ຮອງນາຍົກລັດຖະມົນຕີ ລົງຕິດຕາມ ໂຄງການກໍ່ສ້າງອ່າງເກັບນ້ຳຫ້ວຍວັງເຫ
ໃນວັນທີ 7 ພະຈິກນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລົງຢ້ຽມຢາມ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການກໍ່ສ້າງອ່າງເກັບນ້ຳຫ້ວຍວັງເຫ ຢູ່ເມືອງໂພນທອງ ແຂວງຈຳປາສັກ ເຊິ່ງມາຮອດປັດຈຸບັນຄືບໜ້າແລ້ວ 40%. ໂຄງການນີ້ແມ່ນໜຶ່ງໃນແຜນງານຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ໂດຍການລົງທຶນຂອງລັດເລີ່ມແຕ່ສົກປີ 2012-2013 ເປັນຕົ້ນມາ ໃນມູນຄ່າທັງໝົດ 387,38 ຕື້ກີບ.
ຮອງອຳນວຍການບໍລິສັດ ສາມັກຄີໄຊ ກໍ່ສ້າງ ຈຳກັດ ເຊິ່ງເປັນຜູ້ຮັບເໝົາກໍ່ສ້າງໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ອ່າງເກັບນ້ຳແຫ່ງນີ້ມີເນື້ອທີ່ເກັບນ້ຳ 880 ເຮັກຕາ ເປັນໂຄງການແບບໄຫລເອງ ເຊິ່ງສາມາດເກັບກັກນ້ຳໄດ້ 37 ລ້ານແມັດກ້ອນ ເພື່ອສະໜອງນ້ຳໃຫ້ແກ່ການຜະລິດເຂົ້ານາປີ 2.500 ເຮັກຕາ, ນາແຊງ 1.500 ເຮັກຕາ ແລະ ການຜະລິດພືດລະດູແລ້ງ 1.000 ເຮັກຕາ ເພື່ອຊ່ວຍໃຫ້ປະຊາຊົນ 1.700 ກວ່າຄອບຄົວໃນ 3 ບ້ານຂອງເມືອງໂພນທອງໄດ້ຮັບຜົນປະໂຫຍດທາງກົງ. ແຕ່ການດຳເນີນໂຄງການນີ້ ໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012-2020 ດ້ວຍມູນຄ່າ 120 ຕື້ກີບ ແມ່ນສຳເລັດ 100%, ແຕ່ເນື່ອງຈາກວ່າມີບາງໜ້າວຽກຕ້ອງໄດ້ສືບຕໍ່ປະຕິບັດໃຫ້ສຳເລັດ. ສະນັ້ນ ເຈົ້າຂອງໂຄງການຈຶ່ງໄດ້ປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ແລະ ເຫັນດີໃຫ້ຜູ້ຮັບເໝົາສືບຕໍ່ປະຕິບັດໜ້າວຽກທີ່ຈຳເປັນນັ້ນທີ່ບໍ່ນອນໃນສັນຍາໄລຍະທີ 1, ມາຮອດປັດຈຸບັນໄດ້ສຳເລັດ ແລະ ໄດ້ເພີ່ມມູນຄ່າລົງທຶນຕື່ມ 35,8 ຕື້ກີບ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ສຳເລັດ, ເຈົ້າຂອງໂຄງການຈຶ່ງສະເໜີໃຫ້ລັດຖະບານຄົ້ນຄວ້າສືບຕໍ່ອະນຸມັດໃນການຈັດຕັ້ງປະຕິບັດໄລຍະທີ 2 ໂດຍສະເພາະວຽກກໍ່ສ້າງລະບົບຫົວງານ ແລະ ວຽກກໍ່ສ້າງເຂື່ອນດິນ ເຊິ່ງຈຳເປັນຕ້ອງໄດ້ເລີ່ມຈັດຕັ້ງປະຕິບັດໂດຍໄວ ເພື່ອຮັບປະກັນໃຫ້ສຳເລັດກ່ອນລະດູຝົນທີ່ຈະມາຮອດນີ້.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ມີການພັດທະນາຢ່າງຮອບດ້ານໃນໂຄງການດັ່ງກ່າວ, ບໍ່ໃຫ້ຄິດເຖິງສະເພາະແຕ່ສະໜອງນ້ຳໃຫ້ແກ່ຂະບວນການຜະລິດເທົ່ານັ້ນ, ຕ້ອງນຳໃຊ້ເນື້ອທີ່ອ່າງເກັບນ້ຳໃຫ້ສາມາດເຮັດການປະມົງ, ພັດທະນາເປັນແຫລ່ງທ່ອງທ່ຽວ ແລະ ພັດທະນາພະລັງ ງານແສງຕາເວັນໄດ້, ທັງນີ້ ກໍເພື່ອເປັນການສ້າງລາຍຮັບເພີ່ມ, ດຶງດູດນັກທ່ອງທ່ຽວເຂົ້າມາ ແລະ ສ້າງໃບໜ້າໃໝ່ໃຫ້ກັບແຂວງ ກໍຄື ສປປ ລາວ. ສຳລັບຮູບແບບໃນການພັດທະນາ ຜູ້ຮັບເໝົາໂຄງການສາມາດພັດທະນາເອງໄດ້ ຫລື ສາມາດດຶງດູດເອົານັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ບໍ່ວ່າຈະເປັນໃນຮູບແບບສຳປະທານ ຫລື ຮ່ວມທຶນກໍໄດ້. ພ້ອມເນັ້ນໃຫ້ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາສຸມໃສ່ໜ້າວຽກທີ່ຍັງເຫລືອ ເປັນຕົ້ນແມ່ນການກໍ່ສ້າງລະບົບຫົວງານ ແລະ ກໍ່ສ້າງເຂື່ອນກັນນ້ຳໃຫ້ສຳເລັດກ່ອນວຽກງານອື່ນ ເພື່ອໃຫ້ສາມາດເກັບກັກນ້ຳໃຫ້ທັນໃນລະດູຝົນຈະມາເຖິງນີ້, ຖ້າຫາກໃນອ່າງມີນ້ຳແລ້ວ ການພັດທະນາປິ່ນອ້ອມກໍຈະຕາມມາ.
ຕະຫລອດລຽບເຂື່ອນດິນ ແລະ ຄູກັນນ້ຳສອງຂ້າງທີ່ມີຄວາມຍາວທັງໝົດ 7,1 ກິໂລແມັດນັ້ນ ໃຫ້ສາມາດປູກພືດກະສິກຳໃຫ້ກາຍເປັນສິນຄ້າ, ທັງເປັນບ່ອນໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນເຂົ້າມາທ່ຽວຊົມໄດ້.