປະມູນຝາກລົດຈັກລົດໃຫຍ່ ແລະ ປະມູນການບໍລິການຄ້າຂາຍໃນດ້ານອື່ນອີກ. ທາງວັດວາສາສະໜາກໍມີລາຍຮັບສະສົມ ເພື່ອບູລະນະສ້ອມແປງສິ່ງຈຳເປັນອື່ນໆ. ແຕ່ຕົກມາປີນີ້ ບັນຍາກາດອາດມິດງຽບຜິດຫວັງຍ້ອນໂຄວິດ-19 ມາກົດໜ່ວງທຳລາຍເສດຖະກິດຂອງຊາດ ນັບທັງລວມໝູ່ ແລະ ຂອງສ່ວນບຸກຄົນ.
ເຖິງຢ່າງໃດກໍດີ, ກໍຫວັງວ່າທຸກຄົນຈະປະຕິບັດບັນດາມາດຕະການຕ່າງໆຢ່າງເຂັ້ມງວດ. ໂອກາດໜ້າຟ້າໃໝ່ຖ້າໂຄວິດ-19 ຫາກຫ່າງຫາຍໄປຈາກບ້ານເມືອງເຮົາໂດຍຊິ້ນເຊີງ ບັນຍາກາດອັນຄຶກຄັກຈາກບຸນທາດຫລວງຄົງຈະຫວນຍ້ອນມາອີກຄັ້ງ. ປີນີ້ພວກເຮົາພາກັນເອົາແຕ່ບຸນລ້ວນໆ ຖ້າຜູ້ໃດຢາກມ່ວນ, ຢາກຊື່ນ, ຢາກເຮຮາພາທີກໍພາກັນສະຫລອງບຸນຢູ່ເຮືອນໃຜເຮືອນມັນ ຫລື ໄປເຂົ້າຮ້ານທີ່ມີມະໂຫລີດົນຕີເສບແຫ່ງອື່ນໆກໍແລ້ວກັນ.