ບໍລິສັດ ສະຕາໂທລະຄົມ ຈຳກັດ ສາຂາຫຼວງນ້ຳທາ ສຳມະນາກ່ຽວກັບວຽກງານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ດີຈິຕອນ ( Digital )
ວັນທີ 09 ພະຈິກ 2020 ນີ້ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ສາຂາ ຫຼວງນ້ຳທາ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ດີຈິຕ໋ອນ ຂຶ້ນທີ່ຫ້ອງປະຊຸມ ຂອງແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ອ່ອນຈັນ ຄຳພາວົງ ກຳມະການພັກແຂວງ ມີທ່ານ ບູນມີ ມາລາວົງ ຮອງຜູ້ອຳນວການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈຳກັດ, ມີບັນດາພະແນກການ ຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການແນະນຳຂໍ້ມູນກ່ຽວກັບວຽກງານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ດີຈີຕອນ ເປັນຕົ້ນ: ລະບົບຢູອອບຟິສ, ວີດີໂອຄອນເຟີເລັນ,ຢູມັນນີ,ເຊີ່ງແມ່ນຜະລິດຕະພັນສໍາເລັດຮູບ, ທາງເລືອກດ້ານລະບົບໄອທີ, ສໍາລັບ ຢູອອບຟິສແມ່ນໝາຍເຖິງລະບົບຫ້ອງການ ແລະ ເອກະສານເອເລັກໂຕຣນິກ ທີ່ນໍາໃຊ້ຜ່ານລະບົບ ຄຣາວ ທີ່ນໍາມາໃຊ້ເຂົ້າໃນການຈັດການເອກະສານ, ເກັບຮັກສາເອກະສານ, ການຄົ້ນຫາ-ການສົ່ງຕໍ່ເອກະສານ,ການສົ່ງເຊັນເອກະສານຜ່ານເອເລັກໂຕຣນິກ ໃຫ້ມີຄວາມສະດວກ, ທັນສະໄໝ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍຕ່າງໆ ທີ່ເໝາະແກ່ບັນດາອົງການຈັດຕັ້ງລັດຖະບານ, ບັນດາກະຊວງ, ບັນດາຫົວໜ່ວຍທຸລະກິດ, ບັນດາທະນາຄານ, ສໍາລັບການປະຊຸມທາງໄກ ຫຼື ວີດີໂອ ຄອນເຟີເລັນ ແມ່ນເປັນລະບົບທີ່ນໍາໃຊ້ ເພື່ອຈັດກອງປະຊຸມທາງໄກແບບທັນສະໄໝ, ສາມາດຈັດກອງປະຊຸມໄດ້ຢ່າງວ່ອງໄວໄດ້ທຸກທີ່ ທຸກເວລາ ທຸກບ່ອນ ທີ່ມີສັນຍານອິນເຕີເນັດ, ເຮັດໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍໃນການກະກຽມກອງປະຊຸມ ຊ່ວຍປະຢັດການລົງທຶນ ແລະ ການບໍລິຫານ,ໂດຍນໍາໃຊ້ໄດ້ຜ່ານໂທລະສັບມືຖື, ເດສທັອບ,ໂນ໊ດບຸກ ແລະ ຄອມພິວເຕີຕັ້ງໂຕະ ການບໍລິການຕ່າງໆຍັງຮັບປະກັນຄວາມລັບ ແລະ ມີຄວາມປອດໄພສູງ.
ສ່ວນຢູມັນນີແມ່ນຜະລິດຕະພັນໜຶ່ງທີ່ຂຶ້ນກັບບໍລິສັດ ສະຕາ ໂທລະຄົມ ຈຳກັດ ເຮັດໜ້າທີ່ບໍລິການດ້ານການເງີນຜ່ານມືຖື ທີ່ອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງຜູ້ຊົມໃຊ້ ເປັນຕົ້ນ: ແມ່ນການໂອນເງິນ, ການຖອນເງິນ, ການຊໍາລະຄ່າໂທລະສັບ, ຄ່າອິນເຕີເນັດ, ການຊື້ເຄື່ອງອຸປະໂພກ-ບໍລິໂພກ, ຊື້ຫວຍ, ການເບິກຈ່າຍເງິນເດືອນໃຫ້ພະນັກງານ ແລະ ບໍລິການອື່ນໆ, ຢູມັນນີ ນອກຈາກຈະເຮັດໃຫ້ຜູ້ຊົມໃຊ້ ມີຄວາມທັນສະໄໝ, ສະດວກສະບາຍແລ້ວ, ຍັງຫຼຸດຜ່ອນຄວາມສ່ຽງໃນການເດີນທາງ, ຫຼຸດຜ່ອນຄວາມສ່ຽງໃນການຖືກໂຈລະກໍາປຸ້ນຈີ້, ຊີງຊັບ,ເປັນລະບົບທີ່ມີຄວາມປອດໄພສູງ ເພາະຈະມີຂໍ້ຄວາມແຈ້ງເຕືອນເພື່ອຢືນຢັນທຸກໆການເຄື່ອນໄຫວເຮັດທຸລະກໍາຂອງທ່ານ .
ທ່ານ ອອ່ນຈັນ ຄຳພາວົງ ກຳມະການພັກແຂວງ ໄດ້ກ່າວມີຄໍາເຫັນວ່າ: ການຈັດກອງປະຊຸມສຳມະນາກ່ຽວກັບວຽກງານ ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ດີຈິຕອນ ຄັ້ງນີ້ກໍເພື່ອເຮັດໃຫ້ພະນັກງານພະແນກການ ແລະ ກົມກອງ ພາຍໃນແຂວງ ຫຼວງນ້ຳທາ ໄດ້ມີຄວາມຮັບຮູ້ເຂົ້າໃຈເລື່ອງການນໍາໃຊ້ລະບົບເຕັກໂນໂລຊີ້ທີ່ທັນສະໄໝ ເພື່ອຈະໄດ້ນໍາໃຊ້ເຂົ້າໃນການພັດທະນາວຽກງານ ພັດທະນາກົມກອງ ໃຫ້ມີຄວາມກ້າວໜ້າທັນສະໄໝທຽບທັນກັບສາກົນເທື່ອລະກ້າວ .