ມັດຜົມແໜ້ນ ເຮັດໃຫ້ຜົມຫລົ່ນແມ່ນແທ້ບໍ່ ?
November 9, 2020 - 4:57 PM
ສາເຫດຂອງຜົມຫລົ່ນ : ບັນຫາຜົມຂາດ, ຫລຸດຫລົ່ນນັ້ນ ເປັນໜຶ່ງໃນບັນຫາອັນດັບທຳອິດຂອງໃຜຫລາຍຄົນ ຖ້າຜົມຫລົ່ນຕອນທີ່ອາຍຸຫລາຍແລ້ວ ກໍບໍ່ໜ້າແປກພໍປານໃດ, ແຕ່ຖ້າຜົມຫລົ່ນຕັ້ງແຕ່ອາຍຸຍັງບໍ່ຫລາຍ ກໍພາໃຫ້ອຸກໃຈຢູ່ບໍ່ໜ້ອຍ. ປັດໄຈຂອງອາການຜົມຫລົ່ນນັ້ນມີທີ່ມາທີ່ໄປຈາກຫລາກຫລາຍສາເຫດທີ່ແຕກຕ່າງກັນ ໂດຍອາດມາຈາກສາເຫດເຫລົ່ານີ້ ໄດ້ແກ່ :
- ກຳມະພັນ : ເຮົາບໍ່ສາມາດປະຕິເສດໄດ້ວ່າກຳມະພັນທີ່ເປັນໂຕກຳໜົດລັກສະນະຕ່າງໆໃນຮ່າງກາຍຂອງເຮົາ ທັງລັກສະນະຂອງດວງຕາ, ສີຕາ, ລວງສູງ, ສີຜົມ ລວມເຖິງພະຍາດອື່ນໆ ຜົມຂາດຫລຸດຫລົ່ນກໍເຊັ່ນກັນ ສາມາດທີ່ຈະຖ່າຍທອດທາງກຳມະພັນໄດ້ ໂດຍສະເພາະຫາກພໍ່ ຫລື ແມ່ ມີໂອກາດຂອງອາການໜັງຫົວລ້ານ ຫລື ຜົມຫລົ່ນ – ຜົມບາງ.
- ພະຍາດຕ່າງໆ : ພະຍາດທີ່ກ່ຽວກັບຕ່ອມໄທຣອຍ, ພະຍາດເລືອດຈາງ, ການຂາດໂປຣຕິນ, ຊີຟີລິສ ຫລື ອາການທີ່ຮ່າງກາຍມີລະດັບວິຕາມິນຕໍ່າ ເຫລົ່ານີ້ກໍເປັນສາເຫດທີ່ອາດເຮັດໃຫ້ຜົມຫລົ່ນໄດ້ເຊັ່ນກັນ.
- ການປ່ຽນແປງຂອງຮໍໂມນ : ການປ່ຽນແປງຂອງລະດັບຮໍໂມນອັນເນື່ອງມາຈາກການຖືພາ, ການເກີດລູກ, ການໝົດປະຈຳເດືອນ ຫລື ພະຍາດໄທຣອຍ ມີສ່ວນທີ່ເຮັດໃຫ້ເກີດອາການຜົມຫລົ່ນໄດ້.
- ຢາ ແລະ ອາຫານເສີມ : ບາງເທື່ອອາການຜົມຫລົ່ນກໍມາຈາກສິ່ງທີ່ກິນເຂົ້າໄປ ເຊັ່ນ : ຢາ ທີ່ກິນເຂົ້າໄປເພື່ອປິ່ນປົວພະຍາດຕ່າງໆ ເຊິ່ງສາມາດສົ່ງຜົນໃຫ້ເກີດອາການຜົມຫລົ່ນ ເຊັ່ນ : ຢາທີ່ໃຊ້ປິ່ນປົວພະຍາດມະເຮັງ, ຢາປິ່ນປົວອາການຂໍ້ອັກເສບ, ຢາປິ່ນປົວອາການຊຶມເສົ້າ, ຢາປິ່ນປົວພະຍາດຫົວໃຈ, ຢາປິ່ນປົວພະຍາດປະດົງຂໍ້ ຫລື ຂໍ້ອັກເສບ, ຢາປິ່ນປົວອາການກ່ຽວກັບພະຍາດຄວາມດັນເລືອດ.
