ຄະນະອາສາສະໝັກທຳການກຸສົນຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງ ວຽງຈັນມອບເຄື່ອງເຫລືອຊ່ວຍປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ສະຫວັນນະເຂດ
ຄະນະອາສາສະໝັກທຳການກຸສົນຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງວຽງຈັນ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ 260 ພູດໃຫ້ແກ່ປະຊາຊົນທີ່ຖືກເສຍຫາຍຢ່າງໜັກໜ່ວງຢູ່ 2 ບ້ານ ດົງນາຍ ແລະ ບ້ານ ແດນສະຫວັນ, ແຕ່ລະພູດມີມູນຄ່າປະມານ 300.000 ກີບ, ລວມມີ ເຂົ້າສານ, ໝີ່ສຳເລັດຮູບ, ປາກະປ໋ອງ, ເຄື່ອງບັນເທົາທຸກທີ່ຈຳເປັນ ເພື່ອຊ່ວຍພໍ່ແມ່ປະຊາຊົນແກ້ໄຂຄວາມຫຍຸ້ງຍາກໃນເບື້ອງຕົ້ນ.
ເມືອງເຊໂປນ ແມ່ນໜຶ່ງໃນ 8 ເມືອງ ຂອງແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດນໍ້າຖ້ວມ, ຊຶ່ງສາມາດເກັບກໍາຂໍ້ມູນຄວາມເສຍຫາຍເບື້ອງຕົ້ນ ຕໍ່ຊັບສິນຂອງລັດ ແລະ ປະຊາຊົນໄດ້ຈໍານວນຫລາຍ ເປັນຕົ້ນແມ່ນ ປະຊາຊົນຖືກນໍ້າຖ້ວມມີ 45 ບ້ານ, 2.310 ຫລັງຄາ, ມີ 2.525 ຄອບຄົວ, 14.590 ຄົນ, ໃນນັ້ນບ້ານທີ່ໄດ້ຍົກຍ້າຍອອກ ມີ 27 ບ້ານ, ມີ 1.817 ຄອບບຄົວມີ 11.298 ຄົນ, ເຮືອນຫັກເປ່ເພ 55 ຫລັງ, ເຮືອນຖືກນໍ້າໄຫລຊຸ 37 ຫລັງ ຢູ່ບ້ານແກ້ງຫົວປາ (ຄຸ້ມວັງຄົດ) ແລະ ບ້ານລະອໍ. ນອກນັ້ນ, ຍັງຖ້ວມເລົ້າເຂົ້າ 69 ຫລັງ, ວັດ 4 ແຫ່ງ, ເຮືອເສຍ 19 ລໍາ ແລະ ສັດລ້ຽງຂອງປະຊາຊົນຈໍານວນໜຶ່ງ. ສ່ວນບ້ານ ແລະ ຄອບຄົວ ທີ່ໄດ້ຮັບຜົນກະທົບທາງດ້ານກະສິກຳ ເຊັ່ນ ນ້ຳຖ້ວມນາ 39 ບ້ານ, ເນື້ອທີ່ນາ 1.768 ເຮັກຕາ, ໄຮ່ເຂົ້າ 958 ເຮັກຕາ, ສວນໄມ້ອຸດສາຫະກໍາ 717 ເຮັກຕາ, ສວນພືດຜັກຕ່າງໆ 52 ເຮັກຕາ, ໜອງປາ 274 ໜອງ.