ປະທານາທິບໍດີ ຂອງລັດເຊຍ ປົດລັດຖະມົນຕີຫຼາຍຄົນອອກຈາກຕຳແໜ່ງ ເພື່ອປັບປຸງຄະນະລັດຖະບານ
November 10, 2020 - 10:59 AM
ສຳນັກຂ່າວຕ່າງປະເທດຈາກ Kommersant ແລະ RBC ລາຍງານເມື່ອວັນທີ 9 ພະຈິກນີ້ວ່າ ປະທານາທິບໍດີ ວະລາດີເມຍປູຕິນ ປົດຕຳແໜ່ງລັດຖະມົນຕີກະຊວງ ຄົມມະນາຄົມ ທ່ານ Yevgeny Dietrich, ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ Dmitry Kobylkin ແລະ ລັດຖະມົນຕີກະຊວງກໍ່ສ້າງ ທ່ານ Vladimir Yakushev.
ນາຍົກລັດຖະມົນຕີຂອງລັດເຊຍ ທ່ານ Mikhail Mishustin ສະເໜີແຕ່ງຕັ້ງລັດຖະມົນຕີ ພະລັງງານ ທ່ານ Alexander Novak ເຂົ້າຮັບຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແລະ ແຕ່ງຕັ້ງທ່ານ Nikolai Shulginov ຫົວໜ້າບໍລິຫານອົງການ RusHydro ບໍລິສັດຜະລິດພະລັງງານໄຟຟ້ານໍ້າຕົກເປັນລັດຖະມົນຕີກະຊວງພະລັງງານແທນທ່ານ Novak.