ຮອງນາຍົກລັດຖະມົນຕີ ສືບຕໍ່ຊ່ວຍເຫລືອປະຊາຊົນ ຜູ້ປະສົບໄພນ້ຳຖ້ວມຢູ່ເມືອງສອງຄອນ
ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ກຳລັງໃຈປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ແຂວງສະຫວັນນະເຂດໃນລະຫວ່າງຕົ້ນເດືອນພະຈິກນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮ່ວມກັບການນຳແຂວງສະຫວັນນະເຂດ ໄດ້ນຳເອົາເຄື່ອງຊ່ວຍເຫລືອທີ່ຈຳເປັນລົງມອບໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງສອງຄອນໃນຜ່ານມານີ້ ເຊິ່ງເຮັດໃຫ້ປະຊາຊົນຫລາຍຄອບຄົວພົບກັບຄວາມຫຍຸ້ງຍາກ. ດັ່ງຢູ່ເມືອງວິລະບູລີ, ເຊໂປນ, ເມືອງນອງ, ເມືອງພີນ, ຈໍາພອນ, ຊົນນະບູລີ, ສອງຄອນ ແລະ ເມືອງທ່າປາງທອງ.
ເຄື່ອງທີ່ນຳລົງໄປຊ່ວຍເຫລືອປະຊາຊົນເມືອງສອງຄອນ ປະກອບມີ ເຂົ້າສານ 10 ໂຕນ, ນ້ຳດື່ມ 334 ແພັກ, ໝໍ້ຕົ້ມນ້ຳ 198 ໜ່ວຍ, ເຄື່ອງໃຊ້ຄົວເຮືອນ 14 ຊຸດ, ເກີບ 50 ຄູ່ ແລະ ເກືອກິນ 1.100 ຖົງ ຕົກເປັນມູນຄ່າຫລາຍກວ່າ 190 ລ້ານກີບ, ພ້ອມເງິນສົດ 50 ລ້ານກີບ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມອຳນາດການປົກຄອງ ແລະ ປະຊາຊົນກຸ່ມບ້ານທີ 6 (ເຂດແກ້ງໂດນ) ເມືອງສອງຄອນ ເຊິ່ງມີ 3 ບ້ານໃນເຂດນີ້ໄດ້ຮັບຜົນກະທົບຢ່າງໜັກຈາກໄພທຳມະຊາດຄັ້ງນີ້ຄື: ບ້ານແກ້ງໂດນ, ຫົວຫາດ ແລະ ບ້ານໜອງຄັນຍູ, ມີ 268 ຄອບຄົວ ໃນ 2.487 ຄອບຄົວຂອງເມືອງສອງຄອນໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້, ພ້ອມມີເນື້ອທີ່ປູກເຂົ້າ 5.426 ເຮັກຕາ, ໜອງປາ 340 ໜອງ, ເນື້ອທີ່ປູກພືດເກືອບ 100 ເຮັກຕາ, ຊົນລະປະທານ 9 ແຫ່ງ, ອ່າງເກັບນ້ຳ 1 ແຫ່ງ, ເລົ້າເຂົ້າ 362 ຫລັງ, ນ້ຳສ້າງ 258 ໜ່ວຍ, ວັດ 4 ແຫ່ງ, ນ້ຳບາດານ 55 ໜ່ວຍ, ສຸກສາລາ 2 ແຫ່ງ ແລະ ເສັ້ນທາງຄົມມະນາຄົມ 10 ເສັ້ນຖືກຕັດຂາດ, ໂຮງຮຽນ 22 ແຫ່ງຕ້ອງໄດ້ຢຸດການຮຽນຍ້ອນຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ ແລະ ຕາຂ່າຍໄຟຟ້າ 22 ກິໂລໂວນ ຂາດ 2 ຈຸດ ເຊິ່ງຈະຕ້ອງໄດ້ຮັບການປົວແປງ.
ຂ່າວໃຫ້ຮູ້ອີກວ່າ: ໃນໂອກາດດຽວກັນ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກໍໄດ້ສະໜັບສະໜູນເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນເຊັ່ນ: ເຂົ້າສານ, ເກືອ, ໝາກເຜັດແຫ້ງ, ແນວພັນຜັກ, ຈອກຢາງ, ຖ້ວຍ, ບ່ວງ, ແຟັບ, ສະບູ, ຢາສະຜົມ, ຜ້າຫົ່ມ, ຜ້າເຊັດໂຕ, ເກີບແຕະ, ຜ້າອະນາໄມ, ບູຫລົດຂັດຖູເຮືອນ, ຄຸໃສ່ນ້ຳ ແລະ ກະຕຸກນ້ຳ 20 ລິດ ຄິດເປັນມູນຄ່າທັງໝົດ 41 ລ້ານກວ່າກີບ ມອບໃຫ້ 31 ບ້ານຂອງເມືອງຊົນນະບູລີທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ເຊັ່ນກັນ.