ການ​ເດີນ​ຂະ​ບວນຢູ່​ໄທ​ຢ່າ​ກ້າວ​ກ່າຍ​ມາເຖິງ​ລາວ

ການ​ເດີນ​ຂະ​ບວນຢູ່​ໄທ​ຢ່າ​ກ້າວ​ກ່າຍ​ມາເຖິງ​ລາວ - 555 1 - ການ​ເດີນ​ຂະ​ບວນຢູ່​ໄທ​ຢ່າ​ກ້າວ​ກ່າຍ​ມາເຖິງ​ລາວ
ການ​ເດີນ​ຂະ​ບວນຢູ່​ໄທ​ຢ່າ​ກ້າວ​ກ່າຍ​ມາເຖິງ​ລາວ - kitchen vibe - ການ​ເດີນ​ຂະ​ບວນຢູ່​ໄທ​ຢ່າ​ກ້າວ​ກ່າຍ​ມາເຖິງ​ລາວ

ໂດຍ:ທິດ​ກໍ່າ

​ເວົ້າ​ເຖິງ​ການ​ເດີນ​ຂະ​ບວນປະທ້ວງເພື່ອທວງເອົາສິດເສລີພາບ, ປະຊາທິປະໄຕຢູ່ປະເທດໄທ ມັນໄດ້ກຳເນີດເກີດຂຶ້ນ ແລະ ເປັນມາຢ່າງຍາວນານໃນຫລາຍຍຸກຫລາຍສະໄໝມາແລ້ວ. ອັນ​ສາ​ເຫດ​ມັນ​ກໍ​ສືບ​ເນື່ອງ​ມາ​ຈາກ​ຫລາຍ​ປັດ​ໄຈ ​ແລະ ຫລາຍ​ເງື່ອນ​ໄຂ​ຈົນ​ກາຍ​ເປັນ​ພວງ​ພະນັງ​ຫລາຍ​ກຸ່ມ, ຫລາຍ​ກ້ອນ, ຫລາຍ​ພັກ, ຫລາຍ​ພວກ ​ເພາະ​ມັນ​ມີ​ສາຍ​ກ່ຽວ​ພັນ​ກັນ​ລະຫວ່າງ​ປະຊາຊົນ​ກັບ​ຊົນ​ຊັ້ນສັກ​ດີ​ນາ, ລະຫວ່າງ​ປະຊາຊົນ​ກັບ​ຊົນ​ຊັ້ນນາຍທຶນ​ຜູກຂາດ ​ແລະ ລະຫວ່າງ​ກຸ່ມ​ຄົນ​ກັບ​ກຸ່ມ​ຄົນ​ທີ່​ມີ​ຖານະ​ບົດບາດ​ທາງ​ສັງຄົມ, ​ແນວ​ຄິດ, ອຸດົມ​ການ​ທີ່​ແຕກ​ຕ່າງ​ກັນ. ຈາກ​ປັດ​ໄຈ ​ແລະ ຕົ້ນ​ເຫດ​ດັ່ງກ່າວ ຈຶ່ງ​ກໍ່​ໃຫ້​ເກີດ​ມີ​ການ​ຂັດ​ແຍ່ງ​ບໍ່​ເລີກ​ບໍ່​ແລ້ວ​ທາງ​ດ້ານ​ຜົນ​ປະ​ໂຫຍດ ນັບ​ແຕ່​ຕໍ່າ​ຫາ​ສູງ​ຈົນ​ກ້າວ​ໄປ​ເຖິງ​ການ​ແຫ່​ຂະ​ບວນປະ​ທ້ວງ, ຕໍ່ສູ້​ກັນ ​ແລະ ​ເຫັນ​ວ່າ​ມາ​ຮອດ​ຍຸກ​ປັດຈຸບັນ ​ມັນ​ໃກ້​ຈະ​ສຸກ​ງອມ​ສຸດ​ຂັ້ນສຸດ​ຂີດ​ແລ້ວ. ນອກຈາກ​ເງື່ອນ​ໄຂ ​ແລະ ປັດ​ໄຈ​ພາຍ​ໃນ​ແລ້ວ, ສະພາບ​ການ​ຂອງ​ສັງຄົມ ​ແລະ ຂອງ​ໂລກ​ໂດຍ​ລວມກໍ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ, ​ເປັນ​ຍຸກ​ເຊື່ອມ​ໂຍງ, ສົມທົບ​ກັບ​ແນວ​ຄິດ ​ແລະ ພຶດຕິ​ກຳ​ແຫ່ງ​ການ​ກົດ​ຂີ່​ຂູດ​ຮີດ​ລະຫວ່າງ​ຊົນ​ຊັ້ນກັບ​ຊັ້ນຄົນ​ມັນ​ກໍ​ເລີຍ​ເກີດ​ກະ​ແສ​ການ​ຕໍ່ສູ້​ນັບ​ມື້ນັບ​ຮຸນ​ແຮງ​ດັ່ງ​ເຮົາ​ເຫັນ​ໃນ​ຜ່ານ​ມາ ​ແລະ ຄື​ປັດຈຸບັນ​ນີ້.

