ນັກວິທະຍາສາດເຜີຍ ພົບການກາຍພັນຂອງໄວຣັສໂຄໂຣນາກ່ອນໜ້ານີ້ໃນຟາມໂຕມິງ

ນັກວິທະຍາສາດເຜີຍ ພົບການກາຍພັນຂອງໄວຣັສໂຄໂຣນາກ່ອນໜ້ານີ້ໃນຟາມໂຕມິງ -                                                                                       - ນັກວິທະຍາສາດເຜີຍ ພົບການກາຍພັນຂອງໄວຣັສໂຄໂຣນາກ່ອນໜ້ານີ້ໃນຟາມໂຕມິງ
ນັກວິທະຍາສາດເຜີຍ ພົບການກາຍພັນຂອງໄວຣັສໂຄໂຣນາກ່ອນໜ້ານີ້ໃນຟາມໂຕມິງ - kitchen vibe - ນັກວິທະຍາສາດເຜີຍ ພົບການກາຍພັນຂອງໄວຣັສໂຄໂຣນາກ່ອນໜ້ານີ້ໃນຟາມໂຕມິງ

ຄະນະ​ນັກວິທະຍາສາດ​ເຜີຍ​ວ່າ: ຮູບ​ແບບ​ການ​ກາຍພັນ​ຂອງ​ໄວຣັສ​ໂຄ​ໂຣນາ​ໃນ​ເດນ​ມາກ​ເກີດ​ຂຶ້ນມາ​ກ່ອນ​ແລ້ວ​ໃນ​ໂຕ​ມິ​ງ ​ໂດຍ​ໄວຣັສດັ່ງກ່າວ​ສາມາດ​ແຜ່​ກະຈາຍ​ຈາກ​ສັດ​ສູ່​ຄົນ​ໄດ້​ໃນ​ເດນ​ມາກ ​ແລະ ກວດ​ພົບ​ຢ້ອນ​ກັບ​ໄປ​ໄດ້​ຢູ່​ຟາ​ມ​ໂຕ​ມິ​ງ​ແຫ່ງ​ໜຶ່ງ​ໃນ​ເນ​ເທີ​ແລນ.

ປັດຈຸບັນ​ມີ 6 ປະ​ເທດ​ທີ່​ລາຍ​ງານ​ການລະບາດ​ຂອງ​ໄວຣັສກາຍພັນ​ໃນ​ຟາ​ມ​ໂຕ​ມິ​ງ ປະກອບ​ມີ​ເນ​ເທີ​ແລນ, ​ເດນ​ມາກ, ສະ​ເປ​ນ, ສະ​ວີ​ເດັນ, ອິຕາ​ລີ ​ແລະ ອາ​ເມ​ລິ​ກາ.

ນັກວິທະຍາສາດເຜີຍ ພົບການກາຍພັນຂອງໄວຣັສໂຄໂຣນາກ່ອນໜ້ານີ້ໃນຟາມໂຕມິງ - Visit Laos Visit SALANA BOUTIQUE HOTEL - ນັກວິທະຍາສາດເຜີຍ ພົບການກາຍພັນຂອງໄວຣັສໂຄໂຣນາກ່ອນໜ້ານີ້ໃນຟາມໂຕມິງ

​ໂດຍ​ຮູ້​ກັນ​ວ່າ: ​ໂຕ​ມິ​ງຮັບ​ເຊື້ອ​ໄວຣັສ SARS-CoV-2 ​ເຊິ່ງ​ເປັນຕົ້ນຕໍ​ຂອງ​​ໂຄ​ວິດ-19 ​ໄດ້​ງ່າຍ ​ແລະ ສາມາດ​ແຜ່​ກະຈາຍ​ຢ່າງ​ວ່ອງ​ໄວ​ໃນ​ກຸ່ມ​ສັດ​ດ້ວຍ​ກັນ​ເອງ ຖ້າ​ສັດ​ເຫລົ່າ​ນີ້​ອາ​ໄສ​ຢູ່​ຢ່າງ​ແອ​ອັດ ຫລື ​ໃກ້ຊິດ​ກັນ​ຫລາຍ​ພັນ​ໂຕ.

