7 ຄຸນປະໂຫຍດດີໆຈາກໝາກສາລີ້ທີ່ທ່ານຄວນກິນເປັນປະຈຳ
November 5, 2020 - 2:37 PM
ໝາກສາລີ້ ແມ່ນໝາກໄມ້ໃຫ້ນຳ້ລົດຊາດຫວານອ່ອນໆ ຍິ່ງແຊ່ເຢັນຍິ່ງສົດຊື່ນ, ແຕ່ຮູ້ຫລືບໍ່ວ່ານອກຈາກລົດຊາດທີ່ແຊບຖືກໃຈຫລາຍຄົນແລ້ວ ໝາກສາລີ້ກໍມີຄຸນປະໂຫຍດຫລວງຫລາຍທີ່ທ່ານອາດຄິດບໍ່ເຖິງ ດັ່ງນີ້ :
- ແກ້ກະຫາຍຄາຍຮ້ອນ : ໝາກສາລີ້ເປັນໝາກໄມ້ທີ່ມີນຳ້ຫລາຍ ດັ່ງນັ້ນຈຶ່ງສາມາດແກ້ກະຫາຍຄາຍຮ້ອນໄດ້ເປັນຢ່າງດີ ຍິ່ງຍາມອາກາດຮ້ອນອົບເອົ້າແລ້ວ ການກິນໝາກສາລີ້ເຢັນໆຈະຊ່ວຍເພີ່ມຄວາມສົດຊື່ນໄດ້ດີ.
- ຊ່ວຍໃຫ້ຂັບຖ່າຍໄດ້ງ່າຍຂຶ້ນ : ກາກໄຍໃນໝາກສາລີ້ອ່າວຫລາຍ ເມື່ອກິນເຂົ້າໄປແລ້ວຮັບຮອງໄດ້ເລີຍວ່າອາການຖ່າຍຍາກຖ່າຍແຂງທີ່ເປັນຢູ່ນັ້ນຈະຫາຍໄປ ເພາະໄຟເບີທີ່ມີຢູ່ນັ້ນຈະເຮັດໜ້າທີ່ໃນການຊ່ວຍໃຫ້ທ່ານຂັບຖ່າຍໄດ້ງ່າຍຂຶ້ນ.
- ກະຕຸ້ນການເຮັດວຽກຂອງພູມຕ້ານທານ : ວິຕາມິນ C ໃນໝາກສາລີ້ ຈະເປັນໂຕກະຕຸ້ນພູມຕ້ານທານຂອງຮ່າງກາຍ ແລະ ສານຟລາໂວນອຍທີ່ເປັນໂຕຊ່ວຍໃຫ້ການຫລຸດການອັກເສບຂອງແຊນ ຈຶ່ງເຮັດໃຫ້ຮ່າງກາຍແຂງແຮງ ແລະ ບໍ່ເຈັບປ່ວຍງ່າຍ ດັ່ງນັ້ນ ການກິນໝາກສາລີ້ເປັນປະຈຳຈະຊ່ວຍໃຫ້ພູມຕ້ານທານຂອງທ່ານແຂງແຮງ.
- ຊ່ວຍໃຫ້ສຸຂະພາບຜິວດີ : ໃນໝາກສາລີ້ມີທັງນຳ້ , ວິຕາມິນ C, ໄຟເບີ ທີ່ຈະຊ່ວຍໃນເລື່ອງຂອງການບຳລຸງຜິວ, ຊ່ວຍໃຫ້ຜິວທີ່ເສື່ອມໂຊມໄດ້ຮັບການຟື້ນຟູຢ່າງເປັນທຳມະຊາດ ທັງຍັງມີສານຕ້ານອະນຸມູນອິດສະລະທີ່ຊ່ວຍປ້ອງກັນຄວາມເສື່ອມຂອງແຊນຜິວ ຈຶ່ງເຮັດໃຫ້ຜິວທີ່ມີຄວາມແຫ້ງ-ຫຍາບ ໄດ້ຮັບນຳ້ຢ່າງພຽງພໍ ແລະ ສົ່ງຜົນໃຫ້ຜິວນຸ້ມຊຸ່ມຊື່ນ ແລະ ບໍ່ແຫ້ງລອກ.
