ກະຊວງການເງິນຕອບຂໍ້ຂ້ອງໃຈສັງຄົມ

- advert banner 728 90 728x90 - ກະຊວງການເງິນຕອບຂໍ້ຂ້ອງໃຈສັງຄົມ

ກະຊວງການເງິນໄດ້ຕອບຂໍ້ຂ້ອງໃຈຂອງສັງຄົມຫລາຍບັນຫາທີ່ນອນໃນຄວາມຮັບຊອບຂອງຕົນ ຄື:

ຄໍາຖາມ : ເພື່ອຮັບປະກັນການພິຈາລະນາຮັບຮອງແຜນງົບປະມານແຫ່ງລັດປີ 2018 ຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ກະຊວງການເງິນຈະມີວິທີການແນວໃດເພື່ອສະໜອງເອກະສານໃຫ້ຄົບຖ້ວນທັນເວລາຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ?

ຄໍາຕອບ:  ສໍາລັບການສ້າງແຜນງົບປະມານແຫ່ງລັດປີ 2018, ກະຊວງການເງິນຈະໄດ້ເອົາໃຈໃສ່ເລັ່ງຄົ້ນຄ້ວາຮ່າງຄໍາແນະນໍາວ່າດ້ວຍການສ້າງແຜນງົບປະມານແຫ່ງລັດປີດັ່ງກ່າວ ແລະ ຈະໄດ້ປຶກສາຫາລືບາງບັນຫາທີ່ຈະໄດ້ປັບປຸງແກ້ໄຂໃຫ້ມີຄວາມຄ່ອງຕົວ ແລະ ຫັນເຂົ້າສູ່ລະບຽບກົດໝາຍຢ່າງເຄັ່ງຄັດ ເປັນຕົ້ນ: ການສ້າງແຜນລາຍຮັບ-ລາຍຈ່າຍວິຊາການ, ແຜນການລົງທຶນຂອງລັດ, ການສ້າງແຜນເປັນລາຍລະອຽດແຕ່ຫົວທີ, ໂດຍຈະຕ້ອງຈັດສັນເພດານແຜນງົບປະມານເບື້ອງຕົ້ນໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນຕ່າງໆ. ນອກນັ້ນການມອບລາຍຮັບໃຫ້ທ້ອງຖິ່ນແມ່ນມອບທັງລາຍຮັບທີ່ສູນກາງຄຸ້ມຄອງ, ພ້ອມທັງສືບຕໍ່ປະສານສົມທົບກັບກໍາມາທິການສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ຂະແໜງການກ່ຽວຂ້ອງໃນການຈັດສັນລະອຽດ ເພື່ອຮັບປະກັນໃຫ້ສາມາດລາຍງານຂໍການຮັບຮອງຈາກສະພາປະຊາຊົນຂັ້ນແຂວງ, ສະພາແຫ່ງຊາດຢ່າງລະອຽດ, ຊັດເຈນ ແລະ ທັນເວລາຕາມກົດໝາຍກໍານົດ.

ຄໍາຖາມ: ການຄຸ້ມຄອງໜີ້ສິນພາກລັດ, ໂດຍສະເພາະການຊໍາລະໜີ້ສິນໃຫ້ແກ່ບໍລິສັດເຫັນວ່າບໍ່ມີຄວາມຍຸຕິທໍາ ແລະ ບໍ່ໂປ່ງໃສ, ຊຶ່ງບໍ່ເປັນໄປຕາມລະບຽບຫລັກການວາງອອກ.

ຄໍາຕອບ: ເພື່ອຮັບປະກັນໃຫ້ການຄຸ້ມຄອງການຊໍາລະສະສາງໜີ້ສິນໂຄງການລົງທຶນມີຄວາມໂປ່ງໃສ, ຫັນເຂົ້າສູ່ລະບຽບກົດໝາຍ, ກະຊວງການເງິນໄດ້ຄົ້ນຄ້ວາປັບປຸງກົນໄກການຊໍາລະໜີ້ສິນ, ໂດຍສະເພາະແມ່ນໄລຍະຂ້າມຜ່ານ 3 ເດືອນທ້າຍປີ 2016 ພາຍຫລັງຄະນະປະຈໍາສະພາແຫ່ງຊາດໄດ້ຮັບຮອງແຜນງົບປະມານໃນການຊໍາລະໜີ້ສິນໂຄງການລົງທຶນຂອງລັດຈໍານວນ 400 ຕື້ກີບ, ກະຊວງການເງິນກໍໄດ້ມອບແຜນການລົງທຶນຊໍາລະໜີ້ສິນດັ່ງກ່າວໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອຄົ້ນຄວ້າຈັດສັນເປັນແຕ່ລະຂະແໜງການ ແລະ ໂຄງການຕາມພາລະບົດບາດ, ໂດຍອີງໃສ່ບັນດາລະບຽບການ ແລະ ກົດໝາຍວ່າດ້ວຍການລົງທຶນຂອງລັດກໍານົດ. ສ່ວນກະຊວງການເງິນແມ່ນຊໍາລະສະສາງຕາມການຈັດສັນຂອງຂະແໜງການດັ່ງກ່າວ. ກະຊວງແຜນການ ແລະ ການລົງທຶນ ຮັບຜິດຊອບຄົ້ນຄວ້າ ແລະ ຈັດສັນແຜນຊຳລະໃນວົງເງິນທີ່ສະໜອງໃຫ້ ແລະ ກະຊວງການເງິນມີໜ້າທີ່ຮັບຜິດຊອບຊຳລະໜີ້ລົງທຶນທີ່ເປັນພັນທະບັດ.