ຄາດ​ວ່າ​ໂຕ​ມິ​ງອາດ​ຕິດ​ເຊື້ອຈາກ​ກຳມະກອນ​ໃນ​ຟາ​ມ​ໄລຍະ​ທີ່​ມີ​ການລະບາດ​ຂອງ​ໂຄ​ວິດ-19. ຈາກ​ນັ້ນບາງ​ຄັ້ງກໍ​ມີ​ການ​ແຜ່​ເຊື້ອຈາກ​ໂຕ​ມິ​ງສູ່​ຄົນ ​ເຮັດ​ໃຫ້​ເກີດ​ຄວາມ​ສ່ຽງ​ທີ່​ໄວຣັສຈະ​ກາຍພັນ.

ຄະນະ​ນັກວິທະຍາສາດ​ເດນ​ມາກ​ກັງວົນ​ວ່າ: ການ​ປ່ຽນ​ແປງ​ທາງ​ພັນທຸ​ກຳ​ຂອງ​ໄວຣັສ​ໃນ​ຮູບ​ແບບ​ທີ່​ກ່ຽວຂ້ອງ​ກັບ​ໂຕ​ມິ​ງ ​ເຊິ່ງ​ເຮັດ​ໃຫ້​ຄົນ​ຫລາຍ​ສິບ​ຄົນ​ຕິດ​ເຊື້ອນັ້ນ ອາດ​ສົ່ງ​ຜົນ​ໃຫ້​ວັກ​ຊີ​ນ​ໃນ​ອະນາຄົດ​ດ້ອຍ​ປະສິດທິພາບ​ລົງ ​​ເພາະ​ການ​ປ່ຽນ​ແປງ​ຂອງ​ພັນທຸ​ກຳ​ຈະ​ຢູ່​ໃນ​ຜິວ​ໂປຣຕິນຂອງ​ໄວຣັສ ​ເຊິ່ງມີ​ຄວາມ​ສຳຄັນ​ຕໍ່​ການ​ຕອບ​ສະໜອງ​ຂອງ​ພູມ​ຄຸ້ມ​ກັນ​ໃນ​ຮ່າງກາຍ ​ແລະ ​ເປັນ​ເປົ້າໝາຍ​ສຳຄັນ​ສຳລັບ​ວັກ​ຊີ​ນ.

ສໍາລັບ​ລຳດັບ​ຈີ​ໂນ​ມຂອງ​ເດນ​ມາກ​ນີ້​ໄດ້​ເຜີຍ​ແຜ່​ໃນ​ຖານ​ຂໍ້​ມູນ​ສາທາລະນະ​ເມື່ອ​ມໍ່ໆ​ນີ້ ​ເຊິ່ງ​ເປີດ​ທາງ​ໃຫ້​ນັກວິທະຍາສາດ​ໃນ​ປະ​ເທດ​ອື່ນໆ ​ຊອກ​ຫາ​ຫລັກ​ຖານ​ການ​ກາຍພັນ​ຂອງ​ໄວຣັສ.

ສາ​ສະ​ດາ​ຈານ ວິມ ຟານ ​ເດິ ​ໂປ​ເອລ ຜູ້​ຊ່ຽວຊານ​ດ້ານ​ສັດຕະວະ​ແພດ​ ​ແຫ່ງ​ມະຫາວິທະຍາ​​ໄລ​ວາ​ເຄີ​ນິງ​ເງິນ ​ເປີດ​ເຜີ​ຍວ່າ: ຈາກ​ການ​ວິ​ເຄາະ​ຂໍ້​ມູນ​ພັນທຸ​ກຳ​ຈາກ​ເນ​ເທີ​ແລນ ​ເຮັດ​ໃຫ້​ພົບ​ກໍລະນີ​ການ​ກາຍພັນ​ຂອງ​ໄວຣັສ​ໂຄ​ໂຣນາ​ໃນ​ຟາ​ມ​ໂຕ​ມິ​ງຢູ່​ເນ​ເທີ​ແລນ​ເມື່ອ​ຕົ້ນ​ເດືອນ​ພຶດສະພາ.

ນັກວິທະຍາສາດເຜີຍ ພົບການກາຍພັນຂອງໄວຣັສໂຄໂຣນາກ່ອນໜ້ານີ້ໃນຟາມໂຕມິງ - 4 - ນັກວິທະຍາສາດເຜີຍ ພົບການກາຍພັນຂອງໄວຣັສໂຄໂຣນາກ່ອນໜ້ານີ້ໃນຟາມໂຕມິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!