Pfizer ເຜີຍ ວັກຊີນທີ່ພັດທະນາ ສາມາດປ້ອງກັນໂຄວິດ-19 ໄດ້ຜົນ 90%
Pfizer ບໍລິສັດຜູ້ຜະລິດຢາຈາກສະຫະລັດອາເມລິກາ ອອກມາເປີດເຜີຍວ່າ: ວັກຊີນໂຄວິດ-19 ທີ່ພວກເຂົາໄດ້ພັດທະນາ ແລະ ວິໄຈຮ່ວມກັບຜູ້ສະໜັບສະໜູນຈາກເຢຍລະມັນ “BioNTech SE” ສາມາດປ້ອງກັນການຕິດເຊື້ອໄວຣັສໂຄໂຣນາ 2019 ໄດ້ໃນອັດຕາສູງເຖິງ 90% (ອ້າງອີງຈາກຜົນການສຶກສາຂໍ້ມູນເບື້ອງຕົ້ນຂອງ Pfizer) ໂດຍ Pfizer ແລະ BioNTech SE ຖືເປັນຜູ້ຜະລິດຢາລາຍທຳອິດທີ່ອອກມາເປີດເຜີຍຕົວເລກອັດຕາຜົນສຳເລັດຂອງການນຳໃຊ້ວັກຊີນ ເພື່ອປ້ອງກັນການຕິດເຊື້ອໂຄວິດ-19 ຈາກການທົດລອງທາງຄລີນິກ.
ໂດຍ ດຣ. ອັລເບິຣ ເບີລາ ປະທານບໍລິສັດ ແລະ CEO ຂອງ Pfizer ລະບຸວ່າ: ຜົນສຳເລັດໃນຄັ້ງນີ້ປຽບເໝືອນການພົບແສງສະຫວ່າງທີ່ປາຍອຸໂມງ (ກ່ອນໜ້ານີ້ ດຣ. ແອນໂທນີ ເຟົາຊີ ທີ່ປຶກສາດ້ານໂຄວິດ-19 ປະຈໍາທໍານຽບຂາວ ເຄີຍບອກເອົາໄວ້ວ່າ: ວັກຊີນທີ່ໃຫ້ຜົນການນຳໃຊ້ສຳເລັດໃນອັດຕາ 50-60% ຈະຖືເປັນວັກຊີນເປັນທີ່ຍອມຮັບໃນການນຳມາໃຊ້ຕົວຈິງໄດ້).
ສ່ວນ Bloomberg ລາຍງານວ່າ: ການປະກາດຂ່າວດີຂອງ Pfizer ອອກມາໃນຄັ້ງນີ້ໄດ້ສົ່ງຜົນໃຫ້ຕະຫລາດຫຸ້ນທົ່ວໂລກຕອບຮັບກັບກະແສຂ່າວດັ່ງກ່າວ. ພ້ອມເພີ່ມຂຶ້ນເປັນ All-time High ຮຽບຮ້ອຍ.
ຂະນະທີ່ຫຸ້ນບໍລິສັດເຕັກໂນໂລຊີໃນກຸ່ມທີ່ໄດ້ຮັບຜົນກະທົບທາງບວກຈາກໂຄວິດ-19 (ສ່ວນຫລາຍເປັນແພກຟອມທີ່ຖືກນິຍາມວ່າເປັນກຸ່ມຫຸ້ນ “Stay-al-home”) ເຊັ່ນ: Zoom, Amazon ແລະ Netflix ຫລຸດລົງຈາກໄລຍະກ່ອນເປີດຕະຫລາດຢູ່ 15%, 3,4% ແລະ 5,4% ຕາມລຳດັບ.