ຈີນ ເລັ່ງເປີດຕະຫຼາດ ພັກດັນໂລກພັດທະນາຮ່ວມກັນ
ທ່ານ ສີຈິນຜິງ ປະທານປະເທດຈີນ ກ່າວປາຖະກະຖາພິເສດ ຜ່ານວີດິໂອ ໃນພິທີເປີດງານສະແດງສິນຄ້ານຳເຂົ້າ ນານາຊາດຈີນ(ຊີໄອໄອອີ)ຄັ້ງທີ 3 ທີ່ນະຄອນຊຽງໄຮ ເມື່ອວັນທີ 4 ພະຈິກວ່າ ຈີນຈະນຳເຂົ້າສິນຄ້າມູນຄ່າຫຼາຍກ່ວາ 22 ລ້ານດອນລາໃນ 10 ປິຕໍ່ໜ້າ ແລະ ເລັ່ງເປີດຕະຫຼາດ ເຖິງແມ່ນວ່າຍັງຈະມີການລະບາດຂອງພະຍາດໂຄວິດ-19 ກໍຕາມ ເພື່ອເດີນໜ້າເປີດການຄ້າເສລີ ເພື່ອຄວາມຮ່ວມມືລະຫວ່າງປະເທດ ແລະ ພັກດັນໃຫ້ໂລກມີການພັດທະນາຮ່ວມກັນ ໂດຍບໍ່ຄຳນຶງເຖິງປະໂຫຍດສ່ວນຕົວ ບໍ່ສ້າງຄວາມເສຍຫາຍໃຫ້ແກ່ຜູ້ອື່ນ ພ້ອມທັງຢໍ້າວ່າ ຄວນມີຈຸດຢືນທີ່ສ້າງສັນໃນການກຳກັບດູແລເສດຖະກິດໂລກ ແລະ ສົ່ງເສີມເສດຖະກິດໂລກທີ່ເປີດກ້ວາງ.
ທ່ານສີຈິນຜິງ ກ່າວໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຕາມຂໍ້ຕົກລົງການຄ້າເສລີໃຫ້ຫຼາຍຂຶ້ນ, ທຸກປະເທດຈຳເປັນຕ້ອງຮ່ວມມືກັນ ເພື່ອຈັດການກັບຄວາມທຸກຍາກລຳບາກ ເສີມສ້າງຄວາມຮ່ວມມື ປຶກສາຫາລືກັນ ແລະ ຍອມຮັບການເປີດກ້ວາງໃຫ້ຫຼາຍຂຶ້ນດ້ວຍຈຳນວນປະລີມານ 1.4 ພັນລ້ານຄົນ ແລະ ກຸ່ມທີ່ມີລາຍຮັບປານກາງຫຼາຍກ່ວາ 400 ລ້ານຄົນ.