ກອງປະຊຸມທາບທາບເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຄັ້ງວັນທີ 09-10 ພະຈິກ 2020
ກອງປະຊຸມທາບທາມບັນດາເນື້ອໃນເອກະສານທີ່ສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ຈັດຂຶ້ນໃນວັນທີ 9-10 ພະຈິກ ທີ່ຫ້ອງກຳມະການສູນກາງ ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ,ຮອງປະທານປະເທດແຫ່ງ ສ ປປ ລາວ, ໂດຍມີບັນດາສະຫາຍທີ່ຢູ່ໃນອະນຸກຳມະການເນື້ອໃນ; ອະນຸກຳມະການກົດລະບຽບ-ບຸກຄະລາກອນ ແລະ ບັນດາຄະນະພັກ ກະຊວງ-ອົງການອ້ອມຂ້າງສູນກາງ, ຜູ້ຊົງຄຸນວຸດທິ ນັກວິທະຍາສາດ ແລະ ນັກຮຽນຮູ້ປັນຍາຊົນເຂົ້າຮ່ວມເປັນຈຳນວນຫລາຍ.
ເອກະສານທີຈະນຳມາທາບທາມໃນກອງປະຊຸມໃຫຍ່ໃນຄັ້ງນີ້ປະກອບມີ: ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຮ່າງແຜນພັດທະນາເສດກະກິດ 5ປີ ຄັ້ງທີ XI ແລະ ຮ່າງກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ສະບັບປັບປຸງ; ຈຸດປະສົງໃນການຈັດກອງປະຊຸມດັ່ງກ່າວ ແມ່ນເພື່ອຍາດແຍ່ງຄວາມຄິດຄວາມເຫັນຂອງພະນັກງານຫຼັກແຫຼ່ງ,ນັກວິທະຍາສາດ, ນັກຮຽນຮູ້ປັນຍາຊົນ, ຄະນະພັກກະຊວງ-ອົງການ ເພື່ອເຮັດໃຫ້ເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຊຶ່ງເປັນເອກະສານທີ່ສຳຄັນໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງສອດຄ່ອງ, ແທດເໝາະຕົວຈິງ ທັງສ່ອງແສງອອກໜົດທ່າແຮງ ບົ້ມຊ້ອນຂອງຊາດ ແລະ ຖືກນຳໄປປະຕິບັດໄດ້ປະກົດຜົນເປັນຈິງ ແລະ ມີຜົນສຳເລັດ, ພ້ອມທັງສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮູ້, ຄວາມເຂົ້າໃຈລົງເລິກແຕ່ຫົວທີ, ຂອງບັນດາສະຫາຍຄະນະພັກຂອງກະຊວງ-ອົງການ ຕໍ່ບັນດາເອກະສານຕົ້ນຕໍຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.
ໂອກາດນີ້ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ເຂົ້າຮ່ວມກອງປະຊົມທີ່ມີການປະກອບຄວາມຄິດຄວາມເຫັນຢ່າງກົງໄປກົງມາ ແລະ ສ່ອງແສງໃຫ້ເຫັນແຈ້ງບາງບັນຫາທີ່ເປັນການກົດໜ່ວງທ່ວງດຶງ ຂອງການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃນໄລຍະຜ່ານມາ, ພ້ອມກັນຊອກຫາແນວທາງ ແລະ ວິທີແກ້ໄຂ ແລະ ປະຕິບັດບັນດາມາດຕະການ ແລະ ນິຕິກຳຕ່າງໆທີ່ພັກລັດໄດ້ວາງອອກມານັ້ນໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ເນັ້ນໃຫ້ທຸກພາກສ່ວນ ແຕ່ສູນກາງຮອດທ້ອງຖິ່ນຈົ່ງໄດ້ມີສະຕິຮ່ວມກັນໃນການສ້າງສາ ແລະ ພັດທະນາປະເທດຊາດ ໂດຍຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ກາຍເປັນຂອງກະຊວງ-ອົງການ ໃຫ້ເປັນອັນລະອຽດ ແລະ ແທດເໝາະກັບສະພາບຕົວຈິງພ້ອມທັງຕິດພັນນຳສາຍຕັ້ງແລະ ສາຍຂວາງ ເພື່ອໃຫ້ທັງໜົດສຳເລັດໜ້າທີ່ ແລະ ປະເທດຊາດໄດ້ຮັບການພັດທະນາເລື່ອຍໆໄປ.