ບຸນຂຶ້ນຢູ່ກັບຜູ້ກະທຳ ກຳຕົກຢູ່ນຳຜູ້ເຮັດ
ໂດຍ: ທິດກໍ່າ
ສຳລັບບົດຄວາມໃນຄໍລຳມື້ນີ້, ທິດກໍ່າ ຂໍກ້ຽວກອດສະແດງຄວາມຍ້ອງຍໍຊົມເຊີຍກັບຜູ້ຍິງລາວຄົນໜຶ່ງທີ່ມີຄວາມກ້າຫານ, ເດັດດ່ຽວ, ໜຽວແໜ້ນ, ຕັດສິນໃຈສູງ, ກ້າເຮັດກ້າທຳ, ກ້າຜະເຊີນໜ້າຕໍ່ສິ່ງທ້າທາຍ ເໝືອນດັ່ງເກີດປະຕິຫານໃນການຕໍ່ສູ້ ເພື່ອກູ້ເອົາຊັບສິນທີ່ຖືກໂຈນດຶງເອົາກະເປົາໃນອາທິດທີ່ຜ່ານມາ ເຊິ່ງຜູ້ຖືກເຄາະຮ້າຍໃນມື້ນັ້ນກໍໄດ້ແກ່ ນາງ ລີນາ ຍິງໜຸ່ມລາວຈາກດິນແດນແຂວງຫົວພັນວິລະຊົນ ທີ່ໄດ້ມີໂອກາດມາສຶກສາຮໍ່າຮຽນຢູ່ນະຄອນຫລວງວຽງຈັນ ອັນເປັນນະຄອນຫລວງຂອງປະເທດ.
ກໍດັ່ງສັງຄົມ ນັບທັງພວກເຮົາເຈົ້າຂ້ອຍທັງຫລາຍໄດ້ຮັບຮູ້ ແລະ ໄດ້ເຫັນໃນແຫລ່ງຂ່າວທີ່ໂດດເດັ່ນໂດ່ງດັງຊ່າລືກັນຢ່າງກວ້າງຂວາງຜ່ານສື່ອອນລາຍຢູ່ພາຍໃນ ແລະ ຕ່າງປະເທດໃນອາທິດຜ່ານມານັ້ນ ກໍຄືເຫດການໂຈນດຶງກະເປົາຢູ່ແຖວເສັ້ນທາງບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ຕໍ່ເຫດການດັ່ງກ່າວ ຫລາຍແຫລ່ງສື່ ແລະ ຫລາຍຄົນກໍຄົງໄດ້ເຫັນຮູບພາບຄວາມເປັນມາໃນເຫດການຕົວຈິງຈາກກ້ອງວົງຈອນປິດຢ່າງຈະແຈ້ງ, ຊັດເຈນ ເຊິ່ງເຫດການດັ່ງກ່າວ ພວກເຮົາທັງຫລາຍຄວນໄດ້ຖືເອົາເປັນອຸທາຫອນ ແລະ ເປັນບົດຮຽນໃນການໄປມາໃນສະພາບເງື່ອນໄຂທີ່ສັງຄົມບ້ານເມືອງເຮົາພວມເກີດມີປາກົດການຫຍໍ້ທໍ້ຫລາຍສິ່ງຫລາຍຢ່າງໃນຍຸກປັດຈຸບັນ. ສ່ວນເລື່ອງຕົ້ນເຫດທີ່ໄປທີ່ມາຈາກການໃຫ້ຂໍ້ມູນຕົວຈິງຂອງຜູ້ຖືກເຄາະຮ້າຍ ຄືນາງ ລີນາ ອາຍຸ 22 ປີ ອາຊີບເປັນນັກສຶກສາຢູ່ໂຮງຮຽນຊັບພະວິຊາ ໄດ້ເວົ້າວ່າ: ໃນວັນທີ 22 ຕຸລາ 2020 ຕົນເອງໄດ້ໄປເສຍຄ່າເທີມຢູ່ໂຮງຮຽນຊັບພະວິຊາ ແລ້ວກໍເດີນທາງກັບທີ່ພັກຢູ່ບ້ານໜອງໜ່ຽງ. ໃນຂະນະທີ່ເດີນທາງກັບ ບັງເອີນເຫດການທີ່ບໍ່ຄາດຝັນກໍໄດ້ເກີດຂຶ້ນ ຄືມາຮອດເສັ້ນທາງເຂດບ້ານໂພນປ່າເປົ້າ ໄດ້ມີໂຈນມາຍາດດຶງເອົາກະເປົາທີ່ຕົນເອງໄດ້ວາງໄວ້ຢູ່ກະຕ່າລົດຈັກ. ເມື່ອຕົກຢູ່ໃນສະພາບເຊັ່ນນີ້ ຕົນເອງຈຶ່ງໄດ້ຕັດສິນໃຈຂີ່ລົດຈັກໄລ່ປະຊິດ ຈົນມາຮອດຈຸດເສັ້ນທາງສາມແຍກ ຄົນຮ້າຍໄດ້ຜ່ອນລົດຈະລ້ຽວໜີ ພໍໄດ້ໂອກາດເໝາະສົມ ຕົນຈຶ່ງຕັດສິນໃຈເລັ່ງລົດຢ່າງແຮງ ແລ້ວຕຳເອົາລົດຈັກຂອງຄົນຮ້າຍລົ້ມລົງຟົ້ງກະເດັນໄປຄົນລະທິດ, ຄົນຮ້າຍມັນກໍລົ້ມລົງແລ້ວມັນກໍຂ້ຽວຟ້າວລຸກຂຶ້ນຫວັງຈະແລ່ນໄປເອົາລົດຈັກຂອງມັນຂີ່ປົບໜີ, ແຕ່ທັນໃດຂ້ອຍກໍແລ່ນນຳ ພ້ອມທັງດຶງກະຊາກລົດມັນລົ້ມລົງທັງຮ້ອງໃຫ້ຄົນທີ່ຢູ່ບ່ອນໃກ້ຄຽງເຂົ້າມາຊ່ວຍ. ໃນເບື້ອງຕົ້ນຄົນທັງຫລາຍເຫັນໃຜກໍເຂົ້າໃຈວ່າເປັນພຽງລົດຈັກຕຳກັນ ແຕ່ສຸດທ້າຍຈຶ່ງເຂົ້າໃຈວ່າ ມັນແມ່ນການໄລ່ນຳຕາມລ່າໂຈນດຶງກະເປົາ ຈຶ່ງພາກັນແລ່ນຫຸ້ມເຂົ້າມາຊ່ວຍຢ່າງທັນທີທັນໃດ ຈົນສາມາດຈັບກຸມຄົນຮ້າຍນັ້ນໄວ້ໄດ້ດ້ວຍການຮ່ວມມືຊ່ວຍເຫລືອຂອງຫລາຍໆຄົນທີ່ຢູ່ໃກ້ຄຽງບ່ອນນັ້ນ.
ສ່ວນຄົນຮ້າຍຜູ້ທີ່ກໍ່ເຫດຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຈຶ່ງຮູ້ວ່າ ມັນຊື່ທ້າວ ບ໊ອບບີ້ ສຸທຳ ອາຍຸ 24 ປີ ຢູ່ບ້ານດອນກອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. ຕາມປະຫວັດຜ່ານມາ ຜູ້ກ່ຽວເຄີຍຖືກໂທດມາແລ້ວ 2 ຄັ້ງ ໃນຄະດີຢາເສບຕິດ ແລະ ຕິດຫລິ້ນເກມເປັນຕົ້ນເຫດ. ຕໍ່ເຫດການແບບນີ້ ມັນແມ່ນປາກົດການຫຍໍ້ທໍ້ອັນໜຶ່ງທີ່ໄດ້ເກີດຂຶ້ນໃນສັງຄົມບ້ານເມືອງເຮົາໃນຊ່ວງຜ່ານຜ່າຕ້ານກັບວິກິດຕ່າງໆທີ່ພວມເກີດຂຶ້ນຢູ່ພາຍໃນປະເທດເຮົາ ເປັນຕົ້ນອັນຕົ້ນຕໍກວ່າໝູ່ໝົດກໍແມ່ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ນອກຈາກນັ້ນ ຫລາຍທ້ອງຖິ່ນທາງພາກກາງ ແລະ ພາກໃຕ້ກໍໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ນັບທັງໂລຄາພະຍາດ ແລະ ອຸປະສັກຕ່າງໆມາກົດໜ່ວງທຳລາຍເສດຖະກິດ ແລະ ສັງຄົມຂອງຊາດ.
ເພາະສະນັ້ນ ຈຶ່ງເຮັດໃຫ້ຄົນບໍ່ດີທີ່ລອຍນວນຢູ່ໃນສັງຄົມບ້ານເມືອງສວຍໂອກາດເຄື່ອນໄຫວປຸ້ນຈີ້, ຊີງຊັບ, ລັກຊັບ, ຂີ້ລັກງັດແງະເອົາຊັບສິນ ເຊິ່ງມີຫລາຍກໍລະນີທີ່ເກີດຂຶ້ນໃນສັງຄົມບ້ານເມືອງເຮົາ. ແຕ່ວ່າເຫດການທີ່ເກີດຂຶ້ນກັບນາງ ລີນາ ສາວນັກສຶກສາຄັ້ງນີ້ ພວກເຮົາສາມາດຈັບໂຈນໄວ້ໄດ້ຢ່າງສຽບຂາດ, ທັງສາມາດກູ້ເອົາວັດຖຸຊັບສິນ ແລະ ເງິນຈຳນວນ 800.000 ກີບ ທີ່ມີໃນກະເປົາຄືນມາໄດ້ດ້ວຍຄວາມສາມາດໃນສະພາບແວດລ້ອມທີ່ອັດຕະຄັດຂັດສົນ ເຖິງວ່າຕົນເອງຈະຖືກບາດເຈັບຄາງແຕກຫຍິບ 8 ເຂັມ, ລົດຈັກກໍເປ່ເພ ແຕ່ມັນກໍເປັນບົດຮຽນໃນຊີວິດ ແລະ ເປັນອຸທາຫອນສອນໃຈສຳລັບພວກເຮົາເຈົ້າຂ້ອຍທີ່ເດີນທາງໄປມາ ນັບທັງວິທີການປົກປັກຮັກສາວັດຖຸສິ່ງຂອງ, ເງິນຄຳ ໂດຍສະເພາະແມ່ນເວລາຂີ່ລົດຈັກ, ລົດຖີບ ຫລື ການດຳລົງຊີວິດປະຈຳວັນ ຕ້ອງໄດ້ປົກປັກຮັກສາຊີວິດອິນຊີ, ຊັບສິນເງິນຄຳໃຫ້ມີຄວາມປອດໄພ ເຊື່ອງໄວ້ໃນບ່ອນທີ່ຮັບປະກັນ. ຖ້າບໍ່ດັ່ງນັ້ນ ຈະເປັນເງື່ອນໄຂໃຫ້ໂຈນມີໂອກາດໄດ້ຫລອຍປຸ້ນຈີ້ ຫລື ດຶງເອົາກະເປົາ ດັ່ງເຫດການຂອງນາງ ລີນາ ທີ່ໄດ້ປະສົບພົບພໍ້ໃນຄັ້ງນີ້.
ເຖິງຢ່າງໃດກໍດີ, ຕໍ່ນາງ ລີນາ ພາຍຫລັງສັງຄົມໄດ້ຮັບຮູ້ ແລະ ເຫັນເຫດການທີ່ເກີດຂຶ້ນກັບນາງແລ້ວ, ຫລາຍຄົນກໍສະແດງຄວາມເຫັນໃຈ, ຄວາມມີນ້ຳໃຈໃຫ້ການຊ່ວຍເຫລືອເປັນເງິນ ແລະ ວັດຖຸ ເພື່ອປິ່ນປົວສຸຂະພາບ ແລະ ເປັນຂວັນກຳລັງໃຈດ້ວຍເງິນຊ່ວຍເຫລືອຈາກສັງຄົມເຖິງ 51 ລ້ານກວ່າກີບ. ນອກນັ້ນ ທາງສະຫະພັນມວຍແຫ່ງຊາດຍັງໄດ້ມອບຂັນ ແລະ ເສື້ອມວຍລາຍລາວ ທັງໃຫ້ທຶນການສຶກສາເພື່ອເປັນການສັນລະເສີນນ້ຳໃຈທີ່ເປັນແມ່ຍິງທີ່ເກັ່ງກ້າຄົນໜຶ່ງ ທັງເປັນແບບຢ່າງທີ່ດີໃຫ້ສັງຄົມທົ່ວໄປ ແລະ ໃນຈຳນວນເງິນທັງໝົດທີ່ໄດ້ຮັບຈາກການຊ່ວຍເຫລືອນີ້ນາງ ລີນາ ເອງຍັງໄດ້ບິແບ່ງນ້ຳໃຈໄປຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກນ້ຳຖ້ວມຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ຜ່ານບັນຊີເທີຢູນາເຖິງ 5 ລ້ານກີບ ທັງປະກາດຢຸດຮັບການຊ່ວຍເຫລືອ. ນີ້ຄືຜູ້ຍິງລາວຄົນໜຶ່ງທີ່ພວກເຮົາຄວນໄດ້ເອົາເປັນແບບຢ່າງ ເຖິງວ່າເງິນທີ່ນາງ ລີນາ ໄດ້ຮັບຈາກການຊ່ວຍເຫລືອເປັນຈຳນວນທີ່ບໍ່ຫລາຍ ແຕ່ມັນກໍສະແດງເຖິງນ້ຳໃຈບໍລິສຸດຂອງຄົນດີ, ບໍ່ໂກດ, ບໍ່ໂລບ, ບໍ່ຫລົງໃນປັດໄຈນອກກາຍ ຈຶ່ງສົມຄວນໄດ້ຮັບການຍົກຍ້ອງ, ຊົມເຊີຍ, ປຽບດັ່ງຄົນດີສິ່ງສັກສິດມາຄຸ້ມຄອງ. ສ່ວນທ້າວ ບ໊ອບບີ້ ຜູ້ທຳບາບ ກໍໄດ້ໄປເຂົ້າຄຸກອີກເປັນຄັ້ງທີ 3 ນັ້ນແລ !.