ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ລົງຊີ້ນຳການແກ້ໄຂໄພນ້ຳຖ້ວມທີ່ເມືອງຈຳພອນ ເນັ້ນໃຫ້ທ້ອງຖິ່ນປະຕິບັດນະໂຍບາຍເຂົ້າກິນໃຫ້ຜູ້ປະສົບໄພໄລຍະ 3 ເດືອນ
ໃນວັນທີ 5 ພະຈິກນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ-ການລົງທຶນ ທັງເປັນປະທານຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ລົງຊີ້ນຳການແກ້ໄຂຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ ພ້ອມເນັ້ນໃຫ້ທ້ອງຖິ່ນປະຕິບັດນະໂຍບາຍເຂົ້າກິນໃຫ້ຜູ້ປະສົບໄພໄລຍະເວລາ 3 ເດືອນ.
ໃນໂອກາດນີ້, ທ່ານເຈົ້າເມືອງຈຳພອນ ໄດ້ລາຍງານໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 13-26 ຕຸລາຜ່ານມານີ້, ຝົນຕົກໜັກໄດ້ເຮັດໃຫ້ນ້ຳຖ້ວມ 18 ບ້ານ, ມີ 2.042 ຄອບຄົວ, ໄດ້ຍົກຍ້າຍປະຊາຊົນ 1.212 ຄອບຄົວໄປຢູ່ເຂດປອດໄພ, ມີເນື້ອທີ່ນາປີຖືກນ້ຳຖ້ວມເສຍຫາຍ 4.694 ເຮັກຕາ, ເນື້ອທີ່ປູກພືດ 13 ເຮັກຕາ, ລະບົບຊົນລະປະທານຖືກຖ້ວມ 23 ໂຄງການ, ມີອ່າງເກັບນ້ຳ 2 ແຫ່ງ, ຄອງຊົນລະປະທານ 10 ໂຄງການ, ປະຕູນ້ຳ 1 ແຫ່ງ, ໜອງ 218 ໜອງ ແລະ ສັດລ້ຽງ (ເປັດ, ໄກ່) ຈຳນວນໜຶ່ງຖືກເສຍຫາຍ, ເສັ້ນທາງ 10 ເສັ້ນຖືກນ້ຳຖ້ວມເປ່ເພເສຍຫາຍ ເຮັດໃຫ້ການສັນຈອນຖືກຕັດຂາດ 15 ບ້ານ, ນ້ຳສ້າງ 306 ໜ່ວຍ, ວິດຖ່າຍ 1.758 ໜ່ວຍ, ສຸກສາລາ 1 ແຫ່ງ, ໂຮງຮຽນ 7 ແຫ່ງຖືກນ້ຳຖ້ວມ, ປະເມີນມູນຄ່າເສຍຫາຍເບື້ອງຕົ້ນປະມານ 58,5 ຕື້ກີບ ແລະ ຜ່ານມາ ທາງເມືອງໄດ້ແຈ້ງເຕືອນປະຊາຊົນກ່ຽວກັບສະພາບນ້ຳຖ້ວມເປັນປະຈຳ ເພື່ອບໍ່ໃຫ້ມີການສູນເສຍຊີວິດ ແລະ ຊັບສົມບັດຂອງປະຊາຊົນ ແລະ ໄດ້ຊ່ວຍປະຊາຊົນເກັບກູ້ເຂົ້າໃນນາ, ຂົນຍ້າຍສິ່ງຂອງ ແລະ ສັດລ້ຽງ ໂດຍໄດ້ລະດົມກຳລັງທະຫານ, ຕຳຫລວດ, ຊາວໜຸ່ມເມືອງ-ແຂວງ, ພະນັກງານ, ນັກຮຽນ ແລະ ໜ່ວຍກູ້ໄພ ພ້ອມໄດ້ນຳເອົານ້ຳດື່ມ, ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ ແລະ ເຄື່ອງໃຊ້ຈຳເປັນອື່ນໆ ລົງຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມເຫັນອົກເຫັນ ໃຈຕໍ່ເຫດການໄພທຳມະຊາດໃນຄັ້ງນີ້ ແລະ ຂໍເປັນກຳລັງໃຈຊ່ວຍອຳນາດການປົກຄອງ ແລະ ປະຊາຊົນຊາວເມືອງຈຳພອນ ກໍຄືຊາວແຂວງສະຫວັນນະເຂດໃຫ້ສາມາດຜ່ານຜ່າວິກິດການໃນຄັ້ງນີ້ໄປ ດ້ວຍຜົນສຳເລັດ, ສະແດງຄວາມຍ້ອງຍໍຊົມເຊີຍອຳນາດການປົກຄອງແຂວງ-ເມືອງທີ່ສາມາດແກ້ໄຂສະຖາ ນະການເບື້ອງຕົ້ນໄດ້ດີ ແລະ ປະຊາຊົນກໍມີຄວາມຕື່ນຕົວໃນການກຽມຮັບມືນ້ຳຖ້ວມແຕ່ຫົວທີ. ສຳລັບວຽກ ງານອັນເລັ່ງດ່ວນແມ່ນການຟື້ນຟູຫລັງນ້ຳຖ້ວມ ເຊິ່ງເປັນວຽກງານທີ່ສຳຄັນ ໃນນີ້ສຳລັບການຊ່ວຍເຫລືອຜູ້ ທີ່ໄດ້ຮັບຜົນກະທົບແມ່ນໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ປະສານສົມທົບ ກັນ ເພື່ອປະເມີນ ແລະ ເກັບກຳຂໍ້ມູນລະອຽດ ເພື່ອຊ່ວຍເຫລືອປະຊາຊົນຢ່າງຮີບດ່ວນ ໂດຍສະເພາະ ແມ່ນໃຫ້ສະໜອງເຂົ້າກິນຈຳນວນ 3 ເດືອນ ຕາມລະບຽບຜູ້ໜຶ່ງ 12 ກິໂລ/ເດືອນ ໂດຍໃຫ້ຂຶ້ນແຜນ 3 ເດືອນກ່ອນ ຈາກນີ້ກໍໃຫ້ເລັ່ງຟື້ນຟູເຮືອນຊານບ້ານຊ່ອງ ໂດຍລະດົມກຳລັງແຮງຂອງແຕ່ລະພາກສ່ວນໃນສັງຄົມ ກໍຄືບັນດາອົງການຈັດຕັ້ງມະຫາຊົນເຂົ້າມາຊ່ວຍ, ສ່ວນເຮືອນປະຊາຊົນທີ່ຖືກເສຍຫາຍເປ່ເພກໍໃຫ້ ທາງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງປະສານສົມທົບໃນການຊອກວັດສະດຸອຸປະກອນທີ່ຈຳເປັນສະໜອງໃຫ້ປະຊາຊົນໄດ້ພຽງພໍ. ຈາກນີ້ກໍໃຫ້ເລັ່ງຟື້ນຟູສາທາລະນູປະໂພກຕ່າງໆ, ຖະໜົນຫົນທາງ ເພື່ອໃຫ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ ແລະ ໃຫ້ເອົາໃຈໃສ່ໃນວຽກງານປ້ອງກັນພະຍາດຄົນ-ສັດຫລັງນ້ຳຖ້ວມໃຫ້ມີປະສິດທິຜົນ. ພ້ອມນີ້, ທ່ານຮອງນາຍົກ ຍັງໄດ້ມອບເຄື່ອງຊ່ວຍເຫລືອໃຫ້ການນຳເມືອງຈຳພອນ ເພື່ອນຳໄປແຈກຢາຍໃຫ້ຜູ້ໄດ້ຮັບຜົນກະທົບ ເຊິ່ງປະກອບມີ: ເຂົ້າສານ 12 ໂຕນ, ນ້ຳດື່ມ 250 ແພັກ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ລວມມູນຄ່າ 207 ລ້ານກວ່າກີບ ພ້ອມດ້ວຍເງິນສົດ 50 ລ້ານກີບ.