ສະຫະລັດຄາດການຈະສັກວັກຊີນຄຸ້ມກັນ Pfizer ໃຫ້ປະຊາຊົນໃນເດືອນທັນວານີ້
November 11, 2020 - 12:55 PM
ລັດຖະມົນຕີກະຊວງສາທາລະນະສຸກທ່ານ Alex Azar ຖະແຫຼງວ່າ: ຖ້າ Pfizer ຫາກຈັດສົ່ງວັກຊີນທີ່ໄດ້ຜ່ານການທົດສອບແລ້ວ ມາໃຫ້ທັນກັບເວລາກຳນົດໝາຍ, ລັດຖະບານສະຫະລັດກໍຈະດຳເນີນການສັກວັກຊີນຄຸ້ມກັນໃຫ້ປະຊາຊົນໃນເດືອນ ທັນວານີ້.
ຫຼັງຈາກນັ້ນ 1 ວັນ, ທາງ Pfizer ໃຫ້ຮູ້ວ່າ ວັກຊີນທີ່ທາງບໍລິສັດຮ່ວມມືກັບ BioNTech ພັດທະນາຂຶ້ນມານັ້ນ ມີປະສິດທິຜົນສະກັດກັ້ນໂຄວິດ-19 ໄດ້ເຖິງ 90% ໂດຍຜົນການທົດສອບໄລຍະສຸດທ້າຍ.
ສະຫະລັດໄດ້ສັນຍາຊື້ ວັກຊີນ Pfizer ໄວ້ກ່ອນລ່ວງໜ້າ 100 ລ້ານໂດສ ໃນມູນຄ່າ 1,95 ຕື້ດອນລາສະຫະລັດ ຊຶ່ງຈະພຽງພໍສັກໃຫ້ກັບ 50 ລ້ານຄົນ ແລະ ຄາດວ່າຈະຊື້ເພີ່ມອີກ 500 ລ້ານໂດສໃນອະນາຄົດ.