ອົງການໄອຍະການປະຊາຊົນສູງສຸດ ໄດ້ເອົາໃຈໃສ່ຕິດຕາມ-ກວດກາ ປະຕິບັດໜ້າທີ່ຂອງອົງການສືບສວນ-ສອບສວນເປັນສຳຄັນ


ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລາຍງານໃຫ້ຮູ້ ໃນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 4 ພະຈິກນີ້ ນີ້ວ່າ:ຜ່ານການຕິດຕາມກວດກາ ເຫັນວ່າ ບັນດາຄໍາສັ່ງດັ່ງກ່າວນັ້ນ, ແມ່ນໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ລະບຽບຫລັກການທີ່ກໍານົດໄວ້.
ສະແດງອອກໃຫເຫັນ ໃນ 9 ເດືອນຜ່ານມາ ອົງການໄອຍະການປະຊາຊົນຂັ້ນຕ່າງໆ ໄດ້ເອົາໃຈ ໃສ່ປະຕິບັດສິດສັ່ງຟ້ອງຜູ້ຖືກຫາ ແລະ ຖະແຫລງຄະດີຂຶ້ນສານຕາມກົດໝາຍ ສູ່ຄຸນນະພາບເທື່ອລະກ້າວ ຄືມີຄະດີອາຍາທັງຫມົດ 8.634 ເລື່ອງ; ໃນນັ້ນ, ໄດ້ແກ້ໄຂແລ້ວ 7.915 ເລື່ອງ, ອອກຄໍາສັ່ງຟ້ອງ ແລະ ຖະແຫລງສົ່ງໃຫ້ສານ 4.902 ເລື່ອງ, ຖະແຫລງຄະດີໃນທີ່ປະຊຸມສານ 4.240 ເລື່ອງ ຊຶ່ງສານໄດ້ພິຈາລະນາຕັດສິນຕາມການຖະແຫລງ 4.221 ເລື່ອງ, ສານຕັດສິນບໍ່ເອົາຕາມການຖະແຫລງ 19 ເລື່ອງ, ສະເໜີຄັດຄ້ານ 4 ເລື່ອງ; ສົ່ງເຈົ້າໜ້າທີ່ເພື່ອດໍາເນີນການສືບສວນ-ສອບສວນຄືນໃໝ່ 2.652 ເລື່ອງ, ໂຈະການດໍາເນີນຄະດີ 9 ເລືອງ, ຊັດມ້ຽນຄະດີ 288 ເລື່ອງ, ແກ້ໄຂທາງບໍລິຫານ 64 ເລື່ອງ, ສານສົ່ງກັບຄືນ 67 ເລື່ອງ, ກໍາລັງຄົ້ນຄວ້າ 719 ເລື່ອງ.
ສ່ວນຄະດີແພ່ງລວມມີ 778 ເລື່ອງ; ໃນນັ້ນ, ໄດ້ແກ້ໄຂແລ້ວ 733 ເລື່ອງ, ໄດ້ຖະແຫລງຄະດີໃນທີ່ ປະຊຸມສານ 522 ເລື່ອງ, ສານພິຈາລະນາຕັດສິນເອົາຕາມການຖະແຫລງ 514 ເລື່ອງ, ສານຕັດສິນບໍ່ເອົາຕາມການຖະແຫລງ 8 ເລື່ອງ.