ອາເມລິກາ ສ້າງປະຫວັດສາດ ໄດ້ ສ.ວ ຜູ້ຍິງຂ້າມເພດຄົນທຳອິດ
ວັນທີ 4 ພະຈິກນີ້, ຕາມເວລາປະເທດລາວ, ນາງ ຊາຣາ ແມກໄບຣ ຜູ້ສະໝັກຊີງຕັ່ງສະມາຊິກວຸດທິສະພາ ລັດເດລາແວ ລັດບ້ານເກີດຂອງທ່ານ ໂຈ ໄບເດນ ຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີອາເມລິກາ ໃນປີນີ້ຈາກພັກເດໂມແຄຣດ ຊະນະການເລືອກຕັ້ງນັ່ງຕັ່ງສະມາຊິກວຸດທິສະພາ (State Senate) ລັດເດລາແວ ເຂດ 1 ໄດ້ສຳເລັດ.
ໄດ້ຄະແນນສຽງສະໜັບສະໜູນ 73% ມີໄຊເໜືອທ່ານ ສະຕີບ ວໍຊິງຕັນ ຜູ້ສະໝັກຈາກພັກຣີພັບລິກັນຂາດລອຍ ຖືເປັນຜູ້ຍິງຂ້າມເພດຄົນທຳອິດໃນອາເມລິກາ ທີ່ໄດ້ຮັບເລືອກໃຫ້ນັ່ງຕັ່ງສະມາຊິກວຸດທິສະພາ ແລະ ຖືເປັນຜູ້ຍິງຂ້າມເພດທີ່ດຳລົງຕຳແໜ່ງສູງສຸດຂອງປະເທດໃນຖານະເຈົ້າໜ້າທີ່ລັດຖະບານ.
ໂດຍນາງ ແມກໄບຣ ໄດ້ທະວິດຂໍ້ຄວາມກ່ອນໜ້າທີ່ໜ່ວຍເລືອກຕັ້ງຈະປິດລົງວ່າ: “ຂ້າພະເຈົ້າຫວັງວ່າຄໍ່າຄືນນີ້ຈະພິສູດໃຫ້ທຸກຄົນທີ່ເປັນ LGBTQ ເຫັນວ່າ ປະຊາທິປະໄຕຂອງພວກເຮົາກວ້າງໃຫຍ່ ແລະ ມີພື້ນທີ່ພຽງພໍສຳລັບພວກເຂົາເຊັ່ນກັນ”.