ຫຼາຍເມືອງໃນສະຫະລັດ ເລີ່ມປະທ້ວງຜົນການເລືອກຕັ້ງປະທານາທິບໍດີ
November 5, 2020 - 5:17 PM
ສຳນັກຂ່າວຕ່າງປະເທດ ຈາກເມືອງຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 5 ພະຈິກນີ້ ລາຍງານວ່າ ທ່ານນາງ ເດດບຣາວ ເຈົ້າຄອງລັດ ໂອຣິກອນ ມີຄຳສັ່ງມື້ວັນພຸດ ໃຫ້ກອງກຳລັງ ພິທັກມາຕຸພູມ ໄດ້ສົ່ງເຈົ້າໜ້າທີ່ໄປຍັງເມືອງ ຟອດແລນ ຊຶ່ງເປັນເມືອງໃຫ່ຍທີ່ສຸດຂອງລັດ ເພື່ອສະໜັບສະໜູນພາລະກິດຂອງເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ຝ່າຍປົກຄອງໃນພື້ນທີ່ ໃນການຄວບຄຸມສະຖານະການຄວາມບໍ່ສະຫງົບຊຶ່ງຍືດເຍື້ອ ມາຕັ້ງແຕ່ຄືນວັນເລືອກຕັ້ງ 3 ພະຈິກເປັນຕົ້ນມາ.
ຕຳຫຼວດໃນເມືອງຫຼວງ ວໍຊິງຕັນ ໄດ້ຕຶງກຳລັງໃກ້ກັບທຳນຽບຂາວ ຫຼັງເກີດການເດີນປະທ້ວງຂອງແນວຮ່ວມ ແບນ ໄລຟສແມດເທີ ໂດຍການເຄື່ອນຂະບວນຂອງຜູ້ປະທ້ວງ ສົ່ງຜົນກະທົບຕໍ່ການຈະລາຈອນໃນເສັ້ນທາງອ້ອມຮອບທຳນຽບຂາວ ມີການເຈາະລົມຕີນລົດຂອງຕຳຫຼວດ ແລະ ຈູດລູກກະໂພະ. ເບື້ອງຕົ້ນມີລາຍງານວ່າ ຕຳຫຼວດໄດ້ຈັບກຸມຜູ້ກໍ່ຄວາມບໍ່ສະຫງົບຈຳນວນໜຶ່ງ.