ເປັນຫ່ວງເກີດຄວາມວຸ້ນວາຍ ຫຼັງການເລືອກຕັ້ງ ຊາວອາເມລິກາ ຫຼາຍຄົນຊອກຊື້ປືນປ້ອງກັນຕົວ
November 4, 2020 - 11:39 AM
ສຳນັກຂ່າວ Sky News ລາຍງານເມື່ອວັນທີ 3 ພະຈິກວ່າ ຢູ່ໃນລັດ ມີຊີແກນ ໃນຫຼາຍອາທິດມໍ່ໆມານີ້ ໄດ້ເກີດຂະບວນການເຄື່ອນໄຫວຊື້ອາວຸດໄວ້ຄອບຄອງ ປ້ອງກັນຕົວ.
ທ່ານ Bill Kucyk ເຈົ້າຂອງຮ້ານຂາຍປືນແຫ່ງໜຶ່ງ ໄດ້ຮັບໂທລະສັບ 100 ຄັ້ງ/ວັນ ເພື່ອຈອງຊື້ປືນ. ທ່ານກ່າວ່າ ໃນວັນທຳມະດາ ແມ່ນປືນຍັງເຕັມສາງ ແຕ່ ໃນຂະນະນີ້ ປືນບໍ່ເຫຼືອຈັກກະບອກເລີຍ.
ສຳນັກຂ່າວ Sky News ລາຍງານເພີ່ມເຕີມວ່າ ລັດ ມີຊີແກນ ກຳລັງຊ່ວງເສັງກັນຊື້ອາວຸດໄວ້ປ້ອງກັນຕົວ ຢ້ານວ່າ ຈະເກີດຄວາມວຸ້ນວາຍ ຫຼັງການເລືອກຕັ້ງປະທານາທິບໍດີ.