ແຂວງວຽງຈັນປະກາດຢຸດຕິການປູກກ້ວຍຢ່າງຖາວອນ


ແຫລ່ງຂ່າວ ຂປລ ລາຍງານວ່າ: ອຳນາດການປົກຄອງແຂວງວຽງຈັນໄດ້ປະກາດຢ່າງເປັນທາງການວ່າ: ຕ້ອງຢຸດຕິ ແລະ ບໍ່ອະນຸຍາດໃຫ້ນັກລົງທຶນເຂົ້າມາປູກກ້ວຍຫອມຢ່າງຖາວອນຢູ່ແຂວງຂອງຕົນ ນັບແຕ່ທ້າຍເດືອນກັນຍາ 2017 ນີ້ເປັນຕົ້ນໄປ ເນື່ອງຈາກມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຢ່າງຮ້າຍແຮງ. ການເຂົ້າມາລົງທຶນປູກກ້ວຍໃນຜ່ານມາສ່ວນຫລາຍແມ່ນນັກລົງທຶນຈີນໄດ້ເຂົ້າມາປູກຢູ່ເມືອງຫີນເຫີບ, ເມືອງວັງວຽງ ແລະ ເມືອງເຟືອງ ມີເນື້ອທີ່ກວ່າ 400 ເຮັກຕາ ຕ້ອງໃຫ້ຮີບຮ້ອນເກັບກູ້ຜົນຜະລິດຂອງຕົນໃຫ້ສຳເລັດໂດຍໄວ ແລະ ໃຫ້ຢຸດເຊົາ ເນື່ອງຈາກນຳໃຊ້ສານເຄມີຮ້າຍແຮງ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມເປັນບໍ່ໜ້ອຍ. ດັ່ງນັ້ນ ຖ້າໃນກໍລະນີຍັງບໍ່ທັນໝົດອາຍຸສຳປະທານທີ່ດິນກໍຕ້ອງໃຫ້ຫັນໄປປູກພືດເປັນສິນຄ້າອື່ນໆທົດແທນ, ຖ້າບໍ່ປະຕິບັດຕາມຈະມີມາດຕະການທີ່ເຂັ້ມງວດ ໂດຍອີງໃສ່ລະບຽບກົດໝາຍ.
ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ ເປີດເຜີຍວ່າ: ການປູກກ້ວຍຢູ່ 3 ເມືອງດັ່ງກ່າວໄດ້ເລີ່ມມາແຕ່ປີ 2013 ລວມມີ 7 ຫົວໜ່ວຍ ມີເນື້ອທີ່ທັງໝົດ 412 ເຮັກຕາ, ໃນນັ້ນໄດ້ມີການສຳປະທານດິນປະຊາຊົນ 319 ເຮັກຕາ ແລະ ດິນລັດ 103 ເຮັກຕາ ແຕ່ໄດ້ຮັບການອະນຸມັດທີ່ຖືກຕ້ອງມີ 6 ຫົວໜ່ວຍເທົ່ານັ້ນ
ປັດຈຸບັນພາກສ່ວນກ່ຽວຂ້ອງໄດ້ສືບຕໍ່ດຳເນີນການກວດກາ-ຄຸ້ມຄອງການເກັບກູ້ຜົນຜະລິດຂອງເຂົາເຈົ້າ ເພື່ອໃຫ້ຢຸດເຊົາທັນທີ, ຖ້າຫາກຜູ້ລົງທຶນຍັງມີປະສົງຢາກດຳເນີນກິດຈະການຕໍ່ ໂດຍສະເພາະທີ່ດິນສຳປະທານຍັງບໍ່ທັນໝົດອາຍຸ ກໍໃຫ້ຫັນໄປປູກພືດອື່ນທີ່ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ຈະມີມາດຕະການເດັດຂາດຕໍ່ການນຳເຂົ້າສານເຄມີທີ່ຕ້ອງຫ້າມ ຄືຢາຂ້າຫຍ້າ, ຢາປາບສັດຕູພືດ, ຝຸ່ນເຄມີ ແລະ ສານເລັ່ງການຈະເລີນເຕີບໃຫຍ່ຂອງພືດ ແລະ ສັດ ທີ່ບໍ່ມີການກວດກາຢັ້ງຢືນຈາກກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າໂດຍເດັດຂາດ.