- ການໄດ້ຮັບລັງສີບຳບັດ : ການໄດ້ຮັບເຄມີບຳບັດ ຫລື ຄີໂມ ກໍມີສ່ວນທີ່ເຮັດໃຫ້ຜົມຫລົ່ນ.
- ຄວາມເຄັ່ງຄຽດ : ຄວາມເຄັ່ງຄຽດ, ການປ່ຽນແປງທາງອາລົມ ສົ່ງຜົນໃຫ້ເກີດອາການຜົມຫລົ່ນໄດ້, ແຕ່ອາການຜົມຫລົ່ນຈາກສາເຫດນີ້ຈະເປັນພຽງຊົ່ວຄາວເທົ່ານັ້ນ.
- ຊົງຜົມ ແລະ ການດູແລເສັ້ນຜົມ : ຊົງຜົມບາງຊົງທີ່ມັດແໜ້ນຈົນເກີນໄປ ເປັນອີກໜຶ່ງສາເຫດທີ່ເຮັດໃຫ້ຜົມຂາດ ແລະ ຫລຸດຫລົ່ນໄດ້ ລວມເຖິງການໃຊ້ຢາສະຜົມ ແລະ ຄຣີມນວດຜົມທີ່ບໍ່ຖືກກັບໜັງຫົວ ກໍເຮັດໃຫ້ຜົມຫລົ່ນໄດ້ຄືກັນ. ການທີ່ໜັງຫົວຖືກຄວາມຮ້ອນຫລາຍເກີນໄປ ສົ່ງຜົນໃຫ້ເສັ້ນຜົມແຫ້ງ, ຂາດ ແລະ ຫລຸດຫລົ່ນໄດ້ງ່າຍ.
- ມັດຜົມແໜ້ນເຮັດໃຫ້ຜົມຫລົ່ນແທ້ບໍ່ ? ການມັດຜົມໂດຍສະເພາະມັດຮວບເຄັ່ງເປັນຫາງມ້າ ມັກມີການບອກວ່າເປັນສາເຫດຂອງຜົມຫລົ່ນ ເຊິ່ງໃນຄວາມເປັນຈິງນັ້ນ ການມັດຜົມແໜ້ນບໍ່ແມ່ນສາເຫດຫລັກຂອງອາການຜົມຫລົ່ນ ເປັນພຽງປັດໄຈຊົ່ວຄາວທີ່ມີສ່ວນເຮັດໃຫ້ຜົມຂາດ ແລະ ຫລົ່ນເທົ່ານັ້ນ ເມື່ອປ່ຽນເປັນຊົງອື່ນທີ່ບໍ່ໄດ້ມີການມັດ ຫລື ຮັດແໜ້ນຈົນເກີນໄປກໍຊ່ວຍຫລຸດການຂາດຂອງເສັ້ນຜົມໄດ້ ເນື່ອງຈາກເສັ້ນຜົມບາງເສັ້ນຂາດ ແລະ ຫລົ່ນ ຍິ່ງໄປກ່ວານັ້ນ ໃນທຸກເທື່ອທີ່ມີການມັດຜົມຮັດແໜ້ນຈົນເກີນໄປ ກໍມີໂອກາດທີ່ຈະເຮັດໃຫ້ເສັ້ນຜົມບາງເສັ້ນຂາດ ແລະ ຫລົ່ນ ໂດຍສະເພາະຊົງຜົມຫາງມ້າ ຄວນມີການເຮັດໃຫ້ຜົມແຫ້ງກ່ອນ ເນື່ອງຈາກການມັດໂດຍທີ່ຜົມຍັງປຽກຢູ່ນັ້ນ ອາດເຮັດໃຫ້ເສັ້ນຜົມແຫ້ງ, ຂາດ ແລະ ເສຍສຸຂະພາບໄດ້. ນອກຈາກນີ້, ການຈັດແຕ່ງຊົງຜົມໂດຍການເກົ້າຜົມ, ເປຍຜົມ, ການຕໍ່ຜົມ ແລະ ການເປຍແບບເຄິ່ງຫົວ ກໍມີສ່ວນເຮັດໃຫ້ເສັ້ນຜົມຂາດຫລົ່ນໄດ້ງ່າຍເຊັ່ນດຽວກັນ.