ກຳປູເຈຍສົ່ງອອກເຂົ້າ 5 ແສນກວ່າໂຕນໃນ 10 ເດືອນທຳອິດປີນີ້ ເພີ່ມຂຶ້ນ 17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ
ວັນທີ 2 ພະຈິກ, ທ່ານ ແວງ ສາຄອນ ລັດຖະມົນຕີກະຊວງກະສິກຳຂອງກຳປູເຈຍ ເປີດເຜີຍວ່າ: ກຳປູເຈຍສົ່ງອອກເຂົ້າສານປະລິມານລວມ 536.305 ໂຕນ ໃນໄລຍະ 10 ເດືອນທຳອິດຂອງປີ 2020 ເພີ່ມຂຶ້ນ 17% ຈາກໄລຍະດຽວກັນຂອງປີກ່ອນ.
ທ່ານ ສາຄອນ ກ່າວວ່າ: ຈີນຍັງເປັນຜູ້ຊື້ເຂົ້າກຳປູເຈຍລາຍໃຫຍ່ທີ່ສຸດ ໂດຍປະລິມານສົ່ງອອກເຂົ້າສານໄປຈີນມີ 194.451 ໂຕນ ລະຫວ່າງເດືອນມັງກອງຫາຕຸລາປີນີ້ ເພີ່ມຂຶ້ນ 5% ຈາກໄລຍະດຽວກັນໃນປີກ່ອນໜ້າ ແລະ ຄອງອັດຕາ 36% ຂອງປະລິມານການສົ່ງອອກເຂົ້າທັງໝົດຂອງກຳປູເຈຍ.
ນອກຈາກນີ້ ກຳປູເຈຍສົ່ງອອກເຂົ້າໄປຕະຫລາດເອີຣົບ 174.391 ໂຕນໃນໄລຍະເວລາດັ່ງກ່າວ ເພີ່ມຂຶ້ນ 12% ແລະ ຄອງອັດຕາສ່ວນ 32,5% ຂອງປະລິມານການສົ່ງອອກເຂົ້າທັງໝົດ.
ທ່ານ ສາຄອນ ກ່າວວ່າ: ພາບລວມການສົ່ງອອກເຂົ້າຂອງກຳປູເຈຍໄປທຸກປະເທດປາຍທາງໃນໄລຍະ 10 ເດືອນທຳອິດຂອງປີ 2020 ມີທ່າອ່ຽງເພີ່ມສູງຂຶ້ນ ໂດຍທ່ານ ສາຄອນ ຍັງກ່າວວ່າ: ກຳປູເຈຍໄດ້ສົ່ງອອກເຂົ້າໄປ 60 ປະເທດ ແລະ ພາກພື້ນທົ່ວໂລກ.
ທ່ານ ລູນ ເຢັນ ເລຂາທິການສະຫະພັນເຂົ້າກຳປູເຈຍ (CRF) ເປີດເຜີຍວ່າ: ຈີນຖືເປັນຕະຫລາດໃຫຍ່ສຳລັບເຂົ້າກຳປູເຈຍ ແລະ ຄາດວ່າກຳປູເຈຍຈະສົ່ງອອກເຂົ້າໄປຈີນປະມານ 250.000 ໂຕນພາຍໃນປີນີ້.