ອັງກິດກຽມລັອກດາວ 1 ເດືອນ ເລີ່ມ 5 ພະຈິກ ຫລັງຜູ້ຕິດເຊື້ອໂຄວິດ-19 ສະສົມທະລຸ 1 ລ້ານຄົນ
ອັງກິດກຽມເຂົ້າສູ່ການລັອກດາວຄັ້ງທີ 2 ເປັນເວລາ 4 ອາທິດ ເລີ່ມແຕ່ວັນທີ 5 ພະຈິກ ແລະ ສິ້ນສຸດໃນວັນທີ 2 ທັນວາ. ການຕັດສິນໃຈດັ່ງກ່າວມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ສະຫະຣາຊະອານາຈັກສູງເຖິງ 1 ລ້ານຄົນ.
ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີສະຫະຣາຊະອານາຈັກ ຖະແຫລງໃນທ້າຍອາທິດຜ່ານມາວ່າ: “ພວກເຮົາຕ້ອງດຳເນີນການດຽວນີ້ ເພື່ອຄວບຄຸມການລະບາດ (ຂອງໄວຣັສ) ໃນຊ່ວງລະດູໃບໄມ້ຫລົ່ນ”.
ຜູ້ນຳອັງກິດຖືກບີບໃຫ້ຕ້ອງປະກາດການຕັດສິນໃຈດັ່ງກ່າວນັບແຕ່ວັນທີ 31 ຕຸລາຜ່ານມາ ຫລັງແຜນລັອກດາວຄັ້ງໃໝ່ຂອງລັດຖະບານຮົ່ວໄຫລໄປເຖິງໜັງສືພິມຫລາຍສະບັບ ເຊິ່ງແຕ່ກ່ອນລັດຖະບານມີແຜນຈະປະກາດຢ່າງເປັນທາງການໃນວັນທີ 2 ພະຈິກນີ້.
ສຳລັບມາດຕະການໃໝ່ທີ່ເຂັ້ມງວດນັ້ນຄວບຄຸມການປິດຮ້ານບັນເທີງ, ຮ້ານອາຫານ ແລະ ທຸລະກິດທີ່ບໍ່ຈຳເປັນ ເຊິ່ງລວມທັງຮ້ານເສີມສວຍ ແລະ ບ່ອນອອກກຳລັງກາຍ, ສ່ວນໂຮງຮຽນ, ມະຫາວິທະຍາໄລ ແລະ ສະໜາມເດັກຫລິ້ນຍັງເປີດຕາມປົກກະຕິ.
ສຳລັບປະຊາຊົນທີ່ຈະອອກຈາກເຮືອນນັ້ນ ທາງການໃຫ້ອອກໄດ້ສະເພາະມີເຫດຜົນຈຳເປັນເຊັ່ນ: ໄປໂຮງຮຽນ ຫລື ໄປເຮັດວຽກ ຖ້າບໍ່ສາມາດເຮັດວຽກຢູ່ເຮືອນໄດ້. ນອກຈາກນີ້ ຍັງອະນຸຍາດໃຫ້ອອກໄປຊື້ອາຫານ, ເຫດຜົນດ້ານສຸຂະພາບ ລວມທັງໄປອອກກຳລັງກາຍ ແລະ ເຮັດກິດຈະກຳສັນທະນາການກາງແຈ້ງ.
ເຖິງຢ່າງໃດກໍຕາມ, ເຖິງວ່າຈະອະນຸໂລມກິດຈະກຳບາງຢ່າງ ແຕ່ລັດຖະບານຂໍການຮ່ວມມືຈາກປະຊາຊົນໃຫ້ງົດເດີນທາງອອກຈາກເຮືອນຖ້າບໍ່ຈຳເປັນ, ສ່ວນຜູ້ທີ່ຕ້ອງເດີນທາງໄປເຮັດວຽກຕ່າງປະເທດນັ້ນຈະຕ້ອງປະຕິບັດຕາມກົດໂດຍການກັກຕົວຫລັງກັບມາອັງກິດ.
ສຳລັບມາດຕະການຕ່າງໆຈະບັງຄັບໃຊ້ສະເພາະໃນອັງກິດເທົ່ານັ້ນ ເພາະບັນຫາດ້ານສາທາລະນະສຸກຈະເບິ່ງແຍງໂດຍລັດຖະບານຂອງສະກອດແລນ, ເວລ ແລະ ໄອແລນເໜືອ.