ຄໍາຖາມ: ເປັນຫຍັງການຊຳລະໜີ້ສິນຂອງລັດຖະບານສຳລັບໂຄງການທີ່ຈັດຕັ້ງປະຕິບັດສຳເລັດ 100% ແມ່ນມີຄວາມຊັກຊ້າ ແລະ ບໍ່ທັນໄດ້ຈັດຕັ້ງປະຕິບັດ?.

ຄໍາຕອບ: ຍ້ອນວ່າຕ້ອງໄດ້ກວດຄືນສັນຍາຂອງຜູ້ປະກອບການກັບເຈົ້າຂອງໂຄງການທີ່ໄດ້ຕົກລົງເງື່ອນໄຂການຊຳລະວ່າມີແນວໃດແດ່, ເຂົ້າແຜນການຊຳລະປີໃດ ແລະ ມີຈັກໄລຍະການຊຳລະດັ່ງນີ້ເປັນຕົ້ນ, ແຕ່ແນວໃດກໍຕາມ, ເຖິງວ່າໄລຍະການຊຳລະບໍ່ໄປຕາມແຜນແຕ່ລັດຖະບານ ກໍຄືກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ກໍໄດ້ມີແຜນຊຳລະໜີ້ໂຄງການລົງທຶນຂອງລັດ ກໍຄືບ້ວງ 400 ຕື້ກີບ, ຊຶ່ງປັດຈຸບັນແມ່ນກຳລັງຈັດຕັ້ງປະຕິບັດຢູ່. ສ່ວນທີ່ເຫລືອ ກະຊວງແຜນການ ແລະ ການລົງທຶນ ໄດ້ຄົ້ນຄ້ວາຈັດສັນເຂົ້າແຜນການຊຳລະໃນແຕ່ລະປີຕາມຄວາມອາດສາມາດຕົວຈິງທາງດ້ານງົບປະມານ.

- Tiger Head 728x90 - ກະຊວງການເງິນຕອບຂໍ້ຂ້ອງໃຈສັງຄົມ
- 1 1 - ກະຊວງການເງິນຕອບຂໍ້ຂ້ອງໃຈສັງຄົມ

ຄໍາຖາມ: ຕົວເລກຫົວໜ່ວຍທຸລະກິດທີ່ກະຊວງການເງິນນໍາໃຊ້ເຂົ້າໃນການເກັບລາຍຮັບເຫັນວ່າມີການຫລຸດໂຕນກັນຫລາຍເມື່ອທຽບກັບຈຳນວນຕົວເລກທີ່ກະຊວງອຸດສາຫະກຳ ແລະ ການຄ້າມີຢູ່, ຊຶ່ງເຮັດໃຫ້ການສ້າງແຜນເກັບລາຍຮັບບໍ່ສອດຄ່ອງກັບຕົວຈິງ.

ຄໍາຕອບ: ຕົວເລກຈຳນວນຫົວໜ່ວຍທຸລະກິດທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກທະບຽນວິສາຫະກິດນັບແຕ່ປີ 2008 ມາຮອດປັດຈຸບັນກັບຈຳນວນທີ່ກະຊວງການເງິນໄດ້ຕິດຕາມແມ່ນມີຄວາມແຕກຕ່າງກັນແທ້, ພາໃຫ້ການສ້າງແຜນ ແລະ ການເກັບລາຍຮັບບໍ່ສອດຄ່ອງກັບສະພາບຕົວຈິງ. ບັນຫາດັ່ງກ່າວກະຊວງການເງິນ (ກົມສ່ວຍສາອາກອນ) ຈະໄດ້ປະສານສົມທົບກັບຂະແໜງອຸດສາຫະກຳ ແລະ ການຄ້າ ຜູ້ທີ່ອອກທະບຽນວິສາຫະກິດ ແລະ ທຸກຂະແໜງທີ່ອອກອະນຸຍາດໃຫ້ດຳເນີນທຸລະກິດ ເປັນຕົ້ນ: ຂະແໜງແຜນການ ແລະ ການລົງທຶນ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ອື່ນໆ ໃນຂອບເຂດທົ່ວປະເທດ, ພ້ອມກັນກວດກາຄືນຫົວໜ່ວຍທຸລະກິດທີ່ຕົນໄດ້ອອກອະນຸຍາດຜ່ານມາຍັງເຄື່ອນໄຫວ ຫລື ຢຸດເຊົາ, ຖ້າຍັງມີການເຄື່ອນໄຫວກໍຕ້ອງສຳຫລວດຄືນ ລາຍຮັບ, ລາຍຈ່າຍ ແລະ ການປະກອບສ່ວນມອບພັນທະໃຫ້ລັດ, ຖ້າເຫັນວ່າບໍ່ມີການແຈ້ງເສຍພັນທະອາກອນຕ້ອງຊອກຫາທີ່ຕັ້ງ ແລະ ກໍລະນີຕິດຕໍ່ພົວພັນບໍ່ໄດ້ກໍຈະສະເໜີໃຫ້ຂະແໜງກ່ຽວຂ້ອງລຶບຊື່ວິສາຫະກິດດັ່ງກ່າວອອກຈາກບັນຊີຄຸ້ມຄອງ.