- ຫລຸດຄວາມດັນ : ໂປຕັສຊຽມ ແລະ ທາດເຫລັກໃນໝາກສາລີ້ຈະຊ່ວຍຄວບຄຸມຄວາມດັນ ແລະ ຊ່ວຍໃນການສ້າງເມັດເລືອດ ສົ່ງຜົນໃຫ້ເລືອດໄປລ້ຽງສ່ວນຕ່າງໆຂອງຮ່າງກາຍໄດ້ດີຍິ່ງຂຶ້ນ.
- ຫລຸດຄວາມສ່ຽງພະຍາດຫົວໃຈ : ການກິນໝາກສາລີ້ເປັນປະຈຳຈະຊ່ວຍໃຫ້ຮ່າງກາຍມີຄວາມດຸ່ນດ່ຽງທັງດ້ານການສ້າງເມັດເລືອດ, ການດັກຈັບໄຂມັນ ຈຶ່ງຊ່ວຍຫລຸດໄຂມັນສ່ວນເກີນ ແລະ ຄໍເລສເຕີໂຣນໃນເລືອດໄດ້ ແລະ ຊ່ວຍປ້ອງກັນການເກີດພະຍາດຫົວໃຈໄດ້ເປັນຢ່າງດີ.
- ກິນກ່ອນ ແລະ ຫລັງອອກກຳລັງກາຍໄດ້ : ໝາກສາລີ້ມີລະດັບນຳ້ຕານໃນໂຕເອງສູງ, ແຕ່ດັດຊະນີຕໍ່າ ຈຶ່ງເຮັດໃຫ້ຮ່າງກາຍສາມາດດູດຊຶມໄປໃຊ້ໄດ້ທັນທີ ແລະ ຍັງມີຄາໂບໄຮເດຣດທີ່ຊ່ວຍເຮັດໃຫ້ກ້າມຊີ້ນທີ່ຜ່ານການອອກກຳລັງກາຍບໍ່ອ່ອຍເພຍຈົນເກີນໄປ ດັ່ງນັ້ນ ກ່ອນອອກກຳລັງກາຍຄວນກິນໝາກສາລີ້ກໍເປັນໂຕເລືອກທີ່ດີບໍ່ຕ່າງຈາກໝາກກ້ວຍຫອມ ແລະ ຫລັງອອກກຳລັງກາຍກໍຍັງສາມາດກິນໄດ້ອີກ ເພື່ອໃຫ້ຮ່າງກາຍຟື້ນຟູກຳລັງໄດ້ໄວຂຶ້ນ.
- ໝາກສາລີ້ເປັນໝາກໄມ້ທີ່ເຮັດໃຫ້ຮ່າງກາຍໄດ້ຮັບປະໂຫຍດອ່າວຫລາຍ, ແຕ່ການກິນແຕ່ໝາກສາລີ້ຢ່າງດຽວບໍ່ແມ່ນເລື່ອງທີ່ດີປານໃດ ເພາະຮ່າງກາຍຕ້ອງການສານອາຫານທີ່ຄົບທຸກໝວດ ດັ່ງນັ້ນ ນອກຈາກການກິນໝາກສາລີ້ແລ້ວ ກໍຄວນເລືອກກິນຜັກ – ໝາກໄມ້ຊະນິດອື່ນນຳ ເພື່ອໃຫ້ໄດ້ຮັບປະໂຫຍດຢ່າງຄົບຖ້ວນນຳກັນ ລວມເຖິງຕ້ອງກິນອາຫານອື່ນໆໃຫ້ຄົບ 5 ໝວດເຊັ່ນກັນ.