ການ​ເດີນ​ຂະ​ບວນຢູ່​ໄທ​ຢ່າ​ກ້າວ​ກ່າຍ​ມາເຖິງ​ລາວ - Visit Laos Visit SALANA BOUTIQUE HOTEL - ການ​ເດີນ​ຂະ​ບວນຢູ່​ໄທ​ຢ່າ​ກ້າວ​ກ່າຍ​ມາເຖິງ​ລາວ

ຖ້າ​ພວກ​ເຮົາ​ຫາກ​ຫວນ​ຢ້ອນ​ຄືນ​ໄປ​ເບິ່ງ​ປະຫວັດສາດ​ໃນ​ສະ​ໄໝ​ສະຫຍາມ​ປົກຄອງ​ແຜ່ນດິນ​ລາວ​ລ້ານ​ຊ້າງ ​ເອີ້ນ​ວ່າ ​ໃນ​ຍຸກ​ລ້ານ​ຊ້າງ​ຕົກ​ເປັນ​ເມືອງ​ຂຶ້ນຂອງ​ສະຫຍາມ ​ເຈົ້າອານຸວົງ​ໃນ​ຖານະ​ເປັນ​ແມ່ທັບ​ຂອງ ກຳລັງ​ທະຫານ​ລາວ​ທີ່​ຂຶ້ນກັບ​ສະຫຍາມ​ໃນ​ເວລາ​ນັ້ນ ກໍ​ໄດ້​ໄປ​ປາບ​ກະບົດ ​ໂດຍ​ການ​ນຳພາ​ຂອງ​ຄູບາ​ສາ​ຂຽດ​ໂງ້ ຫລື​ວ່າ ຄູບາ​ຂີ້​ຫອມ ຢູ່​ນະຄອນ​ຈຳປາ​ສັກ ທີ່​ທຳ​ການ​ຕໍ່ສູ້​ເພື່ອ​ເອກະລາດ ​ແລະ ປະຊາທິປະ​ໄຕ ຍ້ອນ​ບໍ່​ຢາກ​ໄປ​ຂຶ້ນກັບ​ສະຫຍາມ. ຈາກ​ນັ້ນ ກໍ​ສືບ​ຕໍ່​ມີ​ຂະ​ບວນການຕໍ່ສູ້​ໃນ​ຫລາຍ​ຮູບ​ແບບ​ຂອງ​ບຸກຄົນ​ທີ່​ຮັກ​ຊາດ​ຕໍ່​ໆ​ກັນ​ມາ ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ຜູ້​ທຸກ​ຍາກ​ໃນ​ພາກ​ອີສານ, ຫລັງ​ຕໍ່ໆ​ກັນ​ມາ​ກໍ​ເກີດ​ມີ​ຂະ​ບວນການ​ກອມ​ມູນິດ​ໄທ​ທີ່​ທຳ​ການ​ເຄື່ອນ​ໄຫວ​ຢູ່​ປ່າ ​ແລະ ພູ​ເຂົາ ​ເພື່ອ​ຕໍ່ສູ້​ກັບ​ຄວາມ​ບໍ່​ສະ​ເໝີ​ພາບ ​ແລະ ປະຊາທິປະ​ໄຕ​ຢູ່​ໃນ​ປະ​ເທດ​ໄທ​ນັ້ນ​ເອງ. ​ແຕ່​ສຸດ​ທ້າຍ​ມາ ຂະ​ບວນການ​ກອມ​ມູນິດ​ໄທ​ ກໍ​ຄື​ພັກ​ກອມ​ມູນິດ​ໄທ​ກໍລົ້ມສະຫລາຍ ພາກັນ​ເຂົ້າສະຫວາມີພັກ​ກັບ​ຝ່າຍ​ລັດຖະບານ​ໃນ​ທີ່​ສຸດ. ​ແຕ່​ດ້ວຍ​ການ​ກົດ​ຂີ່​ຂູດ​ຮີດ​ລະຫວ່າງ​ຊັ້ນຄົນ​ນັບ​ມື້ມີ​ລັກສະນະ​ຮຸນ​ແຮງ​ຂຶ້ນສູ່​ລະດັບ​ສູງ ກໍ​ຍິ່ງ​ເຮັດ​ໃຫ້​ຂໍ້​ຂັດ​ແຍ່ງ​ລະຫວ່າງ​ກຸ່ມ​ຄົນ, ຊັ້ນຄົນ, ​ເກີດ​ໜໍ່​ຈໍ່​ແໜງ​ມີ​ຫລາຍ​ກຸ່ມ​ກ້ອນ​ທີ່​ມີ​ທັດສະນະ​ທາງ​ການ​ເມືອງ​ແຕກ​ຕ່າງ​ກັນ​ເຊັ່ນ: ກຸ່ມ​ເສື້ອ​ເຫລືອງ, ​ເສື້ອ​ແດງ, ກຸ່ມ​ນັກ​ສຶກສາ​ປັນຍາ​ຊົນ ​ເຊິ່ງບັນດາ​ກຸ່ມ​ເຫລົ່າ​ນີ້​ໃຜ​ກໍ​ມີ​ແນວ​ຄິດ, ອຸດົມ​ການ, ມີ​ອຸດົມ​ຄະຕິ ​ແລະ ມີ​ເປົ້າໝາຍ​ແຕກ​ຕ່າງ​ກັນ ຈົນ​ມາ​ຮອດ​ປັດຈຸບັນ​ນີ້ ຄວາມ​ຂັດ​ແຍ່ງ​ລະຫວ່າງ​ກຸ່ມ ​ແລະ ຊັ້ນຄົນ​ກໍ​ຍິ່ງ​ທະວີຄູນ​ເປັນ​ກະ​ແສ​ສູງ​ຈົນ​ກ້າວ​ໄປ​ເຖິງ​ການ​ລຸກ​ຮື້ຂຶ້ນ​ເດີນ​ຂະ​ບວນປະ​ທ້ວງຢ່າງ​ຮຸນ​ແຮງ ​ແຕ່​ໃຜ​ຈະ​ຊະນະ ຫລື ​ແພ້​ນັ້ນ ມັນ​ຂຶ້ນກັບ​ກາລະ​ໂອກາດ ​ແລະ ຂະ​ບວນວິວັດ​ແຫ່ງ​ການ​ຕໍ່ສູ້​ມາ​ເປັນ​ເດີມ​ພັນ ນັ້ນກໍ​ຄື​ສະພາບ​ການ​ປ່ຽນ​ແປງ​ທາງ​ການ​ເມືອງ​ພາຍ​ໃນ​ຂອງ​ປະ​ເທດ​ໄທ​ເອງ.

​ແນວ​ໃດ​ກໍ​ຕາມ, ນັບ​ແຕ່​ມີ​ຂະ​ບວນປະ​ທ້ວງ​ຂອງ​ເຫລົ່າ​ນັກຮຽນ, ນັກ​ສຶກສາ ​ແລະ ປະຊາຊົນ​ຄົນ​ໄທ​ມາ​ເປັນ​ເວລາ​ຫລາຍ​ວັນ ກໍ​ມີ​ຄົນ​ລາວ​ບາງ​ຄົນ​ທີ່ຢູ່​ໃນ​ປະ​ເທດ ​ແລະ ຄົນ​ລາວ​ຢູ່​ຕ່າງປະ​ເທດ ​ເອີ້ນ​ວ່າ: ລາວ​ນອກ ທີ່​ຈອບ​ມອງ​ຄອຍ​ເວົ້າວ່າ​ຕຳໜິຕິຕຽນ​ໃນ​ການ​ນຳພາ​ຂອງ​ພັກ​ລັດຖະບານ​ລາວ ກໍ​ຄື​ການ​ບໍລິຫານ​ປົກຄອງ​ບ້ານ​ເມືອງ​ໃນ​ປັດຈຸບັນ​ໄດ້​ສອດ​ແຊກ, ຍຸ​ແຍ່​ຢາກ​ໃຫ້​ປະ​ເທດ​ລາວ​ມີ​ຂະ​ບວນປະ​ທ້ວງ​ຄື​ກັບປະ​ເທດ​ໄທ, ຢາກ​ໃຫ້​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ເມືອງ​ຄື​ປະ​ເທດ​ໄທ ຈຶ່ງ​ເວົ້າ​ໃນ​ເຊີງ​ສຽດ​ສີ​ກັນ ​ເຮັດ​ໃຫ້​ຄົນ​ລາວ​ກັບ​ຄົນ​ໄທ​ເຂົ້າ​ໃຈ​ຜິດ, ບໍ່ພໍ​ໃຈ​ໃຫ້​ກັນ ​ແລະ ​ໂຕ້​ຕອບ​ກັນ​ໃນ​ສິ່ງ​ທີ່​ບໍ່​ຖືກຕ້ອງ ​ເຊິ່ງຫລ້າ​ສຸດ​ໃນ​ວັນ​ທີ 20 ຕຸລາ 2020 ​ໄດ້​ເກີດ​ມີ​ກະ​ແສ​ແຫ່​ຕິດ​ແຮດ​ແທກ​ຍຸຍົງ​ສົ່ງ​ເສີມ​ໃຫ້ ສປປ ລາວ ກໍ​ຕ້ອງ​ເອົາ​ເປັນ​ແບບຢ່າງ​ຄື​ໄທ ດ້ວຍ​ການ​ຕັ້ງຄຳ​ຖາມ​ຂຶ້ນມາ​ວ່າ: ຖ້າ​ການ​ເມືອງ​ລາວ​ດີ ບັນຫາ​ຕ່າງໆ​ ລວມ​ເຖິງ​ຄວາມ​ຍາກຈົນ​ກໍ​ຈະ​ໝົດ​ໄປ, ​ເປັນ​ຫຍັງ​ຄົນ​ຍຸກ​ຈົນ​ໃນ​ປະ​ເທດ​ລາວ​ຈຶ່ງ​ບໍ່​ໄດ້​ຮຽນ​ຕໍ່, ​ເປັນ​ຫຍັງ​ນັກ​ສຶກສາ​ຮຽນ​ຈົບ​ມາ​ຈຶ່ງ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ, ​ເປັນ​ຫຍັງ​ຄົນ​ຮັ່ງມີ​ຈຶ່ງ​ມີ​ວຽກ​ເຮັດ​ງານ​ທຳ​ວ່ອງ​ໄວ​ກວ່າ​ຄົນ​ທຸກ​ຈົນ, ​ເປັນ​ຫຍັງ​ຈຶ່ງ​ມີ​ອາສາ​ສະໝັກ​ເຮັດ​ວຽກ​ລໍຖ້າ​ເງິນ​ເດືອນ​ເປັນ 5-6 ປີ, ຄ່າ​ເທີ​ມນັກ​ສຶກສາ​ກໍ​ສູງ​ເຖິງ 3-4 ລ້ານ​ກີບ ​ແຕ່​ໄດ້​ເງິນ​ເດືອນ​ພຽງ 1-2 ລ້ານ​ກີບ​ຕໍ່​ເດືອນ, ​ເປັນ​ຫຍັງ​ຄົນ​ລາວ​ຕ້ອງ​ທຳ​ງານ 13-15 ຊົ່ວ​ໂມງ​ຕໍ່​ວັນ, ​ເປັນ​ຫຍັງ​ຄົນ​ລາວ​ຕ້ອງ​ອອກ​ມາ​ຂາຍ​ແຮງ​ງານ​ໃນ​ປະ​ເທດ​ໄທ, ​ເປັນ​ຫຍັງ​ໄຟຟ້າ​ລາວ​ດັບ​ທຸກ​ມື້ ລວມ​ໄປ​ເຖິງ​ໂສກ​ນາດຕະກຳ​ຕໍ່​ພີ່ນ້ອງ​ຊາວ​ລາວ​ໃນ​ກໍລະນີ​ເຂື່ອນ​ແຕກ​ທີ່​ໄທ​ມີ​ສ່ວນ​ກ່ຽວຂ້ອງ​ເຫລົ່ານີ້​ເປັນຕົ້ນ. ນີ້​ຄື​ກະ​ແສ​ສື່​ໄທ​ບາງ​ຊ່ອງ​ໄດ້​ວິ​ເຄາະ​ວິຈານ​ປຸກ​ປັ່ນ​ຍຸ​ແຍ່​ໃຫ້​ຄົນ​ລາວ, ປະ​ເທດ​ລາວ​ກໍ​ຕ້ອງ​ປ່ຽນ​ແປງ​ທາງ​ດ້ານ​ການ​ເມືອງ​ເຊັ່ນ​ກັນ.