ຄໍາຖາມ: ການບໍລິການດ້ານເອກະສານຂອງເຈົ້າໜ້າທີ່ພາສີປະຈໍາດ່ານຕ່າງໆຍັງເຫັນວ່າມີລັກສະນະຊັກຊ້າແກ່ຍາວ ແລະ ເປັນການສ້າງເງື່ອນໄຂທີ່ບໍ່ອໍນວຍໃຫ້ແກ່ການດໍາເນີນທຸລະກິດ.

ຄໍາຕອບ: ໃນຊຸມປີຜ່ານມາ, ກະຊວງການເງິນໄດ້ສຸມໃສ່ພັດທະນາວຽກງານພາສີໃຫ້ຫັນເປັນທັນສະໄໝ, ໂດຍສະເພາະແມ່ນນໍາໃຊ້ລະບົບເອເລັກໂຕຣນິກເຂົ້າໃນການຄຸ້ມຄອງ ແລະ ບໍລິການແຈ້ງພາສີ, ຊຶ່ງເຮັດໃຫ້ການດໍາເນີນຂັ້ນຕອນການແຈ້ງພາສີ ແລະ ກວດປ່ອຍສິນຄ້າຢູ່ບັນດາດ່ານພາສີສາກົນໃນຂອບເຂດທົ່ວປະເທດໃຊ້ເວລາສະເລ່ຍປະມານ 6 ຊົ່ວໂມງໃນປີ 2016 ເມື່ອທຽບກັບປີ 2012 ທີ່ໃຊ້ເວລາປະມານ 11 ຊົ່ວໂມງ ແລະ ຄຽງຄູ່ກັບການນໍາໃຊ້ເຄື່ອງມືທັນສະໄໝນັ້ນ, ຍັງໄດ້ປັບປຸງກົນໄກ ແລະ ລະບຽບການທີ່ຕິດພັນການຄຸ້ມຄອງການແຈ້ງພາສີນໍາອີກ ແລະ ໃນເດືອນກໍລະກົດ 2016 ຜ່ານມາ, ສປປ ລາວ ໄດ້ເຂົ້າເປັນພາຄີສົນທິສັນຍາສາກົນວ່າດ້ວຍລະບຽບການແຈ້ງພາສີ (RKC) ຊຶ່ງເປັນລະບຽບການຂອງອົງການພາສີໂລກກ່ຽວກັບການຄັດຈ້ອນຂັ້ນຕອນການແຈ້ງພາສີໃຫ້ກະທັດຮັດ, ງ່າຍດາຍ ແລະ ມີຄວາມເປັນເອກະພາບ, ພາຍຫລັງ ເຂົ້າເປັນພາຄີສົນທິສັນຍາດັ່ງກ່າວແລ້ວ, ກໍໄດ້ອອກບົດແນະນໍາກ່ຽວກັບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບອີເລັກໂຕຣນິກ, ຊຶ່ງໄດ້ຫລຸດຂັ້ນຕອນແຈ້ງພາສີຂາເຂົ້າຈາກ 5 ມາຢູ່ 4 ຂັ້ນຕອນ ແລະ ແຈ້ງພາສີຂາອອກຈາກ 4 ມາຢູ່ 3 ຂັ້ນຕອນ, ພ້ອມທັງກໍານົດເງື່ອນໄຂການແຈ້ງພາສີອື່ນໆໃຫ້ສອດຄ່ອງກັບລະບຽບການແຈ້ງພາສີສາກົນ ແລະ ບົດແນະນໍາດັ່ງກ່າວໄດ້ມີການເຜີຍແຜ່ໃຫ້ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດແລ້ວ. ແຕ່ແນວໃດກໍຕາມ, ກະຊວງການເງິນຈະສືບຕໍ່ປັບປຸງການແຈ້ງພາສີ ລວມທັງກົດໝາຍວ່າດ້ວຍວ່າດ້ວຍພາສີໃຫ້ສອດຄ່ອງກັບລະບຽບການສາກົນ ເທື່ອລະກ້າວ ເພື່ອເຮັດໃຫ້ການກວດປ່ອຍສິນຄ້າຢູ່ດ່ານພາສີຊາຍແດນມີຄວາມສະດວກ ແລະ ງ່າຍດາຍ, ແນໃສ່ເພີ່ມທະວີການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຍົກສູງຂີດຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດໃຫ້ນັບມື້ສູງຂຶ້ນ.

 

error: Content is protected !!