ຜູ້ຕິດເຊື້ອໄຂ້ຍຸງລາຍມີທ່າອ່ຽງຫລຸດລົງ
ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໃນວັນທີ 8 ພະຈິກນີ້ ລາວເຮົາມີຜູ້ຕິດເຊື້ອໄຂ້ຍຸງລາຍພຽງ 2 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ, ຖືວ່າມີທ່າອ່ຽງຫລຸດລົງຫລາຍ. ແຕ່ແນວໃດກໍຕາມ, ກໍຂໍໃຫ້ປະຊາຊົນເຮົາຢ່າຖືເບົາຕໍ່ການທຳລາຍແຫລ່ງເພາະພັນຂອງຍຸງລາຍ ດ້ວຍການປະຕິບັດຫລັກການ 5.ປ ໃຫ້ເປັນປະຈໍາ ແລະ ຖ້າມີອາການເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍ ແລະ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ.
ຮອງຫົວໜ້າກົມດັ່ງກ່າວ ໃຫ້ຮູ້ອີກວ່າ: ນັບແຕ່ວັນທີ 1 ມັງກອນ ຫາ 8 ພະຈິກນີ້, ທົ່ວປະເທດມີຜູ້ຕິດເຊື້ອສະສົມ ທັງໝົດ 7.629 ຄົນ, ໃນນັ້ນ ມີລາຍງານຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ ມີເຖິງ 1.740 ຄົນ, ຖັດລົງມາແມ່ນແຂວງບໍລິຄຳໄຊ 900 ຄົນ, ບໍ່ແກ້ວ 709 ຄົນ ແລະ ວຽງຈັນ 704 ຄົນ. ຂະນະທີ່ ຈຳນວນຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວມີທັງໝົດ 12 ຄົນ ໃນນີ້ຢູ່ນະຄອນຫລວງວຽງຈັນ 4 ຄົນ, ບໍລິຄຳໄຊ, ຄຳມ່ວນແຂວງລະ 2 ຄົນ, ໄຊຍະບູລີ, ຊຽງຂວາງ, ສະຫວັນນະເຂດ ແລະ ຜົ້ງສາລີແຂວງລະ 1 ຄົນ.