​ເຖິງ​ຢ່າງ​ໃດ​ກໍ​ດີ, ຈາກ​ກະ​ແສ​ຜ່ານ​ສື່​ອອນ​ລາຍ ຄົນ​ລາວ​ບາງ​ຄົນ​ທີ່​ເວົ້າ​ແບບ​ນີ້​ຈຳນວນ​ໜຶ່ງ​ກໍ​ມີ​ແທ້ ​ໂດຍ​ສະ​ເພາະ​ແມ່ນ​ພວກ​ໜຸ່ມ​ນ້ອຍ​ທີ່​ຕ້ອງການ​ສ້າງ​ກະ​ແສ, ທັງ​ມີ​ຄວາມ​ຂັດ​ແຍ່ງ​ກັບ​ພັກ ​ແລະ ລັດຖະບານ​ລາວ ​ໂດຍ​ຮູ້​ເທົ່າ​ບໍ່​ເຖິງ​ການ, ບໍ່​ຮູ້​ທີ່​ໄປ​ທີ່​ມາ, ຕົ້ນປາຍ​ສາ​ເຫດ​ຄວາມ​ເປັນ​ຈິງ​ຕ່າງໆ​ແຫ່ງ​ປະຫວັດສາດ​ຂອງ​ຊາດ​ລາວ​ຄົນ​ລາວ​ໃນ​ອະດີດຕະການ​ຢ່າງ​ເລິກ​​ເຊິ່ງ ​ແລະ ຍັງ​ບໍ່​ຮູ້​ວິ​ໄສ​ທັດ​ຂອງ​ປະ​ເທດ​ຊາດ​ບ້ານ​ເມືອງ​ໃນ​ອະນາຄົດ ​ແລະ ພວກ​ເຫລົ່າ​ນີ້​ແມ່ນ​ເຫັນ​ແຕ່​ກົງຈັກ​ເປັນ​ດອກ​ບົວ, ສ່ວນ​ພວກ​ລາວ​ນອກ ​ໂດຍ​ສະ​ເພາະ​ແມ່ນ​ພວກ​ຊ້າງ​ສາມ​ຫົວ ຍາມ​ໃດ​ເຂົາ​ກໍ​ປາກ​ປຽກ​ວິພາກ​ວິຈານ​ບໍ່​ມັກ​ກອມ​ມູນິດ​ຢູ່​ແລ້ວ, ​ແຕ່​ລະ​ວັນ, ​ແຕ່​ລະ​ໄລຍະ ພວກ​ເຂົາ​ກໍ​ຫາ​ວິທີ​ຊອກ​ເລື່ອງ​ເອົາ​ຈຸດ​ອ່ອນ, ຂໍ້​ບົກ​ຜ່ອງ​ຂອງ​ການ​ບໍລິຫານ​ປະ​ເທດ​ຊາດ​ຂອງ​ພັກ ​ແລະ ລັດຖະບານ​ເຮົາ​ໄປ​ຕຳ​ນິວິຈານ ​ເວົ້າວ່າ​ກອມ​ມູນິດ​ເປັນ​ຜະ​ເດັດ​ການ, ບໍ່​ມີ​ປະຊາທິປະ​ໄຕ, ປະຊາຊົນ​ບໍ່​ມີ​ສິດ​ເສລີພາບ ​ແລະ ບັນຫາ​ອື່ນໆ​ແຕ່​ໃດ​ມາ​ແລ້ວ. ຈຸດປະສົງ ​ແລະ ​ເປົ້າໝາຍ​ຂອງ​ພວ​ກ​ເຫລົ່າ​ນີ້ ກໍ​ເພື່ອ​ຢາກ​ໃຫ້​ຄົນ​ລາວ​ລຸກ​ຮື້ຂຶ້ນ​ເດີນ​ຂະ​ບວນປະ​ທ້ວງ ​ເພື່ອ​ປ່ຽນ​ແປງ​ລະບອບ​ການ​ປົກຄອງ​ຢູ່​ລາວ​ເໝືອນ​ດັ່ງ​ປະ​ເທດ​ໄທ​ມາ​ເປັນ​ແບບຢ່າງ.

