ສະພາແຫ່ງຊາດ ຮັບຮອງຮ່າງກົດໝາຍໃໝ່ ວ່າດ້ວຍຊັ້ນນັກການທູດ
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 9 ພະຈິກນີ້ ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະ ທານສະພາແຫ່ງຊາດ, ບັນດາສະມາຊິກສະພາ (ສສຊ) ໄດ້ສຸມໃສ່ປະກອບ ຄຳຄິດຄຳເຫັນໃສ່ຮ່າງກົດໝາຍສ້າງໃໝ່ ວ່າດ້ວຍຊັ້ນນັກການທູດ ຂອງກະຊວງການຕ່າງປະເທດ ທີ່ສະເໜີໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງດັ່ງກ່າວ ຫລັງຈາກນັ້ນ, ບັນດາ ສສຊ ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຮ່າງບົດລາຍງານດັ່ງກ່າວ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ຮ່າງກົດໝາຍສະບັບນີ້ ປະກອບມີ 9 ພາກ, 10 ໝວດ ແລະ 53 ມາດຕາ ສ້າງຂຶ້ນເພື່ອເປັນການກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ການຕິດຕາມກວດກາ ການປະຕິບັດໜ້າທີ່ຂອງນັກການທູດລາວ ແນ່ໃສ່ຮັບປະກັນປະສິດທິ ແລະ ກະຕຸກຊຸກຍູ້ໃຫ້ນັກການທູດລາວມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບສູງໃນການເຮັດໜ້າທີ່ຂອງຕົນ ແລະ ຍັງເປັນການສ້າງມາດຕະຖານ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ທີ່ສອດຄ່ອງກັບກົດໝາຍສາກົນ ແນໃສ່ພັດທະນານັກການທູດໃຫ້ມີຄຸນນະພາບສູງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ ແລະ ວິທີເຮັດວຽກ, ເຂັ້ມແຂງທາງດ້ານການຈັດຕັ້ງ, ວິຊາການການທູດ, ພາສາຕ່າງປະເທດ, ມີລະບຽບວິໄນເຂັ້ມງວດ ທັງເປັນມາດຕະການໃນການກະຕຸກຊຸກຍູ້ ຂະບວນການພັດທະນາຂະແໜງການຕ່າງປະເທດ, ເປັນພື້ນຖານໃຫ້ແກ່ການປະເມີນ, ບັນຈຸ, ແຕ່ງຕັ້ງ, ຊັບຊ້ອນພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ແລະ ເພີ່ມທະວີຄວາມເປັນເຈົ້າການຂອງຖັນແຖວນັກການທູດ ໃນການປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ໃນໄລຍະໃໝ່ໃຫ້ມີໝາກຜົນສູງຂຶ້ນກວ່າເກົ່າ.