​ໃນ​ປະຫວັດສາດ​ຜ່ານ​ມາ ກ່ອນ​ປະ​ເທດ​ລາວ​ຈະ​ກາຍ​ມາ​ເປັນ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແມ່ນ​ໄດ້​ຜ່ານ​ການ​ຕໍ່ສູ້​ມາ​ຢ່າງ​ຍືດ​ເຍື້ອຍາວ​ນານ​ແລ້ວ, ຜ່ານ​ເສິກ​ສົງຄາມ​ປົດ​ປ່ອຍປະ​ເທດ​ຊາດ​ມາ​ເປັນ​ເວລາ 50 ກວ່າ​ປີ, ຜ່ານ​ກະ​ແສ​ການ​ເດີນ​ຂະ​ບວນປະ​ທ້ວງ​ໂຄ່ນ​ລົ້ມລະບອບ​ສັກ​ດີ​ນາ, ນາຍທຶນ ນັບ​ແຕ່​ປີ 1975 ​ເປັນຕົ້ນມາ ຖື​ເປັນ​ໄຊຊະນະ​ອັນ​ໃຫຍ່​ຫລວງ​ແຫ່ງ​ຂະ​ບວນການ​ຕໍ່ສູ້ ​ເພື່ອ​ປົດ​ປ່ອຍປະ​ເທດ​ຊາດ​ອອກ​ຈາກ​ການ​ຄອບ​ຄອງ​ຂອງ​ສັກ​ດີ​ນາ ​ແລະ ຈັກກະພັດ​ຜູ້​ຮຸກ​ຮານ. ປັດຈຸບັນ ສປປ ລາວ ພວມ​ກະກຽມ​ທຸກ​ເງື່ອນ​ໄຂ​ເພື່ອ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ສູ້​ຊົນ​ນຳພາ​ປະ​ເທດ​ຊາດ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ​ແລະ ດ້ອຍ​ພັດທະນາ. ປະຊາຊົນ​ລາວ​ບັນດາ​ເຜົ່າ​ໄດ້​ກຳນົດ​ເສັ້ນທາງ​ເດີນ​ຂອງ​ປະ​ເທດ​ຊາດ​ດ້ວຍ​ຕົນ​ເອງ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ມາ​ແລ້ວ ຄື​ເສັ້ນທາງ​ສັງຄົມ​ນິຍົມ ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ການ​ທີ່​ຈະ​ແກ່​ດຶງ​ເອົາ​ປະ​ເທດ​ລາວ​ຄົນ​ລາວ​ໃນ​ຍຸກ​ໃໝ່​ຄືນ​ໄປ​ເດີນ​ຕາມ​ເສັ້ນທາງ​ອັນ​ເກົ່າ, ລະບອບ​ເກົ່າ ຄື​ລະບອບ​ສັກ​ດີ​ນາ ພາ​ບ້ານ​ເມືອງ​ເພນັ້ນ​ແມ່ນ​ໄດ້​ພົ້ນສະ​ໄໝ​ໄປ​ແລ້ວ. ການ​ທີ່​ຕັ້ງ​ໂຈດ​ຖາມ ຖ້າ​ການ​ເມືອງ​ລາວ​ດີ​ນັ້ນ ມັນ​ເປັນ​ພຽງ​ເກີດ​ມາ​ຈາກ​ສະພາບ​ເງື່ອນ​ໄຂ​ອັດຕະວິ​ໄສ ​ແລະ ພາ​ວະວິ​ໄສ ​ເພາະ​ປະ​ເທດ​ຊາດ​ຫາ​ກໍ​ຫລຸດ​ພົ້ນອອກ​ຈາກ​ສິ່ງ​ຄອບ​ງຳ​ຕ່າງ​ໆ​ພຽງ​ແຕ່ 40 ກວ່າ​ປີ​ເທົ່າ​ນັ້ນ. ​ເສັ້ນທາງ​ຈະ​ພິສູດ​ມ້າ ການ​ເວລາ​ຈະ​ພິສູດ​ຄົນ ອີກ​ບໍ່​ດົນ​ປະຫວັດສາດ ລາວ-​ໄທ ຍ່ອມ​ພິສູດ​ຕົວ​ມັນ​ເອງ.

ການ​ເດີນ​ຂະ​ບວນຢູ່​ໄທ​ຢ່າ​ກ້າວ​ກ່າຍ​ມາເຖິງ​ລາວ - 3 - ການ​ເດີນ​ຂະ​ບວນຢູ່​ໄທ​ຢ່າ​ກ້າວ​ກ່າຍ​ມາເຖິງ​ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!